ເຂົ້າຮ່ວມພິທີມີບັນດາສະຫາຍ: ຫງວຽນດຶກແທ່ງ, ກໍາມະການສູນກາງພັກ, ເລຂາຄະນະພັກແຂວງ; ເຈີ່ນກວກນາມ, ຮອງເລຂາຄະນະພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ; ບັນດາສະຫາຍໃນຄະນະປະຈຳພັກແຂວງ ແລະ ການນຳບັນດາຄະນະ, ສາຂາ ແລະ ທ້ອງຖິ່ນ.
ສະຫາຍ: ຫງວຽນດຶກແທ່ງ, ກໍາມະການສູນກາງພັກ, ເລຂາຄະນະພັກແຂວງ; ທ່ານ ເຈີ່ນກວກນາມ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ມອບຂອງຂວັນໃຫ້ແກ່ຜູ້ຮັບເໝົາກໍ່ສ້າງ.
ໂຄງການຍ່ອຍ ຟານຣາງ-ເມືອງທ່າພະຈັນ ໄດ້ຈັດຕັ້ງປະຕິບັດແຕ່ປີ 2016 ແລະ ຈະສິ້ນສຸດໃນວັນທີ 30 ມິຖຸນາ 2024, ດ້ວຍມູນຄ່າການລົງທຶນທັງໝົດ 103,82 ລ້ານໂດລາສະຫະລັດ; ໃນນັ້ນ, ບ້ວງເງິນກູ້ຢືມຂອງທະນາຄານ ໂລກ 66,524 ລ້ານ USD, ທຶນສົມທົບ 31,432 ລ້ານ USD. ຈຸດປະສົງການລົງທຶນຂອງໂຄງການແມ່ນປັບປຸງສະພາບສຸຂາພິບານສິ່ງແວດລ້ອມ, ປັບປຸງສຸຂະພາບຂອງຊາວເມືອງ ໂດຍຜ່ານການກໍ່ສ້າງພື້ນຖານໂຄງລ່າງດ້ານເຕັກນິກ, ສ້າງພູມສັນຖານ “ສີຂຽວ-ສະອາດ-ສວຍງາມ”, ມຸ່ງໄປເຖິງການພັດທະນາຕົວເມືອງສະຫຼາດທັນສະໄໝ. ຕາມນັກລົງທຶນແລ້ວ, ມາຮອດປະຈຸບັນ, ໂຄງການທັງໝົດບັນລຸໄດ້ 78% ຍອດຈຳນວນເງິນລົງທຶນ 1.751/2.253 ຕື້ດົ່ງ, ມີ 13 ຊຸດກໍ່ສ້າງ ແລະ ຕິດຕັ້ງ; ໃນນັ້ນ, 4/13 ຊຸດໄດ້ສຳເລັດແລ້ວ, ບັນດາຊຸດທີ່ຍັງເຫຼືອພວມໄດ້ຮັບການກໍ່ສ້າງຢ່າງຮີບດ່ວນ, ພື້ນຖານບັນລຸຄວາມຄືບໜ້າທີ່ກຳນົດໄວ້.
ສະຫາຍ ເຈີ່ນກວກນາມ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ມອບຂອງຂວັນໃຫ້ກຳມະກອນ.
ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ໄດ້ຮັບຮູ້ ແລະ ຍ້ອງຍໍບັນດາຄວາມມານະພະຍາຍາມຂອງຜູ້ລົງທຶນ, ຈິດໃຈປະສານສົມທົບຢ່າງແໜ້ນແຟ້ນຂອງຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນ ໂດຍສະເພາະແມ່ນການໜູນຊ່ວຍຂອງປະຊາຊົນຢູ່ທ້ອງຖິ່ນ, ຊຸກຍູ້ການຜັນຂະຫຍາຍໂຄງການໃຫ້ບັນລຸໝາກຜົນຢ່າງຕັ້ງໜ້າ. ທ່ານເນັ້ນໜັກວ່າ: ນີ້ແມ່ນໂຄງການກຸ່ມ A, ເປັນໂຄງການສຳຄັນຂອງແຂວງ, ເປົ້າໝາຍຈະສຳເລັດໃນເດືອນ 6/2024 ແມ່ນສຳຄັນທີ່ສຸດ, ປະກອບສ່ວນສ້າງກຽດສັກສີ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນຂອງແຂວງໃຫ້ແກ່ທະນາຄານໂລກ, ດ້ວຍເຫດນີ້ຈຶ່ງສ້າງພື້ນຖານເພື່ອສືບຕໍ່ລະດົມ ແລະ ຮຽກຮ້ອງໃຫ້ມີບັນດາໂຄງການຕື່ມອີກ. ຕາມນັ້ນແລ້ວ, ບັນດານັກລົງທືນຕ້ອງເປີດຂະບວນການ “90 ວັນ, ຄືນ” ເພື່ອສ້າງບັນຍາກາດຄຶກຄື້ນໃນການກໍ່ສ້າງບັນດາລາຍການ, ສົມທົບກັບຜູ້ຮັບເໝົາກໍ່ສ້າງ, ໜ່ວຍງານທີ່ປຶກສາ ແລະ ກວດກາ ລະດົມບັນດາແຫຼ່ງກຳລັງ, ອຸປະກອນ, ເຄື່ອງຈັກ ແລະ ຊັບພະຍາກອນມະນຸດ ເພື່ອຜັນຂະຫຍາຍບັນດາຊຸດປະມູນທີ່ຍັງເຫຼືອ, ກຳນົດໃຫ້ສຳເລັດຕາມກຳນົດເວລາ, ວາງໂຄງການດຳເນີນງານໂດຍໄວ, ຮັບປະກັນການຊຸກຍູ້ສົ່ງເສີມພາຍຫຼັງການລົງທຶນຢ່າງມີປະສິດທິຜົນ.
ຮົ່ງລຳ
ທີ່ມາ






(0)