ເຂດຊາລອງກອກ, ເມືອງ ເຕີນເຊີນ ແມ່ນມີນັກທ່ອງທ່ຽວໄປທ່ຽວຢ່າງຄຶກຄື້ນເນື່ອງໃນໂອກາດວັນທີ 30/4 ຫາວັນທີ 1/5.
ຈໍານວນແຂກທີ່ພັກປະມານ 24.300 ຄົນ, ເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ປີ 2023. ອັດຕາການເຂົ້າພັກສະເລ່ຍຂອງຫ້ອງແມ່ນປະມານ 59%. ຢູ່ເມືອງແທງຕຸ່ງ ແລະ ເຕີນເຊີນ, ອັດຕາຜູ້ພັກອາໄສໃນຊຸມມື້ສູງສຸດຂອງບາງສະຖານທີ່ພັກອາໄສແມ່ນຄາດຄະເນເຖິງ 90%. ຍອດລາຍຮັບຈາກການບໍລິການ ທ່ອງທ່ຽວ ຂອງແຂວງຄາດຄະເນບັນລຸກວ່າ 138 ຕື້ດົ່ງ.
ການດຳເນີນທຸລະກິດດ້ານການທ່ອງທ່ຽວ ແລະ ທີ່ພັກຂອງແຂວງໄດ້ຮັບການຮັບປະກັນຄວາມປອດໄພ, ຄວາມຕ້ອງການດ້ານການທ່ອງທ່ຽວ, ການພັກຜ່ອນ ແລະ ການບໍລິການຂອງປະຊາຊົນນັບມື້ນັບເພີ່ມຂຶ້ນ, ພື້ນຖານໂຄງລ່າງດ້ານເຕັກນິກການບໍລິການການທ່ອງທ່ຽວກໍ່ໄດ້ຮັບການຍົກລະດັບ. ນີ້ແມ່ນສັນຍານໃນແງ່ດີ ໃຫ້ຄຳໝັ້ນສັນຍາປັບປຸງຫຼາຍຢ່າງໃຫ້ແກ່ການທ່ອງທ່ຽວ Phu Tho .
ກວກອານ
(0)