NDO - ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ກູບາ ປະຈຳ ຫວຽດນາມ Orlando Nicolás Hernández Guillén ກ່ອນໝົດອາຍຸການ, ຄະນະເລຂາສູນກາງ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຕັດສິນໃຈມອບຫຼຽນກາ “ເພື່ອລຸ້ນໜຸ່ມ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ.
ຕອນເຊົ້າວັນທີ 1/11, ຢູ່ ຮ່າໂນ້ຍ , ໂດຍຕາງໜ້າໃຫ້ຄະນະເລຂາຄະນະຊາວໜຸ່ມສູນກາງ, ສະຫາຍ Bui Quang Huy, ກຳມະການສູນກາງພັກ, ເລຂາທິການໃຫຍ່ຜູ້ທີໜຶ່ງຄະນະຊາວໜຸ່ມສູນກາງ, ປະທານຄະນະກຳມະການຊາວໜຸ່ມແຫ່ງຊາດ ຫວຽດນາມ ໄດ້ມອບຫຼຽນໄຊ “ເພື່ອລຸ້ນໜຸ່ມ” ໃຫ້ແກ່ສະຫາຍ Orlando Nicolás Hernándezill.
ກ່າວຄຳເຫັນທີ່ພິທີມອບຫຼຽນໄຊ, ສະຫາຍ ບຸ່ຍກວາງຮຸຍ ໃຫ້ຮູ້ວ່າ: ດ້ວຍຄວາມເອົາໃຈໃສ່ ແລະ ຊີ້ນຳຂອງການນຳພັກ ແລະ ລັດ ຫວຽດນາມ ແລະ ກູບາ, ການຮ່ວມມື, ຄວາມສາມັກຄີ, ມິດຕະພາບລະຫວ່າງຄະນະຊາວໜຸ່ມກອມມູນິດ ແລະ ບັນດາອົງການຊາວໜຸ່ມ 2 ປະເທດໄດ້ຮັບການຊຸກຍູ້ ແລະ ເລິກເຊິ່ງກ່ວາອີກ ໃນໄລຍະມໍ່ໆມານີ້, ປະກອບສ່ວນພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ກູບາ.
ບັນດາໝາກຜົນທີ່ບັນລຸໄດ້ຂ້າງເທິງນັ້ນ ມີການປະກອບສ່ວນອັນດີຂອງ ທ່ານເອກອັກຄະລັດຖະທູດ Orlando Nicolás Hernández Guillén, ພິເສດແມ່ນໃນການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນລະຫວ່າງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສະຫະພັນຊາວໜຸ່ມກອມມູນິດກູບາ ແລະ ຮັກສາໂຄງການທຶນການສຶກສາປະຈຳປີຂອງລັດຖະບານ 2 ປະເທດໃຫ້ແກ່ຊາວໜຸ່ມ ແລະນັກສຶກສາ ຫວຽດນາມ - ກູບາ.
ບັນຍາກາດອັນສະໜິດສະໜົມໃນພິທີ. |
ສ່ວນທ່ານ Orlando Nicolás Hernández Guillén ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ຊາວໜຸ່ມ ຫວຽດນາມ ທີ່ມີຄວາມຮັກແພງອັນເປັນພິເສດທີ່ມີຕໍ່ປະເທດ ແລະ ປະຊາຊົນ ກູບາ.
ໂດຍສະແດງຄວາມເປັນກຽດທີ່ໄດ້ຮັບລາງວັນອັນສູງສົ່ງຂອງຄະນະຊາວໜຸ່ມສູນກາງ, ແມ່ນຫຼຽນກາ “ເພື່ອລຸ້ນໜຸ່ມ”, ທ່ານເອກອັກຄະລັດຖະທູດ Orlando Nicolás Hernández Guillén ຢືນຢັນວ່າ: ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ - ກູບາ ຍາມໃດກໍ່ດີ ແລະ ຈະນັບມື້ນັບສະໜິດສະໜົມກວ່າ, ດ້ວຍການປະກອບສ່ວນຂອງຊາວໜຸ່ມ 2 ປະເທດ ຜ່ານບັນດາການເຄື່ອນໄຫວແລກປ່ຽນ, ການຮ່ວມມື ແລະ ການແລກປ່ຽນຄະນະຜູ້ແທນ.
ທີ່ພິທີ, 2 ຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນໂດຍທົ່ວໄປ ແລະ ຊຸກຍູ້ການແລກປ່ຽນລະຫວ່າງຊາວໜຸ່ມບັນດາທ້ອງຖິ່ນຂອງ 2 ປະເທດເວົ້າສະເພາະ.
ທີ່ມາ: https://nhandan.vn/trao-ky-niem-chuong-vi-the-he-tre-tang-dai-su-cuba-tai-viet-nam-post842547.html






(0)