
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໂອ້ລົມທາງໂທລະສັບກັບປະທານາທິບໍດີລັດເຊຍ Vladimir Putin. (ພາບ: TTXVN)
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊົມເຊີຍທ່ານປະທານາທິບໍດີ Putin ໄດ້ຮັບການເລືອກຕັ້ງຄືນໃໝ່ຈາກປະຊາຊົນລັດເຊຍ ເປັນປະທານາທິບໍດີ ສະຫະພັນ ລັດເຊຍ ອາຍຸການ 2024 – 2030 ດ້ວຍຄະແນນສຽງເປັນສະຖິຕິໃນປະຫວັດສາດສະໄໝໃໝ່ຂອງສະຫະພັນລັດເຊຍ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງປະຊາຊົນລັດເຊຍ ແລະ ສະໜັບສະໜູນທ່ານປະທານາທິບໍດີ Putin ໃນການນຳພາ ລັດເຊຍ ພັດທະນາໃນໄລຍະໃໝ່.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກໍ່ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງເຖິງທ່ານປະທານາທິບໍດີ Putin, ປະຊາຊົນ ລັດເຊຍ ແລະ ຍາດຕິພີ່ນ້ອງຂອງຜູ້ປະສົບເຄາະຮ້າຍຈາກເຫດກໍ່ການຮ້າຍຢູ່ ມົດສະກູ ໃນຕອນແລງວັນທີ 22 ມີນາ 2024.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນວ່າ, ຫວຽດນາມ ຕີລາຄາສູງການໜູນຊ່ວຍອັນໃຫຍ່ຫຼວງຂອງສະຫະພັນລັດເຊຍ ໃນອະດີດສະຫະພາບໂຊວຽດ ກໍ່ຄືປະຈຸບັນສຳລັບປະເທດ ແລະປະຊາຊົນຫວຽດນາມ; ເນັ້ນໜັກວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດາບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຕົນ.
ທ່ານປະທານປະເທດ ປູຕິນ ຂອບອົກຂອບໃຈທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ທີ່ໄດ້ຊົມເຊີຍ ແລະ ການຢ້ຽມຢາມຢ່າງທັນການ ແລະ ຄວາມເຫັນອົກເຫັນໃຈຂອງພັກ, ລັດ ແລະປະຊາຊົນຫວຽດນາມ ສໍາລັບການສູນເສຍຂອງປະຊາຊົນລັດເຊຍ ໃນເຫດການໂຈມຕີກໍ່ການຮ້າຍໃນວັນທີ 22 ມີນາ 2024. ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ແມ່ນເພື່ອນມິດ ແລະຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງສະຫະພັນລັດເຊຍ;
ທ່ານປະທານາທິບໍດີ Putin ສະແດງຄວາມດີໃຈຕໍ່ການພັດທະນາໃນທາງບວກຂອງການພົວພັນສອງປະເທດໃນທຸກຂົງເຂດ. ການນຳສອງທ່ານໄດ້ປຶກສາຫາລື ແລະ ເຫັນດີເປັນເອກະສັນກັນກ່ຽວກັບຫຼາຍທິດທາງໃຫຍ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງໃນບັນດາຂົງເຂດຄື: ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ວັດທະນະທຳ, ການທ່ອງທ່ຽວ ແລະ ອື່ນໆ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະແດງຄວາມເຄົາລົບເຊື້ອເຊີນທ່ານປະທານປະເທດ Putin ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໂດຍໄວ. ທ່ານປະທານາທິບໍດີ Putin ໄດ້ຮັບຄຳເຊີນຢ່າງດີໃຈ ແລະ ເຫັນດີວ່າ 2 ຝ່າຍຈະສົມທົບກັນຈັດຕັ້ງເວລາທີ່ເໝາະສົມ.
ທີ່ມາ






(0)