ພາຍຫຼັງພິທີໄວ້ອາໄລຢ່າງສຸດອົກສຸດໃຈ, ສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ 16 ທ່ານ ໄດ້ຖືກນຳສົ່ງກັບຄືນປະເທດ ເພື່ອພິທີໄວ້ອາໄລ ແລະ ຝັງສົບຜູ້ເສຍຊີວິດຢູ່ສຸສານ ນັກຮົບ ເສຍສະຫຼະຊີວິດເພື່ອຊາດ ແຂວງ ທູທຽນ-ເຫວ້.
ພິທີອາໄລຫານັກຮົບວິລະຊົນຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອເອກະລາດ ແລະ ເສລີພາບຂອງສອງປະເທດ. (ພາບ: TTXVN)
ຕາມນັກຂ່າວ VNA ປະຈຳລາວ, ຕອນເຊົ້າວັນທີ 17/5, ຢູ່ແຂວງສາລະວັນ (ພາກໃຕ້ລາວ), ໄດ້ຈັດພິທີສົ່ງຊາກສົບ ນັກຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ ທີ່ເສຍຊີວິດຢູ່ 2 ແຂວງສາລະວັນ ແລະ ເຊກອງໃນສົງຄາມກັບຄືນສູ່ບ້ານເກີດເມືອງນອນ, ຫວຽດນາມ.
ເຂົ້າຮ່ວມພິທີມີຜູ້ຕາງໜ້າການນຳແຂວງສາລະວັນ; ຜູ້ຕາງໜ້າສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ; ຜູ້ຕາງໜ້າກອງບັນຊາການທະຫານແຂວງ ເທື່ອທຽນ ເຫ້ວ ; ຜູ້ຕາງໜ້າບັນດາພາກສ່ວນທີ່ກ່ຽວຂ້ອງຂອງຫວຽດນາມ - ລາວ ແລະ ປະຊາຊົນແຂວງສາລະວັນເປັນຈຳນວນຫຼວງຫຼາຍ.
ໃນບັນຍາກາດອັນສັກສິດ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນບູຊາເພື່ອລະນຶກ ແລະ ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສຸດຈິດສຸດໃຈຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດອັນສູງສົ່ງ.
ພາຍຫຼັງພິທີໄວ້ອາໄລຢ່າງສຸດອົກສຸດໃຈ, ສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ 16 ທ່ານ ໄດ້ຖືກນຳສົ່ງກັບຄືນປະເທດ ເພື່ອພິທີ ໄວ້ອາໄລ ແລະ ຝັງສົບ ຜູ້ເສຍຊີວິດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຂວງ ທູທຽນ-ເຫວ້.
ການຄົ້ນຫາ ແລະ ຝັງຊາກ ສົບຂອງນັກຮົບເສຍສະຫຼະຊີວິດ ເພື່ອຊາດ ແມ່ນກິດຈະກໍາອັນສັກສິດ ສະແດງໃຫ້ເຫັນເຖິງຮີດຄອງປະເພນີການລະນຶກເຖິງແຫຼ່ງນໍ້າ ເມື່ອດື່ມນໍ້າ, ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບ, ຄວາມກະຕັນຍູ ແລະ ລະນຶກຢ່າງເລິກເຊິ່ງເຖິງການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາວິລະຊົນ; ຄ່ອຍໆຕອບສະໜອງຄວາມປາດຖະໜາຂອງຍາດຕິພີ່ນ້ອງ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ປະຊາຊົນໃນທົ່ວປະເທດ; ປະກອບສ່ວນ ສຶກສາມູນ ເຊື້ອປະຕິວັດ ແລະ ນ້ຳໃຈຮັກຊາດຂອງປະຊາຊົນຫວຽດນາມ - ລາວ./.
ທີ່ມາ
(0)