ຢູ່ທີ່ນີ້, ທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ຖືວ່າ, ຫວຽດນາມ ໄດ້ກຳນົດການພັດທະນາເຕັກໂນໂລຢີສູງ, ພິເສດແມ່ນຂະແໜງອຸດສາຫະກຳ semiconductor, ແມ່ນໜຶ່ງໃນບັນດາຂົງເຂດສ້າງບາດກ້າວບຸກທະລຸເພື່ອພັດທະນາ ແລະ ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກວ່າໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ. ໃນໄລຍະຈະມາເຖິງ, ຫວຽດນາມ ຈະກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນການເຊື່ອມຕໍ່ທີ່ສຳຄັນໃນຕ່ອງໂສ້ການສະໜອງການຜະລິດ semiconductor ໃນໂລກ.

ຄວາມຕັ້ງໃຈທີ່ຍິ່ງໃຫຍ່
ກ່າວຄຳເຫັນທີ່ກອງປະຊຸມ, ບັນດາຜູ້ແທນສາກົນລ້ວນແຕ່ເຫັນດີນຳກັນວ່າ ຫວຽດນາມ ມີທຸກເງື່ອນໄຂ ແລະ ປັດໃຈທີ່ຈຳເປັນເພື່ອພັດທະນາອຸດສາຫະກຳ semiconductor, ຈາກລະບົບ ການເມືອງ ທີ່ໝັ້ນຄົງ, ທີ່ຕັ້ງພູມສາດທີ່ເອື້ອອຳນວຍເຖິງແຫຼ່ງຊັບພະຍາກອນມະນຸດທີ່ອຸດົມສົມບູນໃນຂົງເຂດວິສະວະກຳເຕັກໂນໂລຢີ, ພັດທະນາພື້ນຖານໂຄງລ່າງດີຈີຕອນໃຫ້ນັບມື້ນັບພັດທະນາ. ຫວ່າງມໍ່ໆມານີ້, ລັດຖະບານຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການຮ່ວມມືດ້ານການລົງທຶນ ແລະ ພັດທະນາອຸດສາຫະກຳ semiconductor ຢູ່ ຫວຽດນາມ. ລັດຖະບານໄດ້ມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫລງຂ່າວ ແລະ ສື່ສານ, ບັນດາກະຊວງ, ຂະແໜງການອື່ນໆ ສ້າງແຜນປະຕິບັດງານ ແລະ ຍຸດທະສາດພັດທະນາອຸດສາຫະກຳນີ້ຢູ່ ຫວຽດນາມ, ຜັນຂະຫຍາຍໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດ ດ້ວຍເປົ້າໝາຍສ້າງຕັ້ງທີມງານວິສະວະກອນ 50.000 ຄົນໃຫ້ຂະແໜງອຸດສາຫະກຳນີ້ໃນປີ 2030.
ທ່ານລັດຖະມົນຕີ ຫງວຽນຈີ໋ຢຸງ ເນັ້ນໜັກວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນ ແລະກາລະໂອກາດຫຼາຍຢ່າງເພື່ອພັດທະນາລະບົບນິເວດອຸດສາຫະກຳ semiconductor ເຊັ່ນ: ມີກຳລັງແຮງງານທີ່ອຸດົມສົມບູນໃນຂະແໜງວິສະວະກຳ ແລະ ເຕັກໂນໂລຊີ ເໝາະສົມກັບອຸດສາຫະກຳ semiconductor; ໂດຍມີບັນດາໜ່ວຍຄົ້ນຄ້ວາ ແລະ ຝຶກອົບຮົມທີ່ມີຊື່ສຽງໃນຂົງເຂດ semiconductor ເຊັ່ນ: ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະ ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ, ມະຫາວິທະຍາໄລດານັງ, ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຮ່າໂນ້ຍ. ວິສາຫະກິດຂະໜາດໃຫຍ່ມີແຫຼ່ງກຳລັງ ແລະ ພ້ອມແລ້ວທີ່ຈະຮ່ວມມືພັດທະນາຂະແໜງອຸດສາຫະກຳ semiconductor ເຊັ່ນ: Viettel, VNPT, FPT, CMC … ຫວຽດນາມ ໄດ້ດຶງດູດບັນດາວິສາຫະກິດໃຫຍ່ໃນອຸດສາຫະກຳ semiconductor ຈາກ ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ, ບັນດາປະເທດເອີຣົບ, ໄຕ້ຫວັນ (ຈີນ)...
ຕາມທ່ານລັດຖະມົນຕີ ຫງວຽນຈີ໋ຢຸງ ແລ້ວ, ຫວຽດນາມ ພວມກໍ່ສ້າງຫຼາຍກົນໄກຊຸກຍູ້ການລົງທຶນທີ່ດຶງດູດໃຫ້ບັນດາວິສາຫະກິດ ແລະ ບັນດາບໍລິສັດ semiconductor. ບັນດາໂຄງການລົງທຶນ Semiconductor ໃນຂົງເຂດເຕັກໂນໂລຊີສູງແມ່ນໄດ້ຮັບແຮງຈູງໃຈສູງສຸດໃນຂອບເຂດຂອງກົດໝາຍຫວຽດນາມ. ຫວຽດນາມ ໄດ້ສ້າງຕັ້ງສູນປະດິດສ້າງແຫ່ງຊາດ (NIC) ແລະ 3 ເຂດເຕັກໂນໂລຊີສູງຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ນະຄອນ ດ່ານັງ ດ້ວຍເງື່ອນໄຂພື້ນຖານໂຄງລ່າງຄົບຊຸດ ພ້ອມແລ້ວທີ່ຈະຕ້ອນຮັບບັນດານັກລົງທຶນ semiconductor ດ້ວຍກົນໄກຈູງໃຈສູງ. NIC ແລະ ບັນດາເຂດເຕັກໂນໂລຊີສູງເຫຼົ່ານີ້ຈະເປັນຂົວຕໍ່ທີ່ສຳຄັນເພື່ອສະໜັບສະໜູນການພັດທະນາຂອງລະບົບນິເວດອຸດສາຫະກຳ semiconductor ຂອງຫວຽດນາມ.
“ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນລະບົບນິເວດນະວັດຕະກຳຂອງຂະແໜງອຸດສາຫະກຳ semiconductor ໃນໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ.
ໃນຂອບເຂດກອງປະຊຸມສຸດຍອດອຸດສາຫະກຳ Semiconductor ຫວຽດນາມ, ເຄືອຂ່າຍ Semiconductor ຫວຽດນາມ ໄດ້ເລີ່ມດຳເນີນຢ່າງເປັນທາງການ. ເມື່ອດຳເນີນການແລ້ວ, ເຄືອຂ່າຍ Semiconductor ຫວຽດນາມ ໄດ້ຮັບການຜັນຂະຫຍາຍເທື່ອລະກ້າວໃນການກຳນົດທິດພັດທະນາຂອງອຸດສາຫະກຳ Semiconductor ຢູ່ ຫວຽດນາມ, ເຮັດໃຫ້ ຫວຽດນາມ ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈໃນລະບົບນິເວດ Semiconductor ໃນພາກພື້ນ ແລະ ສາກົນ, ເສີມຂະຫຍາຍທີ່ຕັ້ງຂອງ ຫວຽດນາມ ໃນຕ່ອງໂສ້ມູນຄ່າໂລກ ແລະ ທັນສະໄໝ.
ນະໂຍບາຍດຶງດູດການລົງທຶນ ແລະ ຊັບພະຍາກອນມະນຸດ
ຕາມທ່ານ John Neuffer, ປະທານສະມາຄົມອຸດສາຫະກຳ Semiconductor ອາເມລິກາ ແລ້ວ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃນຂົງເຂດອຸດສາຫະກຳ semiconductor. ກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ຫວຽດນາມ ມີທ່າໄດ້ປຽບຫຼາຍຢ່າງຍ້ອນວ່າຄົນງານຫວຽດນາມ ມີຄວາມມານະພະຍາຍາມ ແລະ ດຸໝັ່ນ. ເຖິງຢ່າງໃດກໍຕາມ, ຄຸນະພາບຂອງແຮງງານໃນປະຈຸບັນຍັງບໍ່ພຽງພໍເພື່ອຮັບໃຊ້ອຸດສາຫະກຳຈຸລະພາກ. ຫວຽດນາມ ມີກາລະໂອກາດໃຫຍ່ເພື່ອພັດທະນາອຸດສາຫະກຳ semiconductor ແລະ ກາຍເປັນຕົວເຊື່ອມຕໍ່ທີ່ໃຫຍ່ກວ່າໃນຕ່ອງໂສ້ການຜະລິດ chip ໃນທົ່ວໂລກ ດ້ວຍການມີບັນດາວິສາຫະກິດເຕັກໂນໂລຊີຂະໜາດໃຫຍ່ໃນໂລກຄື Intel, Marvell... ຫວຽດນາມ ກໍ່ມີຄວາມມານະພະຍາຍາມຫຼາຍຢ່າງໃນການລົງທຶນໃນການຄົ້ນຄວ້າ ແລະ ພັດທະນາ. ໃນສະພາບການພັດທະນາຢ່າງແຂງແຮງຂອງການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ, ການມີໜ້າ ແລະ ການຮ່ວມມືຂອງບັນດາວິສາຫະກິດ ອາເມລິກາ ຈະປະກອບສ່ວນຊຸກຍູ້ຫວຽດນາມ ບັນລຸໄດ້ບັນດາຄາດໝາຍໃນຂົງເຂດອຸດສາຫະກຳ semiconductor.
ກ່ຽວກັບແຜນການຂອງ ຫວຽດນາມ ໃນການຝຶກອົບຮົມນັກວິສະວະກອນ 50.000 ຄົນໃນຂົງເຂດນີ້, ຕາມທ່ານ John Neuffer ແລ້ວ, ນີ້ແມ່ນຄວາມຕັດສິນໃຈທີ່ຖືກຕ້ອງ ແລະ ສຳຄັນທີ່ສຸດທີ່ຈະຕ້ອງໄດ້ຮັບການປະຕິບັດໂດຍໄວ. “ນັ້ນຈະແມ່ນສັນຍານອັນແຮງຕໍ່ໂລກວ່າ ຫວຽດນາມ ສືບຕໍ່ເປີດກ້ວາງການດຶງດູດການລົງທຶນ,” ທ່ານ John Neuffer ແນະນຳ.
ກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງເຕັກໂນໂລຊີ, ຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ, ທ່ານ ຫວູຫາຍກວນ ໃຫ້ຮູ້ວ່າ: ໂຮງຮຽນມີວິໄສທັດກາຍເປັນມະຫາວິທະຍາໄລແຖວໜ້າຂອງອາຊີ ໃນບັນດາຂົງເຂດນຳໜ້າ, ໃນນັ້ນມີຂະແໜງອຸດສາຫະກຳ semiconductor. ເປົ້າໝາຍການຝຶກອົບຮົມຂອງມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ ແມ່ນການຝຶກອົບຮົມນັກວິສະວະກອນພິເສດ 1.800 ຄົນ ແລະ ປະລິນຍາໂທ 500 ຄົນ ໃນປີ 2030. “ຂ້າພະເຈົ້າຫວັງວ່າລັດຖະບານຈະອອກຍຸດທະສາດພັດທະນາຊັບພະຍາກອນມະນຸດໃຫ້ຂະແໜງ semiconductor ໂດຍໄວ, ແລະ ຮ່ວມມືກັບບັນດາມະຫາວິທະຍາໄລສາກົນໃຫ້ມີບັນດາໂຄງການຝຶກອົບຮົມທີ່ມີຄຸນນະພາບ…”, ທ່ານ Vu Hai Quan ສະເໜີ.
ຕາມບັນດານັກຊ່ຽວຊານແລ້ວ, ຫວຽດນາມ ສາມາດຜັນຂະຫຍາຍຍຸດທະສາດ 3 ຢ່າງຄື: ສືບຕໍ່ຮັດແໜ້ນກຳລັງແຮງຂອງຫວຽດນາມ ໃນການອອກແບບ ແລະ ການຫຸ້ມຫໍ່ຊິບ semiconductor, ໃນນັ້ນມີການຊຸກຍູ້ການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ, ພິເສດແມ່ນບັນດານັກລົງທຶນຍຸດທະສາດທີ່ມີບົດບາດສຳຄັນໃນຕ່ອງໂສ້ມູນຄ່າ ແລະ ຕ່ອງໂສ້ການສະໜອງຂອງໂລກ; ຊຸກຍູ້ການສ້າງຕັ້ງບັນດາວິສາຫະກິດພາຍໃນປະເທດທີ່ມີຄວາມສາມາດພັດທະນາຜະລິດຕະພັນເອເລັກໂຕຣນິກ ແລະ ຊິບ "Make in Vietnam" ເພື່ອຮັບໃຊ້ຕະຫຼາດພາຍໃນປະເທດ, ກ້າວໄປສູ່ການສົ່ງອອກເທື່ອລະກ້າວ; ສະແຫວງຫາໂອກາດທີ່ຈະມີສ່ວນຮ່ວມຢ່າງເລິກເຊິ່ງໃນການຜະລິດຊິບ, ກ່ອນອື່ນໝົດແມ່ນເນັ້ນໃສ່ເທັກໂນໂລຍີການຜະລິດຊິບທີ່ໃຊ້ທົ່ວໄປເພື່ອຄ່ອຍໆດູດຊຶມ ແລະ ຊຳນານໃນການຜະລິດຊິບ. |
ທີ່ມາ













(0)