ກະຊວງກໍ່ສ້າງ ໃຫ້ຮູ້ວ່າ: ພາຍຫຼັງບັນດາແຂວງ, ນະຄອນ ສົມທົບກັນຢ່າງເປັນທາງການນັບແຕ່ວັນທີ 1 ກໍລະກົດ ເປັນຕົ້ນໄປ, ຄວາມຕ້ອງການການເດີນທາງພາຍໃນແຂວງ ໂດຍສະເພາະເຂດຕົວເມືອງເກົ່າ ເພີ່ມຂຶ້ນ, ສ້າງຄວາມກົດດັນຕໍ່ລະບົບການສັນຈອນທີ່ມີຄວາມໜາແໜ້ນຢູ່ແລ້ວ.
ເພື່ອຮັບປະກັນຄວາມປອດໄພໃນການສັນຈອນ ແລະ ຕອບສະໜອງຄວາມຕ້ອງການການເດີນທາງຂອງປະຊາຊົນ, ກະຊວງກໍ່ສ້າງ ສະເໜີໃຫ້ບັນດາທ້ອງຖິ່ນເພີ່ມທະວີການບຳລຸງຮັກສາ, ຍົກລະດັບ ຫຼື ຂະຫຍາຍເສັ້ນທາງເຊື່ອມຕໍ່ທີ່ມີຢູ່ແລ້ວ; ລະດົມທຶນລົງທຶນກໍ່ສ້າງທາງດ່ວນເຊື່ອມຕໍ່ບັນດາສູນປົກຄອງແຂວງຕາມແຜນການ ແລະ ສິດອຳນາດ.
ກະຊວງກໍ່ສ້າງກໍ່ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຈັດສັນແຫຼ່ງຊັບພະຍາກອນ, ເປັນຕົ້ນແມ່ນທຶນບຳລຸງສ້າງ, ປະຕິບັດວຽກງານຄຸ້ມຄອງ, ນຳໃຊ້, ຂຸດຄົ້ນ ແລະ ບຳລຸງຮັກສາບັນດາເສັ້ນທາງຫຼວງແຫ່ງຊາດແບບແບ່ງຂັ້ນຄຸ້ມຄອງ; ແລະ ສຶກສາແຜນການລົງທຶນເພື່ອພັດທະນາລະບົບການຂົນສົ່ງສາທາລະນະລະຫວ່າງຕົວເມືອງເຊັ່ນ: ລົດເມລະຫວ່າງພາກພື້ນ ແລະ ທາງລົດໄຟໃນຕົວເມືອງ.
ໂດຍສະເພາະ, ສໍາລັບເຂດຕົວເມືອງຄາດວ່າຈະມີຄວາມໜາແໜ້ນຂອງປະຊາກອນສູງ, ທ້ອງຖິ່ນຕ້ອງຮັບປະກັນພື້ນຖານໂຄງລ່າງທີ່ຈໍາເປັນເພື່ອຕອບສະໜອງຊີວິດການເປັນຢູ່ ແລະ ສະພາບແວດລ້ອມຂອງປະຊາຊົນ. ໂດຍສະເພາະບັນດາທ້ອງຖິ່ນຕ້ອງວາງແຜນ ແລະ ປົກປັກຮັກສາແຫຼ່ງນ້ຳໜ້າດິນທີ່ສຳຄັນໃຫ້ແກ່ການສະໜອງນ້ຳພາຍໃນປະເທດ, ລະບົບນ້ຳສະອາດ, ພື້ນຖານໂຄງລ່າງໃນການເກັບກຳ ແລະ ບຳບັດນ້ຳເສຍ, ສິ່ງເສດເຫຼືອ ແລະ ອື່ນໆ.
ກະຊວງກໍ່ສ້າງຍັງໃຫ້ຮູ້ວ່າ: ໄດ້ສ້າງຕັ້ງໂທລະສັບສາຍດ່ວນ, ພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອດ້ານວິຊາການ, ວິຊາສະເພາະ, ຕອບຄຳຊັກຖາມ, ຊີ້ນຳທ້ອງຖິ່ນໃນຂະບວນການປະຕິບັດຕົວແບບ 2 ຂັ້ນຂອງທ້ອງຖິ່ນ. ຖ້າຫາກວ່າມີຄວາມຈຳເປັນ, ກະຊວງກໍ່ສ້າງຈະມອບໃຫ້ພະນັກງານໄປຊ່ວຍເຫຼືອຢູ່ທ້ອງຖິ່ນໂດຍກົງ.
ທີ່ມາ: https://www.sggp.org.vn/tang-cuong-nang-luc-giao-thong-noi-tinh-sau-sap-nhap-dia-phuong-post803982.html
(0)