ກປ.ອອນໄລ - ກຸ່ມບໍລິສັດອຸດສາຫະກໍາ ແລະໂທລະຄົມມະນາຄົມກອງທັບ ( Viettel ) ຫາກໍ່ປະກາດວ່າໄດ້ບັນລຸຈຸດໝາຍໃນການຕິດຕັ້ງສະຖານີ 5G ໃໝ່ 20.000 ແຫ່ງໃນປີ 2025, ຫຼາຍກວ່າ 3 ອາທິດກ່ອນແຜນການທີ່ລັດຖະບານໄດ້ວາງອອກ.
ຄາດວ່າຮອດວັນທີ 31/12/2025, ຈຳນວນສະຖານີ 5G ຂອງ Viettel ໃນທົ່ວຕາແສງຈະບັນລຸ 30.000 ສະຖານີ, ກວມເອົາ 90% ຂອງເຂດນອກໃນທົ່ວປະເທດ.
ໃນຕົ້ນປີ 2025, ສະພາແຫ່ງຊາດໄດ້ອອກມະຕິເລກທີ 193/2025/QH15 ລົງວັນທີ 19 ກຸມພາ 2025 ວ່າດ້ວຍການທົດລອງບັນດາກົນໄກ ແລະ ນະໂຍບາຍພິເສດເພື່ອສ້າງບາດກ້າວບຸກທະລຸ ໃນວິທະຍາສາດ , ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ. ຕາມການແນະນຳລະອຽດໃນດຳລັດເລກທີ 88/2025/ND-CP ຂອງລັດຖະບານ, ລັດຈະໜູນຊ່ວຍບັນດາວິສາຫະກິດໃນການຜັນຂະຫຍາຍໂຄງລ່າງເຄືອຂ່າຍ 5G ໃນທົ່ວປະເທດ ຖ້າຫາກໄດ້ຮັບເອົາສະຖານີສົ່ງ 5G ຢ່າງໜ້ອຍ 20.000 ແຫ່ງ ແລະ ນຳໃຊ້ແຕ່ວັນທີ 19 ກຸມພາ ຫາ 31 ທັນວາ 2025.
ນີ້ແມ່ນນະໂຍບາຍພິເສດ, ເພື່ອແນໃສ່ສ້າງບາດກ້າວບຸກທະລຸໃນການຫັນເປັນດິຈິຕອນແຫ່ງຊາດ, ປະຕິບັດບັນດາເປົ້າໝາຍພື້ນຖານໂຄງລ່າງ ເຕັກໂນໂລຢີດິຈິຕອນ ທີ່ກ້າວໜ້າ ແລະ ທັນສະໄໝ, ແລະ ຄຸ້ມຄອງ 5G ໃນທົ່ວປະເທດຮອດປີ 2030 ຂອງມະຕິ 57-NQ/TW.
ນັບແຕ່ນີ້ຮອດທ້າຍເດືອນ 12/2025, ກຸ່ມບໍລິສັດ Viettel ສືບຕໍ່ມຸ່ງໄປເຖິງຄວາມມຸ່ງມາດປາດຖະໜາຂອງຕົນ, ກໍ່ສ້າງສະຖານີໃໝ່ 23.500 ສະຖານີ, ເກືອບ 4 ເທົ່າຂອງຈຳນວນສະຖານີທີ່ໄດ້ຮັບການຕິດຕັ້ງໃນປີ 2024.
ດ້ວຍການຜັນຂະຫຍາຍໃໝ່, Viettel ຈະເປັນເຈົ້າຂອງເຄືອຂ່າຍ 5G ໃຫຍ່ທີ່ສຸດຢູ່ຫວຽດນາມ ດ້ວຍສະສົມ 30.000 ສະຖານີ, 5G ກວມເອົາ 90% ເຂດນອກ ແລະ 70% ເຂດພາຍໃນໃນທົ່ວປະເທດ, ນັບທັງຕົວເມືອງ ແລະ ຊົນນະບົດ.
“ມະຕິ 57 ຂອງກົມການເມືອງ, ສຸມໃສ່ຍູ້ແຮງບັນດາບາດກ້າວພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນແຫ່ງຊາດ, ໄດ້ສ້າງກຳລັງແຮງຂັບເຄື່ອນໃຫ້ Viettel. Viettel ຮັບຮູ້ຄວາມຮັບຜິດຊອບ ແລະ ສຸມທຸກແຫຼ່ງກຳລັງເພື່ອຜັນຂະຫຍາຍບັນດາພື້ນຖານໂຄງລ່າງເຄືອຂ່າຍ 5G ໂດຍໄວທີ່ສຸດ, ແມ່ນພື້ນຖານເຕັກໂນໂລຢີຮັບໃຊ້ລັດຖະບານ, ວິສາຫະກິດ ແລະ ປະຊາຊົນໃນວິວັດການຫັນເປັນດິຈິຕອນຢ່າງມີປະສິດທິຜົນ”. ຜູ້ອຳນວຍການກຸ່ມບໍລິສັດ Viettel./.
ທີ່ມາ: https://www.vietnamplus.vn/nha-mang-dau-tien-tai-viet-nam-sap-can-moc-30000-tram-5g-trong-nam-2025-post1081775.vnp










(0)