ບໍລິສັດນ້ຳມັນອາຍແກສຫວຽດນາມ (PV GAS) ໃຫ້ຮູ້ວ່າ, ແຕ່ວັນທີ 15 ມີນານີ້ຈະເລີ່ມສະໜອງອາຍແກັສທຳມະຊາດແຫຼວຢ່າງເປັນທາງການເພື່ອຮັບໃຊ້ການຜະລິດອຸດສາຫະກຳຕາມຮູບແບບການດຳເນີນທຸລະກິດລວມ LPG/CNG/LNG.
ໃນໄລຍະຈະມາເຖິງ, PV GAS ຈະເລີ່ມລົງມືກໍ່ສ້າງສາງ LNG ໄລຍະ 2 ດ້ວຍກຳລັງການຜະລິດ 3 ລ້ານໂຕນ/ປີ, ຄາດວ່າຈະດຳເນີນການໃນປີ 2026; ຜັນຂະຫຍາຍໂຄງການສາງທ່າກຳປັ່ນ LNG ສູນກາງ Son My ຢູ່ແຂວງ ບິ່ງທ້ວນ ດ້ວຍກຳລັງການຜະລິດ 6 ລ້ານໂຕນ/ປີ ແລະ ຜັນຂະຫຍາຍບັນດາໂຄງການລົງທຶນໃຫ້ສາງທ່າກຳປັ່ນ LNG ພາກກາງຢູ່ເຂດພາກເໜືອ ແລະ ພາກກາງ.
ດຶກຈູງ
ທີ່ມາ










(0)