![]() |
ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫງວຽນແມ້ງຮຸ່ງ. (ພາບ: ກວາງຮ່ວາ) |
ທີ່ການໂອ້ລົມທາງໂທລະສັບ, ທ່ານຮອງລັດຖະມົນຕີ ຫງວຽນແມ້ງຮຸ່ງ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງເລຂາທິການໃຫຍ່ GCC ໃນການຊຸກຍູ້ການຮ່ວມມືລະຫວ່າງ GCC ກັບບັນດາຄູ່ຮ່ວມມື ແລະ ຂອບອົກຂອບໃຈທ່ານເລຂາທິການໃຫຍ່ ທີ່ມີຄວາມຮູ້ສຶກດີຕໍ່ຫວຽດນາມ.
ທ່ານເລຂາທິການໃຫຍ່ GCC ຊົມເຊີຍ ຫວຽດນາມ ໃນທ່າເຕີບໂຕ ແລະ ບັນດາຜົນງານທີ່ດີເດັ່ນໃນການພັດທະນາ ເສດຖະກິດ - ສັງຄົມ; ສະແດງຄວາມປະທັບໃຈຕໍ່ການເປັນກຽດທີ່ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ແລະ ຢືນຢັນວ່າ ທ່ານເລຂາທິການໃຫຍ່ ແລະ GCC ໂດຍທົ່ວໄປຖືເປັນສຳຄັນການພົວພັນກັບຫວຽດນາມ, ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຊຸກຍູ້ການພົວພັນໃນໄລຍະຈະມາເຖິງ.
2 ຝ່າຍໄດ້ຕີລາຄາສູງການພົວພັນລະຫວ່າງຫວຽດນາມ - GCC ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ, ໂດຍສະເພາະແມ່ນພາຍຫຼັງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Pham Minh Chinh ຢູ່ບັນດາປະເທດ GCC ແລະ ການຢ້ຽມຢາມຂອງບັນດາການນຳ GCC ຢູ່ ຫວຽດນາມ ເມື່ອບໍ່ດົນມານີ້.
ບົນຈິດໃຈນັ້ນ, ສອງຝ່າຍປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ, ພິເສດແມ່ນຍູ້ແຮງຂະບວນການເຈລະຈາສັນຍາການຄ້າເສລີ ຫວຽດນາມ - GCC, ການຄ້າ, ການລົງທຶນ, ການຮ່ວມມືວິທະຍາສາດ ແລະ ເຕັກໂນໂລຊີ, ເພີ່ມທະວີການເຊື່ອມຕໍ່ GCC - ອາຊຽນ, ໃນນັ້ນ ຫວຽດນາມ ພ້ອມແລ້ວທີ່ຈະມີບົດບາດເປັນຂົວຕໍ່, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ 2 ພາກພື້ນເລິກເຊິ່ງກວ່າອີກ.
ທ່ານເລຂາທິການໃຫຍ່ GCC ຢືນຢັນຄວາມພ້ອມທີ່ຈະໜູນຊ່ວຍ ຫວຽດນາມ ພັດທະນາລະບົບນິເວດ Halal; ຊຸກຍູ້ບັນດາວິສາຫະກິດ GCC ແລະ ບັນດາແຫຼ່ງທຶນລົງທຶນຊອກຫາກາລະໂອກາດຢູ່ ຫວຽດນາມ ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງການມີໜ້າຢູ່ໃນຕະຫຼາດ GCC.
2 ຝ່າຍໄດ້ເຫັນດີຮັກສາການພົບປະແລກປ່ຽນທຸກຂັ້ນເປັນປະຈຳ ແລະ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືບຸລິມະສິດທີ່ກ່າວມານີ້, ເພື່ອຜົນປະໂຫຍດຂອງຫວຽດນາມ, GCC ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມຂອງສອງພາກພື້ນ.
![]() |
ໃນການໂອ້ລົມທາງໂທລະສັບໃນວັນທີ 17/10 ລະຫວ່າງທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນແມ້ງຮຸ່ງ ແລະທ່ານເລຂາທິການໃຫຍ່ສະພາການຮ່ວມມືອ່າວ (GCC) Jasem Mohamed Albudaiwi. (ພາບ: ກວາງຮ່ວາ) |
ທີ່ມາ: https://baoquocte.vn/tiep-tuc-thuc-day-hop-tac-nhieu-mat-viet-nam-gcc-331305.html
(0)