ອະດີດການນຳຂັ້ນສູງຂອງລາວ ສະແດງຄວາມປິຕິຊົມຊື່ນ ແລະເປັນກຽດທີ່ໄດ້ພົບພໍ້ທ່ານເລຂາທິການໃຫຍ່ ໂຕ ເລີມ , ເພື່ອນສະໜິດສະໜິດຂອງປະຊາຊົນລາວ ໃນເວລາເດີນທາງມາຢ້ຽມຢາມ ສປປ ລາວ. ການຢ້ຽມຢາມໄດ້ດຳເນີນໄປໃນບັນຍາກາດອັນເບີກບານມ່ວນຊື່ນຂອງ ສປປ ລາວ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ເຊິ່ງເປັນກຳລັງໃຈອັນໃຫຍ່ຫຼວງຂອງ ສປປ ລາວ ແລະ ຍັງເປັນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງລັດ ແລະ ການນຳຂອງສອງປະເທດ.

ທ່ານເລຂາທິການໃຫຍ່ To Lam ໄດ້ໄປຢ້ຽມຢາມ ແລະ ອວຍພອນໃຫ້ອະດີດເລຂາທິການໃຫຍ່, ອະ ດີດປະທານ ປະເທດ ລາວ ຈູມມາລີ ໄຊຍະສອນ ມີສຸຂະພາບເຂັ້ມແຂງ. ພາບ: ທອງແຢດ-VNA
ບັນດາອະດີດການນຳຖືວ່າ ຍາມໃດກໍຕິດຕາມ ແລະ ພາກພູມໃຈຕໍ່ບັນດາຜົນງານຂອງຫວຽດນາມ ໃນທຸກຂົງເຂດພັດທະນາ ດ້ວຍລະດັບເຕີບໂຕດ້ານເສດຖະກິດແຖວໜ້າຂອງ ອາຊຽນ, ທີ່ຕັ້ງ ແລະ ບົດບາດຂອງຫວຽດນາມ ໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ, ໄດ້ສະແດງໃຫ້ເຫັນເຖິງການນຳພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ .
ບັນດາສະຫາຍໃຫ້ຮູ້ວ່າ: ຍາມໃດກໍ່ມີຄວາມສົນໃຈຕໍ່ສະພາບການຮ່ວມມືລະຫວ່າງ ລາວ-ຫວຽດນາມ, ແລະ ຍິນດີເຫັນວ່າ ການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງແຂງແຮງ, ບັນດາໂຄງການຍຸດທະສາດສືບຕໍ່ໄດ້ຮັບການປະຕິບັດ.
ເນື່ອງໃນໂອກາດນີ້, ບັນດາອະດີດການນຳລາວ ໄດ້ສົ່ງຄວາມເຄົາລົບນັບຖືອັນສູງສົ່ງມາຍັງບັນດາອະດີດການນຳ, ຜູ້ນຳຫວຽດນາມ; ຫວັງວ່າການນຳຂັ້ນສູງຂອງສອງປະເທດຈະສືບຕໍ່ສືບທອດຮີດຄອງປະເພນີເພື່ອແນໃສ່ຮັດແໜ້ນສາຍພົວພັນອັນດີງາມລະຫວ່າງສອງປະເທດ.

ທ່ານເລຂາທິການໃຫຍ່ To Lam ໄດ້ໄປຢ້ຽມຢາມ ແລະ ອວຍພອນໃຫ້ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ລາວ ຈູມມາລີ ໄຊຍະສອນ ມີສຸຂະພາບເຂັ້ມແຂງ. ພາບ: ທອງແຢດ-VNA
ທ່ານເລຂາທິການໃຫຍ່ To Lam ໄດ້ສະແດງຄວາມຮູ້ສຶກທີ່ໄດ້ພົບປະກັບບັນດາອະດີດການນຳ, ບັນດາເພື່ອນມິດທີ່ສະໜິດສະໜົມກັບຫວຽດນາມ ຍາມໃດກໍ່ມີຄວາມຮັກແພງ, ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃນທຸກສະພາບການ.
ທ່ານເລຂາທິການໃຫຍ່ໄດ້ຂອບອົກຂອບໃຈບັນດາອະດີດການນຳລາວທີ່ໄດ້ຕິດຕາມການພັດທະນາຂອງຫວຽດນາມ ແລະ ຄວາມຮັກແພງອັນດີງາມຂອງບັນດາການນຳຫວຽດນາມ ຕະຫຼອດລຸ້ນໄປ.
ທ່ານເລຂາທິການໃຫຍ່ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄວາມອວຍພອນອັນດີງາມຈາກບັນດາການນຳ, ອະດີດການນຳພັກ, ລັດ ຫວຽດນາມ ມາຍັງອະດີດການນຳຂອງລາວ.
ທ່ານເລຂາທິການໃຫຍ່ To Lam ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງທີ່ລາວບັນລຸໄດ້ໃນ 50 ປີແຫ່ງການສ້າງສາປະເທດຊາດ ແລະ 40 ປີແຫ່ງການປ່ຽນໃໝ່; ແລະເຄົາລົບການປະກອບສ່ວນອັນສຳຄັນຂອງອະດີດຜູ້ນຳຕະຫຼອດໄລຍະ.

ທ່ານເລຂາທິການໃຫຍ່ To Lam ຢ້ຽມຢາມ ແລະ ອວຍພອນໃຫ້ທ່ານອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ລາວ ບຸນຍັງ ວໍລະຈິດ ມີສຸຂະພາບເຂັ້ມແຂງ. ພາບ: ທອງແຢດ-VNA
ທ່ານເລຂາທິການໃຫຍ່ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ສະໜັບສະໜູນຢ່າງແຮງ ແລະ ຮອບດ້ານເພື່ອແນໃສ່ສ້າງການປ່ຽນແປງໃໝ່, ພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາ ແລະ ກໍ່ສ້າງປະເທດລາວ; ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ສປປ ລາວ ຈະຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ໃຫ້ສຳເລັດຜົນ ແລະ ສືບຕໍ່ພັດທະນາໃຫ້ຈະເລີນຮຸ່ງເຮືອງ.
ທ່ານເລຂາທິການໃຫຍ່ ໄດ້ແບ່ງປັນຄວາມປະທັບໃຈຕໍ່ມູນເຊື້ອຄວາມສາມັກຄີທົ່ວປວງຊົນ, ສະຕິປັນຍາຂອງພັກປະຊາຊົນ ປະຕິວັດລາວ, ກໍາລັງແຮງຂອງກໍາລັງປະກອບອາວຸດ ເມື່ອເປັນສັກຂີພິຍານພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 50 ປີ.
ທ່ານເລຂາທິການໃຫຍ່ To Lam ແບ່ງປັນວ່າ, ໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍໄດ້ເຫັນດີຍົກລະດັບການພົວພັນມິດຕະພາບ ຫວຽດນາມ - ລາວ ຂຶ້ນສູ່ລະດັບ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ໃນການຮ່ວມມືຮອບດ້ານ, ສະໜິດແໜ້ນຍຸດທະສາດ”, ສະແດງໃຫ້ເຫັນວິໄສທັດລວມ ແລະ ຜົນປະໂຫຍດຍຸດທະສາດຕິດພັນ, ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມຂອງສອງປະເທດ.

ທ່ານເລຂາທິການໃຫຍ່ To Lam ຢ້ຽມຢາມ ແລະ ອວຍພອນໃຫ້ທ່ານອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ລາວ ບຸນຍັງ ວໍລະຈິດ ມີສຸຂະພາບເຂັ້ມແຂງ. ພາບ: ທອງແຢດ-VNA
ອະດີດການນຳລາວ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ແມ່ນເພື່ອນມິດສະເໝີພາບ, ຢືນຢູ່ຄຽງຂ້າງລາວໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ກໍ່ຄືໃນການປັບປຸງ ແລະ ພັດທະນາປະຈຸບັນ.
2 ສະຫາຍເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງສອງປະເທດ, ສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ຈະນັບມື້ນັບພັດທະນາຢ່າງແຮງ ແລະ ເລິກເຊິ່ງ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດ.
ອະດີດການນຳລາວ ເນັ້ນໜັກວ່າ: ຈະຮັກສາຄວາມຊົງຈຳ ແລະ ຄວາມຮູ້ສຶກອັນອົບອຸ່ນທີ່ສຸດໃຫ້ແກ່ປະເທດ ແລະ ປະຊາຊົນຫວຽດນາມ, ແລະ ຫວັງວ່າບັນດາຜູ້ນຳລຸ້ນຫຼັງຈະສືບຕໍ່ບຳລຸງສ້າງສາຍພົວພັນແບບພິເສດນີ້, ສືບຕໍ່ເສີມຂະຫຍາຍປະສິດທິຜົນການຮ່ວມມື, ປະຕິບັດບັນດາສັນຍາ, ສົນທິສັນຍາສອງຝ່າຍ; ໂດຍສະເພາະແມ່ນເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາ ແລະ ເຜີຍແຜ່ໃຫ້ແກ່ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມຂອງສອງປະເທດກ່ຽວກັບມູນເຊື້ອອັນດີງາມທີ່ມີມາແຕ່ດົນນານຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ທ່ານເລຂາທິການໃຫຍ່ To Lam ຢ້ຽມຢາມ ແລະ ອວຍພອນໃຫ້ທ່ານອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ລາວ ບຸນຍັງ ວໍລະຈິດ ມີສຸຂະພາບເຂັ້ມແຂງ. ພາບ: ທອງແຢດ-VNA
ທ່ານເລຂາທິການໃຫຍ່ To Lam ໄດ້ສະແດງຄວາມຂອບໃຈຕໍ່ອະດີດການນຳລາວທີ່ໄດ້ຮັບການຕີລາຄາ, ຄວາມຮູ້ສຶກ ແລະ ການປະກອບສ່ວນອັນລ້ຳຄ່າ; ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດເພື່ອປົກປັກຮັກສາ ແລະ ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ; ໃຫ້ຄຳໝັ້ນສັນຍາຮ່ວມມືກັບລາວ ເພື່ອປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນບັນດາທິດທາງຍຸດທະສາດໃນການຮ່ວມມືດ້ານເສດຖະກິດ, ການປ້ອງກັນປະເທດ - ຄວາມໝັ້ນຄົງ, ວັດທະນະທຳ, ການສຶກສາ ແລະ ການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ບັນດາເນື້ອໃນໃໝ່ທີ່ບັນລຸໄດ້ພາຍຫຼັງການເຈລະຈາຂັ້ນສູງ.
ທ່ານເລຂາທິການໃຫຍ່ ໄດ້ແຈ້ງໃຫ້ອະດີດການນຳລາວ ຊາບກ່ຽວກັບກອງປະຊຸມຂັ້ນສູງລະຫວ່າງ 2 ພັກ ທີ່ຈະໄຂຂຶ້ນໃນຕອນບ່າຍວັນທີ 2 ທັນວາ ແລະ ຫຼັງຈາກນັ້ນ, 2 ປະເທດຈະຈັດກອງປະຊຸມຄະນະກຳມາທິການລະຫວ່າງລັດຖະບານໃນຕອນເຊົ້າວັນທີ 3 ທັນວາ ເພື່ອປະຕິບັດບັນດາໝາກຜົນທີ່ບັນລຸໄດ້ຈາກການເຈລະຈາຂັ້ນສູງ, ຖືວ່າ 2 ປະເທດມີບັນດາພື້ນຖານຊຸກຍູ້ການພົວພັນອັນດີງາມ, ເພີ່ມທະວີວົງເງິນການຄ້າໃຫ້ບັນລຸ 5 ຕື້ USD ໃນໄລຍະຈະມາເຖິງ; ຕົກລົງເຊື່ອມໂຍງຍຸດທະສາດ, ເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ທາງອາກາດ, ທາງລົດໄຟ, ທາງທະເລ; ເຊື່ອມຕໍ່ພະລັງງານ, ໂດຍສະເພາະແມ່ນພະລັງງານທົດແທນ, ພະລັງງານສະອາດ; ຍູ້ແຮງການຝຶກອົບຮົມພະນັກງານ, ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ.
ທ່ານເລຂາທິການໃຫຍ່ ຫວັງວ່າ ອະດີດການນຳລາວ ຈະສືບຕໍ່ເອົາໃຈໃສ່, ປະກອບສ່ວນ ແລະ ແບ່ງປັນປະສົບການອັນລ້ຳຄ່າ ເພື່ອແນໃສ່ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ; ອວຍພອນໃຫ້ເຂົາເຈົ້າ ແລະ ຄອບຄົວຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ ແລະ ໄດ້ເຊີນເຂົາເຈົ້າມາຢ້ຽມຢາມ ແລະ ພັກຜ່ອນຢູ່ຫວຽດນາມ.
ທີ່ມາ: https://daibieunhandan.vn/tong-bi-thu-to-lam-tham-cac-nguyen-lanh-dao-lao-10397920.html






(0)