ທີ່ການພົບປະ, ທ່ານ Cristiano Amon ໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງວ່ອງໄວຂອງຫວຽດນາມ, ຢືນຢັນວ່າ Qualcomm ເຊື່ອໝັ້ນບັນດາກາລະໂອກາດຮ່ວມມືກັບບັນດາຄູ່ຮ່ວມມືຫວຽດນາມ ແລະ ມີແງ່ຫວັງກ່ຽວກັບບັນດາການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ.
ຢູ່ຫວຽດນາມ, Qualcomm ໄດ້ຮ່ວມມືກັບ Viettel ເພື່ອຜະລິດສະຖານີໂທລະສັບມືຖື ORAN ລຸ້ນໃໝ່, ຮ່ວມມືກັບ VNPT ພັດທະນາລະບົບບໍລະອົດແບນ ແລະ ກັບ Vingroup ໃນການຜະລິດລົດຍົນ. ທ່ານ Cristiano Amon ກ່າວວ່າ: “ພວກຂ້າພະເຈົ້າໄດ້ຕັດສິນໃຈເລືອກເອົາ ຫວຽດນາມ ເປັນໜຶ່ງໃນບັນດາສູນ AI Hub ຂອງກຸ່ມ, ເພື່ອຮັບໃຊ້ບໍ່ພຽງແຕ່ຕະຫຼາດພາຍໃນປະເທດເທົ່ານັ້ນ ຫາກຍັງຢູ່ພາກພື້ນອີກດ້ວຍ”. ທ່ານຍັງໄດ້ປະກາດວ່າ, ຫວຽດນາມຈະກາຍເປັນສູນ R&D ທົ່ວໂລກຂອງ Qualcomm ພາຍຫຼັງກຸ່ມໄດ້ຊື້ Movian AI.
ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ໄດ້ຕີລາຄາສູງຄວາມຕັດສິນໃຈນີ້ ແລະ ຖືວ່າ ຫວຽດນາມ ມີແຫຼ່ງຊັບພະຍາກອນມະນຸດ STEM ອຸດົມສົມບູນ, ຍຸດທະສາດກາຍເປັນສູນກາງ IT ໃນທົ່ວໂລກ, ແລະ ລະບົບນິເວດວິສາຫະກິດເຕັກໂນໂລຊີພັດທະນາຢ່າງແຂງແຮງ. ລັດຖະບານ ຫວຽດນາມ ໄດ້ປະຕິບັດຫຼາຍນະໂຍບາຍໜູນຊ່ວຍວິສາຫະກິດ, ເປັນຕົ້ນແມ່ນໃຫ້ບຸລິມະສິດການຊື້ບັນດາຜະລິດຕະພັນເຕັກໂນໂລຢີສູງພາຍໃນປະເທດ, ຊຸກຍູ້ພາສີອາກອນໃຫ້ວິສາຫະກິດລົງທຶນໃນການຄົ້ນຄວ້າ.
ທ່ານລັດຖະມົນຕີກໍ່ເນັ້ນໜັກວ່າ: ຊາວ ຫວຽດນາມ ແມ່ນເໝາະສົມກັບບັນດາຂົງເຂດ ວິທະຍາສາດ , ເຕັກໂນໂລຢີ ແລະ ນະວັດຕະກຳ. ລັດຖະບານຫວຽດນາມ ມີຍຸດທະສາດຫັນປະເທດກາຍເປັນສູນ R&D ທົ່ວໂລກ ແລະ ຈະຝຶກອົບຮົບວິສະວະກອນຄຸນນະພາບສູງຕື່ມອີກ 100.000 ຄົນໃນປີ 2030. ບັນດາວິສາຫະກິດຫວຽດນາມ, ພິເສດແມ່ນ Viettel ມີຄວາມເພິ່ງພໍໃຈຕໍ່ Qualcomm, ຍ້ອນວ່າອຸປະກອນ 5G O-RAN ຂອງ Viettel ນຳໃຊ້ຊິບ Qualcomm ໄດ້ຮັບການຢັ້ງຢືນມາດຕະຖານແຫ່ງຊາດ.
ດ້ວຍນະໂຍບາຍໜູນຊ່ວຍການຜະລິດບັນດາຜະລິດຕະພັນເຕັກໂນໂລຊີສູງ, ລັດຖະບານ ຫວຽດນາມ ບໍ່ພຽງແຕ່ໜູນຊ່ວຍພັດທະນາເຕັກໂນໂລຊີເທົ່ານັ້ນ ຫາກຍັງບັນດາຜະລິດຕະພັນ, ດ້ວຍກົນໄກຄືນພາສີເຖິງ 4 ດົ່ງ ໃນທຸກໆ 10 ດົ່ງທີ່ໃຊ້ຈ່າຍໃຫ້ບັນດາຜະລິດຕະພັນເຕັກໂນໂລຢີ. ນະໂຍບາຍເຫຼົ່ານີ້ບໍ່ຂັດແຍ້ງກັບທຸລະກິດຊິບຂອງ Qualcomm.
ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ກໍ່ໄດ້ແບ່ງປັນຍຸດທະສາດພັດທະນາອຸດສາຫະກຳ semiconductor ແຫ່ງຊາດຕາມສູດ C = SET + 1 (S - chip specialized, E - electronics industry, T - STEM human resources), ມຸ່ງໄປເຖິງການຫັນ ຫວຽດນາມ ກາຍເປັນສູນກາງການຜະລິດ semiconductor ແລະ ແຫຼ່ງຊັບພະຍາກອນມະນຸດ. ທ່ານລັດຖະມົນຕີສະເໜີວ່າ Qualcomm ຄວນເປີດສູນຄົ້ນຄວ້າຊິບຢູ່ ຫວຽດນາມ ແລະ ໜູນຊ່ວຍບັນດາຜະລິດຕະພັນທີ່ໃຊ້ຊິບ Qualcomm, ພິເສດແມ່ນໃນຂົງເຂດ IoT.
ທ່ານ Cristiano Amon ສະເໜີສ້າງຕັ້ງຄະນະປະຕິບັດງານລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ Qualcomm ເພື່ອປຶກສາຫາລືບັນດາກາລະໂອກາດຮ່ວມມືຢ່າງລະອຽດ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ Qualcomm ຈະພ້ອມກັບ ຫວຽດນາມ ຍາດແຍ່ງກາລະໂອກາດຈາກການປ່ຽນແປງດ້ານເຕັກໂນໂລຢີທົ່ວໂລກ. Qualcomm ກໍ່ຫວັງວ່າຈະຊ່ວຍບັນດາຜະລິດຕະພັນເຕັກໂນໂລຊີຂອງຫວຽດນາມບັນລຸໂລກ.
ຕອບຄຳຖາມຂອງທ່ານລັດຖະມົນຕີກ່ຽວກັບບັນດາວິທີໜູນຊ່ວຍສະເພາະ, ທ່ານ Amon ໃຫ້ຮູ້ວ່າ Qualcomm ຈະສະໜອງ KPIs ເພື່ອວັດແທກບັນດາຜະລິດຕະພັນຂອງ Viettel ແລະ ແນະນຳບັນດາລະບົບນິເວດທົ່ວໂລກຂອງກຸ່ມ. ພ້ອມກັນນັ້ນ, Qualcomm ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ມຸ່ງໄປເຖິງຕະຫຼາດມືຖືໂດຍໃຊ້ AI.
ປະທານ Qualcomm ກໍ່ໄດ້ແບ່ງປັນເສັ້ນທາງທີ່ ຫວຽດນາມ ຄວນມຸ່ງໄປເຖິງບັນດາເຕັກໂນໂລຢີ, ພິເສດແມ່ນບັນດາເຕັກໂນໂລຢີທີ່ພົ້ນເດັ່ນ. ທ່ານແນະນຳວ່າ, ຫວຽດນາມ ຄວນສວຍໃຊ້ບັນດາການຜັນແປທີ່ນຳມາໂດຍ AI, ເພາະວ່າສູນຂໍ້ມູນປະຈຸບັນຕົ້ນຕໍແມ່ນໃຊ້ໃນການຝຶກອົບຮົມ AI ແລະ ຈະດຳເນີນການເຄື່ອນໄຫວ AI ໂດຍໄວ.
ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ໃຫ້ຮູ້ວ່າ: ພາຍຫຼັງ 40 ປີແຫ່ງການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI), ຫວຽດນາມ ພວມຜັນຂະຫຍາຍບັນດານະໂຍບາຍ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພວມຜັນຂະຫຍາຍບັນດາລະບຽບການກ່ຽວກັບແຮງຈູງໃຈ FDI, ປ່ຽນແປງຈາກແຮງຈູງໃຈໂດຍອີງໃສ່ຈຳນວນເງິນລົງທຶນຕາມລະດັບການໂອນເຕັກໂນໂລຊີ. ສະນັ້ນ, ການຂະຫຍາຍຕົວຂອງ Qualcomm ຂອງ R&D ຢູ່ຫວຽດນາມ ຈະໄດ້ຮັບການຊຸກຍູ້ຫຼາຍຢ່າງຈາກລັດຖະບານ.
ສິ້ນສຸດການພົບປະ, ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ແງ່ຫວັງການຮ່ວມມືລະຫວ່າງ Qualcomm, ຫວຽດນາມ ແລະ ບັນດາວິສາຫະກິດພາຍໃນປະເທດ, ປາດຖະໜາວ່າ “Qualcomm ປະສົບຜົນສຳເລັດຢູ່ ຫວຽດນາມ ແລະ ຈາກຜົນສຳເລັດນັ້ນ, ປະກອບສ່ວນເຮັດໃຫ້ ຫວຽດນາມ ປະສົບຜົນສຳເລັດ”.
ທີ່ມາ: https://doanhnghiepvn.vn/cong-nghe/qualcomm-chon-viet-nam-lam-trung-tam-ai-va-rd-toan-cau/20250815071838756






(0)