ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ Le Minh Hoan ​ແລະ ທ່ານ​ນາງ Florika Fink-Hooijer, ຫົວໜ້າ​ກົມ​ສິ່ງ​ແວດ​ລ້ອມ​ຂອງ​ຄະນະ​ກຳມະການ​ເອີ​ລົບ (EC) ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ.

ສາກ​ກອງ​ປະ​ຊຸມ.

ກອງ​ປະຊຸມ​ໄດ້​ຈັດ​ຕັ້ງ​ແລກປ່ຽນ​ຂໍ້​ມູນ​ທົ່ວ​ໄປ​ກ່ຽວ​ກັບ​ຂໍ້​ກຳນົດ​ໃໝ່​ຂອງ EU ກ່ຽວ​ກັບ​ບັນດາ​ຜະລິດ​ຕະພັນ​ປອດ​ປ່າ (EUDR), ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ທີ່​ລະບຽບ​ການ​ໃໝ່​ອາດ​ຈະ​ນຳ​ມາ​ໃຫ້​ອຸດສາຫະກຳ​ກາ​ເຟ ຫວຽດນາມ, ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ອຸດສາຫະກຳ​ປະຕິບັດ​ບັນດາ​ລະບຽບ​ການ​ໃໝ່​ໃນ​ໄລຍະ​ກະກຽມ​ຂອງ EU ​ໃນ​ໄລຍະ 18-24 ​ເດືອນ...

ການປູກກາເຟຢູ່ແຂວງ ກອນຕູມ .

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ Le Minh Hoan ​ເນັ້ນ​ໜັກ​ວ່າ: ລະບຽບ​ການ​ຕ້ານ​ການ​ຕັດ​ໄມ້​ທຳລາຍ​ປ່າ​ຂອງ​ເອີ​ລົບ (EUDR), ​ເມື່ອ​ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 31/12/2024 ຈະ​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ບັນດາ​ນັກ​ເຄື່ອນ​ໄຫວ​ໃນ​ຕ່ອງ​ໂສ້​ສະໜອງ​ຜະລິດ​ຕະພັນ​ໄມ້, ອຸດສາຫະກຳ​ຢາງພາລາ, ກາ​ເຟ. ລະບົບຕ່ອງໂສ້ການສະຫນອງຂອງອຸດສາຫະກໍາຈະປະເຊີນກັບສິ່ງທ້າທາຍຫຼາຍຢ່າງເພື່ອປະຕິບັດຕາມ EUDR, ໂດຍສະເພາະໃນບັນຫາຂໍ້ມູນສະຖານທີ່, ການຕິດຕາມ, ລະບົບການຕິດຕາມ, ແລະການຕອບໂຕ້ການຕ້ານການທໍາລາຍປ່າ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຖື​ວ່າ: ການ​ປະຕິບັດ​ລະບຽບ​ການ​ນີ້ ບໍ່​ພຽງ​ແຕ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ສຳຄັນ​ໄປ​ຍັງ​ຕະຫຼາດ EU ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ເລັ່ງລັດ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຂະ​ແໜງ ​ກະສິກຳ ຫວຽດນາມ ມຸ່ງ​ໄປ​ສູ່​ຄວາມ​ໂປ່​ງ​ໃສ, ມີ​ຄວາມ​ຮັບຜິດຊອບ, ຍືນ​ຍົງ ​ແລະ ​ເຕີບ​ໂຕ​ຂຽວ.

ທ່ານນາງ Florika Fink-Hooijer ເນັ້ນໜັກວ່າ: “EU ໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ພັດທະນາແບບຍືນຍົງ, ໂດຍສົມທົບບັນດາກຳລັງແຮງຂອງສອງຝ່າຍ, EU ແລະ ຫວຽດນາມ ມຸ່ງໄປເຖິງການແກ້ໄຂບັນຫາສິ່ງທ້າທາຍດ້ານສິ່ງແວດລ້ອມຢ່າງມີປະສິດທິຜົນກວ່າ, ປະກອບສ່ວນເຮັດໃຫ້ປະຊາຊົນ ຫວຽດນາມ ຈະເລີນຮຸ່ງເຮືອງ ແລະ ອະນຸລັກຮັກສາມໍລະດົກທຳມະຊາດທີ່ເປັນເອກະລັກສະເພາະຂອງປະເທດ,” ທ່ານນາງ Florika Fink-Hooijer ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ EU ໃນຄຳປາໄສທີ່ກອງປະຊຸມ.  

ຂ່າວ ແລະ ພາບ: NGUYEN KIEM