
ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ລົງນາມໃນມະຕິຕົກລົງຮັບຮອງເອົາໝາກຜົນການເລືອກຕັ້ງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ ອາຍຸການ 2021-2026 ໃຫ້ທ່ານ ເລວັນຢຸງ, ຮອງເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນ ສະພາແຫ່ງຊາດ ແຂວງ ກວາງນາມ. ການຕັດສິນໃຈນີ້ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 3 ກໍລະກົດ 2024.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 21 ມິຖຸນາ, ໜັງສືພິມ ດ່ານັ້ງເກື່ອງ ໄດ້ລາຍງານວ່າ, ສະພາປະຊາຊົນແຂວງກວາງນາມ ຊຸດທີ X ໄລຍະ 2021-2026 ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 23 ເພື່ອຜັນຂະຫຍາຍຂະບວນການບຸກຄະລາກອນຕາມອຳນາດການປົກຄອງຕົນ. ທ່ານ ເລວັນຢຸງ, ຮອງເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ກວາງນາມ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ ອາຍຸການ 2021-2026 ດ້ວຍຄະແນນສຽງ 100%.
ເປັນທີ່ຮູ້ກັນວ່າ: ທ່ານ ເລວັນຢຸງ ເກີດໃນວັນທີ 20/10/1966, ບ້ານເກີດເມືອງນອນ: ຕາແສງ ເກບິ່ງ, ເມືອງ ເຮີດຶກ, ແຂວງ ກວາງນາມ. ຄຸນນະສົມບັດດ້ານວິຊາຊີບ: ວິທະຍາໄລເສດຖະກິດກະສິກໍາ, ປະລິນຍາຕີ ການເມືອງ .
ກ່ອນຮັບຕຳແໜ່ງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ທ່ານ ເລວັນຢຸງ ໄດ້ດຳເນີນບັນດາຕຳແໜ່ງຄື: ເລຂາຄະນະຊາວໜຸ່ມເມືອງ, ຮອງປະທານຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເລຂາຄະນະພັກເມືອງ, ປະທານສະພາປະຊາຊົນແຂວງ ກວາງນາມ, ຫົວໜ້າຄະນະປະຈຳພັກແຂວງ ກວາງນາມ. ເລຂາຄະນະພັກແຂວງ ກວາງນາມ.
ທີ່ມາ: https://daidoanket.vn/ong-le-van-dung-lam-chu-tich-ubnd-tinh-quang-nam-10284729.html






(0)