ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ Ito Naoki. ພາບ: ເຢືອງ/VNA
ຂອບໃຈຄະນະຜູ້ແທນຍີ່ປຸ່ນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍໂລກ 2030 (P4G) ຢູ່ ຫວຽດນາມ ໃນປີ 2025, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ການເຕີບໂຕຂຽວແມ່ນບັນຫາຮ່ວມຂອງບັນດາປະເທດໃນ ໂລກ , ໃນນັ້ນມີ ຫວຽດນາມ ແລະ ຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍມານະພະຍາຍາມລົງເລິກການພົວພັນມິດຕະພາບທີ່ເປັນມູນເຊື້ອ, ບົນພື້ນຖານຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຊຸກຍູ້ການປະຕິບັດຢ່າງມີປະສິດທິຜົນຂອງການພັດທະນາການ ພົວ ພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ.
ພິເສດແມ່ນລົງເລິກການພົວພັນຢ່າງມີປະສິດທິຜົນໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ຊຸກຍູ້ວິທະຍາສາດເຕັກໂນໂລຢີ, ການຫັນປ່ຽນດີຈີຕອນ, ການຮ່ວມມືຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ການຝຶກອົບຮົມຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຕ້ານການກໍ່ການຮ້າຍ, ຮັບປະກັນຄວາມປອດໄພທາງອິນເຕີເນັດ, ຍົກສູງກຳລັງຄວາມສາມາດ ແລະ ເສີມຂະຫຍາຍບົດບາດຂອງກຳລັງຮັກສາສັນຕິພາບສະຫະປະຊາຊາດ; ພິເສດ, ການຄ້າສອງຝ່າຍພວມພັດທະນາຢ່າງສົມກຽດ, ສະເໜີໃຫ້ສອງຝ່າຍຍັງເປີດກວ້າງຕະຫຼາດໃຫ້ບັນດາຜະລິດຕະພັນຂອງກັນອີກດ້ວຍ.
ໃຫ້ຮູ້ວ່າ, ບັນດາໂຄງການຮ່ວມມືກັບ ຍີ່ປຸ່ນ ຫວຽດນາມ ພວມຜັນຂະຫຍາຍຢ່າງຕັ້ງໜ້າ; ຫວຽດນາມ ວາງແຜນຈະເລີ່ມກໍ່ສ້າງບັນດາໂຄງການທີ່ເປັນສັນຍາລັກແຫ່ງການພົວພັນລະຫວ່າງສອງປະເທດຄື: ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ, ໂຮງໝໍ Cho Ray; ເພີ່ມທະວີການຮ່ວມມືດ້ານພະລັງງານ ໃນຂອບເຂດປະຊາຄົມອາຊຽນ ໂດຍບໍ່ມີການປ່ອຍອາຍພິດສຸດທິ (AZEC)..., ທ່ານນາຍົກລັດຖະມົນຕີ ຫວັງວ່າ ຍີ່ປຸ່ນ ຈະໜູນຊ່ວຍແຫຼ່ງທຶນ ແລະ ເຕັກໂນໂລຢີ, ຊຸກຍູ້ບັນດາວິສາຫະກິດ ຍີ່ປຸ່ນ ລົງທຶນເຂົ້າ ຫວຽດນາມ; ພ້ອມກັນນັ້ນ, ຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກຢູ່ໂຄງການກັ່ນຕອງ ແລະ ນ້ຳມັນເຊື້ອໄຟ Nghi Son - ສັນຍາລັກແຫ່ງການຮ່ວມມືລະຫວ່າງ 3 ປະເທດ ຫວຽດນາມ - ຄູເວດ - ຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ Ito Naoki. ພາບ: ເຢືອງ/VNA
ສະແດງຄວາມຂອບອົກຂອບໃຈ ແລະ ເນັ້ນໜັກວ່າ ODA ຂອງລັດຖະບານ ຍີ່ປຸ່ນ ມີຜົນດີຕໍ່ການພັດທະນາເສດຖະກິດ - ສັງຄົມຢູ່ ຫວຽດນາມ ໃນຊຸມປີມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຫວັງວ່າ ຍີ່ປຸ່ນ ຈະຕັ້ງໜ້າໜູນຊ່ວຍ ODA ຮຸ່ນໃໝ່ໃຫ້ຫວຽດນາມ ດ້ວຍບັນດາຂັ້ນຕອນທີ່ງ່າຍດາຍກວ່າ, ສຸມໃສ່ບັນດາໂຄງການສໍາຄັນ “ຫັນສະພາບການ ແລະປ່ຽນແປງລັດ”.
ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki ອວຍພອນ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຸດຍອດ P4G ປະສົບຜົນສຳເລັດ; ຖືວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະໃໝ່ - ຍຸກແຫ່ງການພັດທະນາປະເທດຊາດໄປສູ່ຄວາມຮັ່ງມີ, ວັດທະນາຖາວອນ, ສະນັ້ນ ຍີ່ປຸ່ນ ຈະຍັງຄົງເປັນຄູ່ຮ່ວມມືດີທີ່ສຸດຂອງຫວຽດນາມ ໃນຂະບວນການນີ້.
ທ່ານເອກອັກຄະລັດຖະທູດກ່າວວ່າ, ສອງປະເທດມີຫຼາຍຂົງເຂດຮ່ວມມື ແລະ ການພົວພັນນີ້ຈະໄດ້ຮັບການພັດທະນາບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ພວມພັດທະນາເປັນຢ່າງດີ. ຍີ່ປຸ່ນຖືເປັນສຳຄັນການເພີ່ມທະວີການຮ່ວມມືກັບຫວຽດນາມ.
ເຫັນດີກັບຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ຍີ່ປຸ່ນ ຈະສຸມໃສ່ໜູນຊ່ວຍຫວຽດນາມ ພັດທະນາພື້ນຖານໂຄງລ່າງຍຸດທະສາດຄື: ໂຄງການທາງລົດໄຟຄວາມໄວສູງ, ເສັ້ນທາງລົດໄຟໃນຕົວເມືອງ ແລະ ອື່ນໆ; ທ່ານສະເໜີໃຫ້ສອງຝ່າຍສືບຕໍ່ແລກປ່ຽນຂໍ້ມູນຂ່າວສານຢ່າງລະອຽດກວ່າເພື່ອໃຫ້ການຮ່ວມມືບັນລຸໄດ້ໝາກຜົນທີ່ດີທີ່ສຸດ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ Ito Naoki. ພາບ: ເຢືອງ/VNA
ຂອບໃຈທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ທີ່ໄດ້ໃຫ້ທິດຊີ້ນຳຢ່າງທັນການໃນການແກ້ໄຂຄວາມຫຍຸ້ງຍາກໃນບັນດາໂຄງການສຳຄັນທີ່ ຍີ່ປຸ່ນ ພວມປະຕິບັດຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫວັງວ່າລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ຈະສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດ, ປະຕິຮູບລະບຽບການບໍລິຫານ, ພິເສດແມ່ນບັນດາລະບຽບການຮັບປະກັນການສະໜອງໄຟຟ້າ; ແລະຫວັງວ່າຫວຽດນາມຈະເປີດປະຕູໃຫ້ແກ່ການນຳເຂົ້າໝາກໄມ້ຂອງຍີ່ປຸ່ນເຂົ້າຫວຽດນາມ. ທ່ານເອກອັກຄະລັດຖະທູດ ກໍ່ໃຫ້ຮູ້ວ່າ: ຍີ່ປຸ່ນ ພວມຕັ້ງໜ້າປັບປຸງສະພາບແວດລ້ອມເພື່ອສາມາດຮັບເອົາໄດ້ ແລະ ຫວັງວ່າຈະມີຊາວ ຫວຽດນາມ ມາເຮັດວຽກຢູ່ ຍີ່ປຸ່ນ ນັບມື້ນັບຫຼາຍຂຶ້ນ.
ຟ້າມທິບ (ສຳນັກຂ່າວສານຫວຽດນາມ)
ທີ່ມາ: https://baotintuc.vn/thoi-su/thu-tuong-pham-minh-chinh-tiep-dai-su-nhat-ban-tai-viet-nam-20250418194930223.htm
(0)