
ທີ່ການຕ້ອນຮັບ, ທ່ານຮອງປະທານ ກຳມາທິການເສດຖະກິດ ແລະ ການເງິນ Nguyen Huu Toan ໄດ້ຕີລາຄາສູງບັນດາການປະກອບສ່ວນແທດຈິງ ແລະ ມີປະສິດທິຜົນຂອງ JETRO ຢູ່ ຫວຽດນາມ ໃນການຊຸກຍູ້ການຮ່ວມມືດ້ານການລົງທຶນ ແລະ ການຄ້າລະຫວ່າງ 2 ປະເທດ.
ແນະນຳໝາກຜົນການສຳຫຼວດ ແລະ ການເຄື່ອນໄຫວຂອງ JETRO, ຫົວໜ້າຜູ້ຕາງໜ້າອົງການ JETRO ຢູ່ ຮ່າໂນ້ຍ Ozasa Haruhiko ໃຫ້ຮູ້ວ່າ, ຜົນການສຳຫຼວດວິສາຫະກິດ ຍີ່ປຸ່ນ ລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ ສະແດງໃຫ້ເຫັນວ່າ 56,1% ວິສາຫະກິດຢາກເປີດກວ້າງທຸລະກິດຢູ່ ຫວຽດນາມ ໃນ 1-2 ປີຕໍ່ໜ້າ, ແມ່ນອັດຕາທີ່ສູງທີ່ສຸດໃນພາກພື້ນ ອາຊຽນ. ສິ່ງດັ່ງກ່າວຍັງສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນຈຸດໝາຍດຶງດູດ ແລະ ເປັນໜ້າທີ່ສຳຄັນຂອງບັນດານັກລົງທຶນ ຍີ່ປຸ່ນ. ນອກຈາກນັ້ນ, ບັນດາວິສາຫະກິດ ຍີ່ປຸ່ນ ຍັງຕີລາຄາຂະໜາດຕະຫຼາດ ແລະ ທ່າແຮງການເຕີບໂຕຂອງ ຫວຽດນາມ ແມ່ນທ່າໄດ້ປຽບໃຫຍ່ທີ່ສຸດ, ພິເສດແມ່ນໃນສະພາບການທີ່ ຫວຽດນາມ ພວມມຸ່ງໄປເຖິງການເຕີບໂຕສອງຕົວເລກໃນໄລຍະຈະມາເຖິງ; ບັນດາມາດຖານຂອງສະຖານະ ການການເມືອງ ແລະ ສັງຄົມທີ່ໝັ້ນຄົງຂອງຫວຽດນາມ ລ້ວນແຕ່ລື່ນກາຍລະດັບສະເລ່ຍຂອງອາຊຽນ.

ໂດຍຖືວ່າ, ການດຶງດູດການລົງທຶນຈາກຕ່າງປະເທດແມ່ນໜຶ່ງໃນບັນດາປັດໄຈສຳຄັນໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ທ່ານຮອງປະທານກຳມາທິການເສດຖະກິດ ແລະ ການເງິນ ຍອມຮັບວ່າ ຜົນການສຳຫຼວດຂອງ JETRO ແມ່ນຂໍ້ມູນທີ່ສະທ້ອນເຖິງ ແລະ ໃນຂະນະນັ້ນກໍ່ແມ່ນແຫຼ່ງອ້າງອີງທີ່ມີປະໂຫຍດທີ່ສຸດສຳລັບບັນດາອົງການກຳນົດນະໂຍບາຍ, ໃນນັ້ນມີຄະນະກຳມະການເສດຖະກິດ ແລະ ການເງິນ ເພື່ອແນໃສ່ຕີລາຄາສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ.
ຄຽງຄູ່ກັນນັ້ນ, ຄວາມສ່ຽງຂອງສະພາບແວດລ້ອມແຫ່ງການລົງທຶນສະທ້ອນອອກມາຈາກບັນດາວິສາຫະກິດກໍ່ແມ່ນບັນດາບັນຫາທີ່ຕ້ອງເອົາໃຈໃສ່ທີ່ສຸດເພື່ອປັບປຸງລະບົບກົດໝາຍ, ອອກນະໂຍບາຍຫຼຸດຜ່ອນຄວາມສ່ຽງ ແລະ ສິ່ງທ້າທາຍໃຫ້ໜ້ອຍທີ່ສຸດ, ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ໂປ່ງໃສ ແລະ ເປີດກວ້າງໃຫ້ແກ່ບັນດານັກລົງທຶນຕ່າງປະເທດຢູ່ ຫວຽດນາມ.

ທ່ານຮອງປະທານກຳມາທິການເສດຖະກິດ ແລະ ການເງິນ ໃຫ້ຮູ້ວ່າ: ໃນປີ 2025, ຫວຽດນາມ ມີຫົວຄິດປະດິດສ້າງຢ່າງແຮງໃນການຊຸກຍູ້ການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ໜູນຊ່ວຍວິສາຫະກິດຕ່າງປະເທດ ແລະ ວາງຄາດໝາຍຕັດແຜນການບໍລິຫານ 30%. ຄາດວ່າ, ລັດຖະບານຫວຽດນາມ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບການຊຸກຍູ້ການລົງທຶນ FDI, ສຸມໃສ່ເຂົ້າໃນບັນດາຂົງເຂດສຳຄັນຄື: ການຜະລິດສີຂຽວ, ພະລັງງານຂຽວ, ເຕັກໂນໂລຊີໃໝ່ ແລະ ອື່ນໆ.
ດ້ວຍເຫດນີ້, ທ່ານຮອງປະທານກຳມາທິການເສດຖະກິດ ແລະ ການເງິນ ເຊື່ອໝັ້ນວ່າ: ໝາກຜົນຂອງການສຳຫຼວດ JETRO ໃນໄລຍະຈະມາເຖິງຈະສະແດງໃຫ້ເຫັນ “ຈຸດສະຫວ່າງ” ໃນຄວາມມານະພະຍາຍາມຂອງຫວຽດນາມ ໃນການສ້າງແລວທາງດ້ານກົດໝາຍທີ່ຈະແຈ້ງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດຂອງບັນດານັກລົງທຶນຕ່າງປະເທດ. ນອກນັ້ນ, ທ່ານຫວັງວ່າໃນໄລຍະຈະມາເຖິງ, ຈະມີນັກລົງທຶນຍີ່ປຸ່ນເຂົ້າຮ່ວມຕະຫຼາດຫວຽດນາມນັບມື້ນັບຫຼາຍຂຶ້ນ.
ຫົວໜ້າຜູ້ຕາງໜ້າ JETRO ປະຈຳ ຮ່າໂນ້ຍ Ozasa Haruhiko ຫວັງວ່າ ຈະພ້ອມກັບບັນດາອົງການຂອງ ຫວຽດນາມ ດຳເນີນບັນດາການເຄື່ອນໄຫວປະກອບສ່ວນເພີ່ມທະວີ ແລະ ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ; ເຊື່ອໝັ້ນວ່າ, ມະຕິເລກທີ 68-NQ/TW ຂອງກົມການເມືອງຈະຊ່ວຍໃຫ້ປະຊາຄົມວິສາຫະກິດ ຫວຽດນາມ ພັດທະນາຢ່າງແຂງແຮງ, ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ ຍີ່ປຸ່ນ.
ທີ່ມາ: https://daibieunhandan.vn/tang-cuong-thuc-day-hop-tac-dau-tu-thuong-mai-viet-nam-nhat-ban-10389593.html
(0)