ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຮຽກຮ້ອງບັນດາວິສາຫະກິດ ແລະ ກອງທຶນລົງທຶນທົ່ວໂລກ ແບ່ງປັນປະສົບການ, ໃຫ້ຄຳປຶກສາດ້ານນະໂຍບາຍ, ໃຫ້ບຸລິມະສິດການລະດົມແຫຼ່ງທຶນ, ເຂົ້າຮ່ວມຂະບວນການກໍ່ສ້າງ, ສົມທົບກັນລົງທຶນ ແລະ ພັດທະນາສູນການເງິນຢູ່ນະຄອນ ໂຮ່ຈີມິນ .
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາການນຳບັນດາວິສາຫະກິດຂ້າມຊາດ ແລະ ກອງທຶນການເງິນລົງທຶນຢູ່ ອາເມລິກາ. ພາບ: TTXVN
ກປ.ອອນໄລ - ຕອນບ່າຍວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນນິວຢອກ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ ແລະ ຮັບປະທານອາຫານຄ່ຳກັບບັນດາການນໍາບັນດາວິສາຫະກິດຫຼາຍປະເທດ ແລະບັນດາກອງທຶນລົງທຶນດ້ານການເງິນແຖວໜ້າຂອງ ອາເມລິກາ . ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້າບັນດາກອງທຶນລົງທຶນ ໃຫ້ຮູ້ວ່າ: ຫວຽດນາມ ພວມໄດ້ຮັບການຕີລາຄາຈາກບັນດາອົງການຈັດຕັ້ງສາກົນແມ່ນຈຸດພົ້ນເດັ່ນໃນການດຶງດູດການລົງທຶນ, ຄ່ອຍໆສົມທົບກັນຫຼາຍປັດໄຈເພື່ອພັດທະນາຕະຫຼາດການເງິນທັນສະໄໝ, ມຸ່ງໄປເຖິງການສ້າງຕັ້ງສູນກາງການເງິນ, ມີຄວາມສາມາດໃນການເຊື່ອມຕໍ່ກັບບັນດາສູນກາງການເງິນໃນພາກພື້ນ ແລະ ໃນ ໂລກ ຍ້ອນມີທ່າໄດ້ປຽບຫຼາຍຢ່າງ. ບັນດາຜູ້ແທນຖືວ່າ, ການສ້າງສູນການເງິນສາກົນໃຫ້ ຫວຽດນາມ ແມ່ນບັນຫາໃໝ່ ແລະ ສັບສົນ, ສະນັ້ນ, ການເລືອກເຟັ້ນຮູບແບບ ແລະ ວິທີການກໍ່ສ້າງສູນການເງິນຕ້ອງປະຕິບັດບົນພື້ນຖານການຄັດເລືອກເອົາບົດຮຽນສາກົນ. ຫຼັກການທີ່ສອດຄ່ອງແມ່ນຕ້ອງສ້າງ “ສະໜາມຫຼິ້ນ” ໃຫ້ບັນດານັກລົງທຶນສາກົນ, ມີກົດລະບຽບຮ່ວມມື, ເໝາະສົມກັບການປະຕິບັດຂອງສາກົນ (ກົນໄກດຳເນີນງານ, ພັດທະນາລະບົບນິເວດ, ແຮງຈູງໃຈ ແລະ ອື່ນໆ), ແຕ່ພ້ອມກັນນັ້ນ ຕ້ອງເໝາະສົມກັບເງື່ອນໄຂປະຕິບັດຂອງຫວຽດນາມ.ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: TTXVN
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ຈະສຸມໃສ່ຊຸກຍູ້ການເຕີບໂຕສີຂຽວ, ເສດຖະກິດ ດີຈີຕອນ, ເສດຖະກິດວົງຈອນ, ພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳເຂົ້າຮ່ວມຢ່າງເລິກເຊິ່ງກ່ວາອີກໃນໂຄງປະກອບການລົງທຶນ, ຄວາມເປັນລະບຽບຮຽບຮ້ອຍການຄ້າ ແລະ ຕ່ອງໂສ້ການສະໜອງທົ່ວໂລກ. ພ້ອມກັນນັ້ນ, ສືບຕໍ່ເປີດກວ້າງເສດຖະກິດ, ຫັນໄປສູ່ການດຶງດູດຄຸນນະພາບ ແລະ ສຸມໃສ່ລົງທຶນຕ່າງປະເທດ; ໜູນຊ່ວຍບັນດາວິສາຫະກິດພາຍໃນປະເທດຊຸກຍູ້ການລົງທຶນດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ກຳລັງການຜະລິດເພື່ອຕອບສະໜອງ ແລະ ເຂົ້າຮ່ວມການສະໜອງບັນດາວິສາຫະກິດລົງທຶນຕ່າງປະເທດ; ຊຸກຍູ້ການລົງທຶນພັດທະນາພື້ນຖານໂຄງລ່າງຍຸດທະສາດ, ສຳຄັນ, ໂຄງການຮີບດ່ວນທີ່ມີຜົນສະທ້ອນຢ່າງໃຫຍ່ຫຼວງ; ສຸມໃສ່ການຝຶກອົບຮົມຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ການປະຕິບັດບັນດາຂົງເຂດບຸລິມະສິດດັ່ງກ່າວລ້ວນແຕ່ຮຽກຮ້ອງບັນດາແຫຼ່ງກຳລັງການເງິນ, ການຮ່ວມມື, ແບ່ງປັນຊັບພະຍາກອນຈາກເພື່ອນມິດສາກົນ, ບັນດາວິສາຫະກິດຫຼາຍປະເທດ, ບັນດາແຫຼ່ງທຶນລົງທຶນໃຫຍ່ຢູ່ທົ່ວໂລກ ແລະ ອາເມລິກາ ເວົ້າສະເພາະ. ພິເສດແມ່ນປະສົບການ ແລະ ແຫຼ່ງທຶນຂອງອົງການຈັດຕັ້ງຕ່າງປະເທດ, ນັກລົງທຶນ, ບໍລິສັດຫຼາຍປະເທດ, ກອງທຶນລົງທຶນຂະໜາດໃຫຍ່ໃນໂລກແມ່ນມີຄວາມຈຳເປັນ ແລະ ສຳຄັນ ເພື່ອຊຸກຍູ້ການສ້າງ ແລະ ພັດທະນາສູນການເງິນ ແລະ ການເຄື່ອນໄຫວລົງທຶນໃນຂະແໜງອຸດສາຫະກຳ ແລະ ຂະແໜງການທີ່ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງເຊັ່ນ: ເສດຖະກິດສີຂຽວ, ເສດຖະກິດວົງວຽນ, ເສດຖະກິດດີຈີຕອນ, ການເງິນສີຂຽວ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດ ແລະ ກອງທຶນລົງທຶນທົ່ວໂລກ ແບ່ງປັນປະສົບການ, ແນະນຳນະໂຍບາຍ, ບຸລິມະສິດການລະດົມແຫຼ່ງທຶນ, ເຂົ້າຮ່ວມຂະບວນການກໍ່ສ້າງ, ສົມທົບກັນລົງທຶນ ແລະພັດທະນາສູນການເງິນຢູ່ນະຄອນ ໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີກ່າວວ່າ, ຫວຽດນາມ ພວມສືບຕໍ່ຊຸກຍູ້ການພັດທະນາຕະຫຼາດຫຼັກຊັບ ແລະ ຕະຫຼາດພັນທະບັດວິສາຫະກິດ. ບົນພື້ນຖານປະສົບການທີ່ມີຢູ່, ຫວຽດນາມ ຫວັງວ່າບັນດາວິສາຫະກິດ ແລະ ກອງທຶນລົງທຶນຈະແນະນຳ, ແບ່ງປັນປະສົບການ ແລະ ໜູນຊ່ວຍການກໍ່ສ້າງ ແລະ ພັດທະນາຕະຫຼາດປະເພດອື່ນຄື: ຕະຫຼາດສິດນຳໃຊ້ທີ່ດິນ, ວິທະຍາສາດ ແລະ ຕະຫຼາດແຮງງານ ແລະ ອື່ນໆ ຢ່າງໂປ່ງໃສ, ຜ່ານນັ້ນລະດົມແຫຼ່ງກຳລັງພັດທະນາ, ດຶງດູດການລົງທຶນໂດຍກົງ ແລະ ທາງອ້ອມ ແລະ ອື່ນໆ. ພາກລັດ ແລະ ເອກະຊົນທົ່ວປະເທດ ໄປສູ່ຄວາມໂປ່ງໃສ, ປະສິດທິຜົນສູງ ແລະ ການພັດທະນາແບບຍືນຍົງ. ຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດານັກລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ໝັ້ນຄົງ.laodong.vn






(0)