ຕອນເຊົ້າວັນທີ 9/10, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ To Lam ພ້ອມກັບຄະນະຜູ້ແທນຂັ້ນສູງປະເທດພວກເຮົາໄດ້ໄປຮອດສະໜາມບິນສາກົນພຽງຢາງ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງ ສປປ ເກົາຫຼີ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກແຮງງານ ສ.ເກົາຫຼີ Kim Jong.
ຕ້ອນຮັບທ່ານເລຂາທິການໃຫຍ່ To Lam ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນ, ຝ່າຍສ.ເກົາຫຼີ ມີ: ກຳມະ ການກົມການເມືອງ , ທີ່ປຶກສາແຫ່ງລັດ, ຫົວໜ້າກົມສາກົນສູນກາງພັກແຮງງານ ສ.ເກົາຫຼີ Kim Song Nam; ແລະທ່ານ Im Chon In ຮອງລັດຖະມົນຕີການຕ່າງປະເທດເກົາຫຼີເໜືອ.
ຝ່າຍຫວຽດນາມ, ມີ: ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສ.ເກົາຫຼີ Le Ba Vinh; ຜູ້ຕາງໜ້າບັນດາເຈົ້າໜ້າທີ່ ແລະ ພະນັກງານຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ.
ຢູ່ສະໜາມບິນສາກົນພຽງຢາງ, ບັນດາກອງກຽດຕິຍົດສອງແຖວໄດ້ຢືນຢູ່ສອງຝັ່ງຂອງຜ້າພົມແດງ. ກຳມະການກົມການເມືອງ, ທີ່ປຶກສາແຫ່ງລັດ, ຫົວໜ້າກົມສາກົນຂອງຄະນະກຳມະການສູນກາງພັກແຮງງານ ສ.ເກົາຫຼີ, ທ່ານ Kim Song Nam ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ To Lam ຢູ່ຕີນຂັ້ນໄດຂອງເຮືອບິນ. ເດັກຍິງຊາວເກົາຫຼີເໜືອຄົນໜຶ່ງໄດ້ມອບດອກໄມ້ໃຫ້ທ່ານເລຂາທິການໃຫຍ່ To Lam.
ທ່ານເລຂາທິການໃຫຍ່ To Lam ໄດ້ຍ່າງຕາມຜ້າພົມແດງ ແລະ ຈັບມືກັບບັນດາເຈົ້າໜ້າທີ່ ສປປ ເກົາຫຼີ ທີ່ມາຕ້ອນຮັບຄະນະ ແລະ ພະນັກງານສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ. ເດັກນ້ອຍ ເກົາຫຼີເໜືອ ໂບກທຸງ ແລະ ດອກໄມ້ ຕ້ອນຮັບທ່ານເລຂາທິການໃຫຍ່ To Lam ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ.
ເກົາຫຼີແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກທີ່ສ້າງການພົວພັນທາງການທູດກັບຫວຽດນາມ (ນັບແຕ່ປີ 1950). ນີ້ແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ໄດ້ຮັບການປູກຝັງຢ່າງລະມັດລະວັງຈາກປະທານ ໂຮ່ຈີມິນ, ປະທານປະເທດ Kim Il Sung ແລະ ບັນດາລຸ້ນຜູ້ນຳຂອງ 2 ປະເທດ.
ໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດ, ເກົາຫຼີເໜືອຍັງຢູ່ຄຽງຂ້າງແລະຊ່ວຍເຫຼືອຫວຽດນາມ. ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ໄປຄຽງຄູ່ກັບສປປ ເກົາຫຼີ ໃນໄລຍະຫຍຸ້ງຍາກ.
ການຢ້ຽມຢາມທາງລັດຖະກິດຢູ່ ສປປ ເກົາຫຼີ ຂອງທ່ານເລຂາທິການໃຫຍ່ To Lam ຄັ້ງນີ້ ດຳເນີນໄປໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 – 2025) ແລະ ປີມິດຕະພາບ ຫວຽດນາມ - ເກົາຫຼີເໜືອ 2025, ສະແດງໃຫ້ເຫັນຄວາມໝາຍຄວາມສຳຄັນຂອງສອງພັກ ແລະ ສອງລັດ ກໍຄືສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.
ການຢ້ຽມຢາມສືບຕໍ່ຢືນຢັນນະໂຍບາຍການຕ່າງປະເທດທີ່ສະໝ່ຳສະເໝີຂອງຫວຽດນາມ ໃນການຕີລາຄາສູງການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ./.
ທີ່ມາ: https://www.vietnamplus.vn/tong-bi-thu-to-lam-den-binh-nhuong-bat-dau-tham-cap-nha-nuoc-toi-trieu-tien-post1069079.vnp
(0)