ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ສະ​ພາ​ແຫ່ງ​ຊາດ ບຸ່ຍ​ວັນ​ເກື່ອງ ໄດ້​ແຈ້ງ​ໃຫ້ ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ອະ​ນຸ​ຍາດ​ໃຫ້​ດຳ​ເນີນ​ຄະ​ດີ, ກັກ​ຂັງ​ຊົ່ວ​ຄາວ, ຄົ້ນ​ຫາ​ທີ່​ຢູ່ ແລະ ບ່ອນ​ເຮັດ​ວຽກ; ​ແລະ ໂຈະ​ການ​ປະຕິບັດ​ໜ້າ​ທີ່ ​ແລະ ສິດ​ອຳນາດ​ຂອງ​ທ່ານ ​ເລ​ແທງ​ວັນ ຮອງ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຄົນ​ໜຶ່ງ.

W-Le Thanh Van.jpg
ທ່ານ ເລ​ແທງ​ວັນ. ພາບ: ຮວ່າງຮ່າ

ສະເພາະວັນທີ 10 ກໍລະກົດ, ຄະນະປະຈຳສະພາແຫ່ງຊາດ ໄດ້ຜ່ານມະຕິເລກທີ 1090, ເຫັນດີຕໍ່ຄຳຮຽກຮ້ອງຂອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ໃນການ ດຳເນີນຄະດີ, ກັກຂັງຊົ່ວຄາວ, ກວດຄົ້ນເຮືອນພັກ ແລະ ບ່ອນເຮັດວຽກຂອງ ທ່ານ ເລແທ່ງວັນ, ກຳມະການປະຈຳຄະນະບໍລິຫານງານພັກກະຊວງການເງິນ ແລະ ງົບປະມານແຫ່ງຊາດ ຊຸດທີ 15.

ພ້ອມ​ກັນ​ນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຍັງ​ໄດ້​ໂຈະ​ການ​ປະຕິບັດ​ໜ້າ​ທີ່ ​ແລະ ສິດ​ອຳນາດ​ຂອງ​ຮອງ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຄົນ​ໜຶ່ງ​ຕໍ່​ທ່ານ ​ເລ​ແທງ​ວັນ ນັບ​ແຕ່​ວັນ​ຕັດສິນ​ດຳ​ເນີນ​ຄະດີ​ຕໍ່​ຜູ້​ຖືກ​ກ່າວ​ຫາ.

ທ່ານ​ເລ​ແທງ​ວັນ​ເກີດ​ໃນ​ປີ 1964, ຢູ່ ​ແຂວງ​ແທງ​ຮ໋ວາ . ເປັນ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ 13, 14, 15 ແລະ ເປັນ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ການ​ເງິນ ແລະ ງົບ​ປະ​ມານ ສະ​ໄໝ​ທີ 14 ແລະ 15.