ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນລັດຖະສະພາເອີລົບ ຮັບຜິດຊອບການພົວພັນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ. (ທີ່ມາ: VGP) |
ຕອນບ່າຍວັນທີ 20 ມິຖຸນາ, ຢູ່ສໍານັກງານ ລັດຖະບານ , ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Daniel Caspary, ຫົວໜ້າຄະນະຜູ້ແທນລັດຖະສະພາເອີລົບ ທີ່ຮັບຜິດຊອບການພົວພັນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ, ພ້ອມດ້ວຍຄະນະທີ່ພວມຢ້ຽມຢາມຫວຽດນາມ.
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງເລິກເຊິ່ງ ແລະ ແທດຈິງຂອງການພົວພັນລະຫວ່າງ ຫວຽດນາມ - ອີຢູ ໃນໄລຍະຜ່ານມາ. ປະຈຸບັນ, EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນແຖວໜ້າຂອງ ຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ EU ໃນກຸ່ມ ອາຊຽນ.
ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ 2 ຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສຸມໃສ່ເຂົ້າໃນບັນດາຂົງເຂດທີ່ EU ມີທ່າໄດ້ປຽບ ແລະ ປະຕິບັດຕາມທ່າອ່ຽງທົ່ວໄປໃນປະຈຸບັນ ເພື່ອຮັບໃຊ້ການພັດທະນາສີຂຽວ, ພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອີຢູ ພັດທະນາຢ່າງເລິກເຊິ່ງກ່ວາອີກ; ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງສອງຝ່າຍ. ພ້ອມກັນນັ້ນ, ຕັ້ງໜ້າປະກອບສ່ວນຮັກສາ ສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ ແລະ ໃນໂລກ.
ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ທ່ານ Daniel Caspary ແລະຄະນະຜູ້ແທນກ່າວປາໄສສະໜັບສະໜູນຫວຽດນາມຍົກເລີກ “ບັດເຫຼືອງ IUU” ໃນຂະບວນການຫາປາຢູ່ທະເລຂອງຕົນ. ສິ່ງດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ຊີວິດການເປັນຢູ່ຂອງຊາວຫວຽດນາມທີ່ພວມໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກ “ບັດເຫຼືອງ IUU”.
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ແລະ ບັນດາຜູ້ແທນ. (ທີ່ມາ: VGP) |
ທີ່ການພົບປະ, ທ່ານ Daniel Caspary ແລະ ຄະນະໄດ້ຮັບຮູ້ ແລະ ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ. ຫຼັກຖານທີ່ຈະແຈ້ງທີ່ສຸດແມ່ນການລົງນາມ ແລະ ການມີຜົນບັງຄັບໃຊ້ຂອງສັນຍາການຄ້າເສລີ EVFTA ຂອງທັງສອງຝ່າຍໃນ 2 ປີຜ່ານມາ ແລະ ສັນຍາປົກປ້ອງການລົງທຶນ EVIPA ທີ່ກໍາລັງຈະເຂົ້າສູ່ໄລຍະຈັດຕັ້ງປະຕິບັດ.
ຫວຽດນາມ ກໍ່ໄດ້ຮັບຖືວ່າແມ່ນຕົວຢ່າງທີ່ດີເດັ່ນໃນການບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນການຫຼຸດຜ່ອນຄວາມທຸກຍາກ; ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI), ການພັດທະນາພື້ນຖານໂຄງລ່າງ, ແລະອື່ນໆ, ຫວຽດນາມ ກໍ່ຕັ້ງເປົ້າໝາຍໃຫ້ຄຳໝັ້ນສັນຍາບັນລຸການປ່ອຍອາຍພິດສຸດທິໃນປີ 2050.
ກ່ຽວກັບບັນຫາຍົກເລີກ “ບັດເຫຼືອງ IUU”, ທ່ານ Daniel Caspary ໃຫ້ຮູ້ວ່າ, ນີ້ແມ່ນບັນຫາສຳຄັນຂອງຫວຽດນາມ; ທ່ານຫວັງວ່າເນື້ອໃນນີ້ຈະໄດ້ຮັບໝາກຜົນໂດຍໄວຕາມຄວາມຄາດໝາຍຂອງສອງຝ່າຍ.
ທີ່ການພົບປະ, 2 ຝ່າຍໄດ້ປຶກສາຫາລືຫຼາຍບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ ແລະ ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.
ທີ່ມາ
(0)