ຕອນບ່າຍວັນທີ 4/6, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກແຮງງານ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ Anthony Albanese ແລະ ຄະນະຜູ້ແທນຂັ້ນສູງ ອົດສະຕາລີ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ (1973-2023).
ທ່ານເລຂາທິການໃຫຍ່ໄດ້ຂອບໃຈທ່ານນາຍົກລັດຖະມົນຕີ Anthony Albanese ທີ່ມີຄຳເຫັນດີກ່ຽວກັບຫວຽດນາມ ແລະ ການພົວພັນລະຫວ່າງສອງປະເທດ, ຢືນຢັນຄວາມເຄົາລົບນັບຖືຂອງຫວຽດນາມ ໃນການພົວພັນຫວຽດນາມ - ອົດສະຕາລີ, ແລະ ຕີລາຄາສູງການພົວພັນຮ່ວມມືຢ່າງແໜ້ນແຟ້ນ, ແທດຈິງ ແລະ ຮອບດ້ານລະຫວ່າງ 2 ຝ່າຍໃນຊຸມປີມໍ່ໆມານີ້.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ ຫວຽດນາມ ແລະ ອົດສະຕາລີ ແມ່ນ 2 ປະເທດໃນພາກພື້ນ ອາຊີ - ປາຊີຟິກ, ມີຫຼາຍຈຸດຄ້າຍຄືກັນ. ການພົວພັນຂອງເຂົາເຈົ້າໄດ້ຜ່ານຫຼາຍໄລຍະແຫ່ງການພັດທະນາໃນ 50 ປີຜ່ານມາ, ໄດ້ຂະຫຍາຍ ແລະ ເລິກເຊິ່ງໃນການພົວພັນດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ເຕັກໂນໂລຢີ, ສຶກສາ - ບຳລຸງສ້າງ, ປ້ອງກັນຄວາມສະຫງົບ. ພິເສດ, ການພົບປະແລກປ່ຽນປະຊາຊົນ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອແມ່ນສະໜິດສະໜົມກັບຊາວ ຫວຽດນາມ ກ່ວາ 300.000 ຄົນພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອົດສະຕາລີ, ໃນນັ້ນມີນັກສຶກສາ ຫວຽດນາມ ນັບໝື່ນຄົນຮຽນຢູ່ ອົດສະຕາລີ. ບົນພື້ນຖານທີ່ສຳຄັນ ແລະ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມື, ການພົວພັນລະຫວ່າງສອງປະເທດມີແງ່ຫວັງພັດທະນາຢ່າງດີງາມໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງໝາກຜົນແຫ່ງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Anthony Albanese, ພິເສດແມ່ນຜ່ານການເຈລະຈາ ແລະ ການພົບປະຂອງທ່ານນາຍົກລັດຖະມົນຕີ ກັບບັນດາການນຳ ຫວຽດນາມ ແລະ ບັນດາຂໍ້ຕົກລົງສຳຄັນທີ່ບັນລຸໄດ້ລະຫວ່າງ 2 ປະເທດໃນໄລຍະການຢ້ຽມຢາມ. ຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ແລະ ການຢ້ຽມຢາມຂອງທ່ານ David Hurley ຜູ້ວ່າການລັດ ອົດສະຕາລີ ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ 2 ປະເທດ.
ທ່ານເລຂາທິການໃຫຍ່ໄດ້ສະແດງຄວາມເຫັນດີເຫັນພ້ອມກ່ຽວກັບທິດທາງພັດທະນາການພົວພັນ, ໃນນັ້ນມີການນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ເພີ່ມທະວີການຮ່ວມມື ແລະ ຍົກສູງປະສິດທິຜົນຂອງການປະຕິບັດບັນດາຂໍ້ຕົກລົງເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໂລກ. ທ່ານເລຂາທິການໃຫຍ່ຍັງໄດ້ຫວນຄືນບັນດາຄວາມຊົງຈຳອັນດີຕໍ່ການຢ້ຽມຢາມອົດສະຕາລີຄັ້ງກ່ອນ, ຂອງປະເທດ ແລະ ປະຊາຊົນອົດສະຕາລີ.
ທ່ານນາຍົກລັດຖະມົນຕີ Anthony Albanese ຂອບອົກຂອບໃຈທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ທີ່ໄດ້ສະຫລະເວລາມາຕ້ອນຮັບທ່ານ ແລະ ຄະນະ, ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານເລຂາທິການໃຫຍ່, ການນຳ ແລະ ປະຊາຊົນ ຫວຽດນາມ, ໂດຍຮັບຮູ້ວ່າ ສິ່ງນີ້ບໍ່ພຽງແຕ່ແມ່ນນ້ຳໃຈ ແລະ ຄວາມເຄົາລົບນັບຖືຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ອົດສະຕາລີ ອີກດ້ວຍ.
ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ອົດສະຕາລີ ເຄົາລົບບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ, ແລະ ການພົວພັນກັບຫວຽດນາມ. ຊົມເຊີຍ ຫວຽດນາມ ຕໍ່ກັບການປ່ຽນແປງອັນດີ ແລະ ຍິ່ງໃຫຍ່ທີ່ຕົນໄດ້ມາໃນການຢ້ຽມຢາມ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດທີ່ໜ້າປະທັບໃຈຂອງການພົວພັນ 2 ຝ່າຍ, ປະຈຸບັນແມ່ນການພົວພັນຄູ່ຮ່ວມມືຍຸດທະສາດ.
ທ່ານນາຍົກລັດຖະມົນຕີ Anthony Albanese ປາດຖະໜາການພົບປະແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກັບທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ບັນດາການນຳຫວຽດນາມ, ບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນລະດັບສູງ ແລະ ລະຫວ່າງບັນດາກະຊວງ, ຂະແໜງການຂອງ 2 ປະເທດໄດ້ສະແດງຄວາມເຊື່ອໝັ້ນຕໍ່ແງ່ຫວັງພັດທະນາຂອງການພົວພັນ, ປາດຖະໜາຢາກຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ທ່ານນາຍົກລັດຖະມົນຕີ ຢືນຢັນທັດສະນະຂອງອົດສະຕາລີ ກ່ຽວກັບຄວາມສຳຄັນຂອງການສ້າງສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ເຄົາລົບກົດໝາຍສາກົນ, ເອກະລາດ ແລະ ອະທິປະໄຕຂອງຊາດ, ການພົວພັນສະເໝີພາບ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ນະໂຍບາຍຂອງລັດຖະບານອົດສະຕຣາລີ ແລະ ແນວທາງເດີມຂອງພັກແຮງງານທີ່ຖືເປັນສຳຄັນການຊຸກຍູ້ການພົວພັນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.
ທ່ານນາຍົກລັດຖະມົນຕີ Anthony Albanese ໄດ້ເຊື້ອເຊີນທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ມາຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ ໃນຖານະເປັນແຂກຖືກເຊີນຂອງລັດຖະບານ ອົດສະຕາລີ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຂອບໃຈ ແລະ ຍິນດີຮັບເອົາຄຳເຊີນຂອງທ່ານນາຍົກລັດຖະມົນຕີ.
ທີ່ມາ










(0)