
ລັດຖະ ບານຫວຽດນາມ ໄດ້ສະເໜີໃຫ້ ສ.ເກົາຫຼີ ຊຸກຍູ້ບັນດາວິສາຫະກິດໃຫຍ່ລົງທຶນເຂົ້າບັນດາຂະແໜງການບຸລິມະສິດ.
ທີ່ນະຄອນຫຼວງເຊອູນ, ໄດ້ດຳເນີນກອງປະຊຸມຄັ້ງທີ 20 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ສ.ເກົາຫຼີ ກ່ຽວກັບການຮ່ວມມື ດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຢີ, ສຸມໃສ່ກວດກາຄືນບັນດາໝາກຜົນການຮ່ວມມືໃນ 3 ປີຜ່ານມາ ແລະ ປຶກສາຫາລືທິດທາງໃນໄລຍະຈະມາເຖິງ.
ຕາມນັ້ນແລ້ວ, ຫວຽດນາມ ໄດ້ສະເໜີໃຫ້ ສ.ເກົາຫຼີ ອຳນວຍຄວາມສະດວກໃຫ້ແກ່ສິນຄ້າຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ, ສະບຽງອາຫານ, ມຸ່ງໄປເຖິງວົງເງິນການຄ້າ 150 ຕື້ USD ໃນປີ 2030 ຕາມທິດຍືນຍົງກວ່າ. ຫວຽດນາມ ຫວັງວ່າ ສ.ເກົາຫຼີ ຈະຊຸກຍູ້ບັນດາວິສາຫະກິດໃຫຍ່ຄື Samsung, LG, SK, Hyosung ເພີ່ມທະວີການລົງທຶນໃນບັນດາຂົງເຂດບຸລິມະສິດຄື: ພື້ນຖານໂຄງລ່າງ, ເຕັກໂນໂລຢີສູງ, semiconductors, AI, ພະລັງງານທົດແທນ ແລະ ນະຄອນອັດສະລິຍະ. 2 ຝ່າຍເຫັນດີເປັນເອກະພາບສຸມໃສ່ຜັນຂະຫຍາຍບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ເມືອງ, ເຕັກໂນໂລຢີສູງ ແລະ ການສຶກສາ ໄລຍະ 2026-2030 ຢ່າງມີປະສິດທິຜົນ. ປະຈຸບັນ ສ.ເກົາຫຼີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງຫວຽດນາມ ແລະ ແມ່ນນັກລົງທຶນຕ່າງປະເທດໃຫຍ່ກວ່າໝູ່ຢູ່ ຫວຽດນາມ ດ້ວຍກ່ວາ 10.300 ໂຄງການທີ່ຖືກຕ້ອງ.
ໃນໄລຍະ 2026 – 2030, 2 ຝ່າຍມຸ່ງໄປເຖິງບັນດາໂຄງການບຸລິມະສິດສູງໃນບັນດາຂົງເຂດຄື: ການລົງທຶນພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຕົວເມືອງ, ພື້ນຖານໂຄງລ່າງເຕັກໂນໂລຢີສູງ, ການສຶກສາຊັ້ນສູງ ແລະ ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາໂຄງການໃໝ່ທີ່ສະເໜີໃຫ້ນຳໃຊ້ທຶນຮອນຈາກບັນດາສັນຍາໜູນຊ່ວຍ 200 ລ້ານ USD ແລະ 2 ສັນຍາກອບກູ້ທີ່ກ່າວມາຂ້າງເທິງ.
ຫວຽດນາມ ກໍ່ຮຽກຮ້ອງໃຫ້ ສ.ເກົາຫຼີ ສືບຕໍ່ເອົາໃຈໃສ່ ແລະ ຈັດສັນແຫຼ່ງທຶນ ODA ທີ່ບໍ່ສາມາດຄືນໄດ້ໃຫ້ ຫວຽດນາມ ເພື່ອຜັນຂະຫຍາຍໂຄງການປະດິດສ້າງຄົ້ນຄ້ວາ ແລະ ພັດທະນາ ຫວຽດນາມ (ໂຄງການ VKIST ໄລຍະ 2).
ທີ່ມາ: https://vtv.vn/thuc-day-hop-tac-thuong-mai-va-dau-tu-viet-nam-han-quoc-100251115064619456.htm






(0)