ເມື່ອໄປຮອດສະໜາມບິນສາກົນນະຄອນຫຼວງປັກກິ່ງແລະສະໜາມບິນສາກົນ Daxing ປັກກິ່ງຂອງຈີນ, ນັກທ່ອງທ່ຽວຕ່າງປະເທດສາມາດດຳເນີນການຊຳລະເງິນໄດ້ຢ່າງສະດວກແລະວ່ອງໄວ.
ສະໜາມບິນທັງສອງແຫ່ງໄດ້ເປີດເຂດບໍລິການຊຳລະເງິນຢ່າງເປັນທາງການໃນວັນທີ 5 ກຸມພານີ້, ເພື່ອຕອບສະໜອງຄວາມຕ້ອງການການຊຳລະເງິນຕ່າງໆຂອງນັກທ່ອງທ່ຽວຕ່າງປະເທດ, ລວມທັງການຊື້ເຄື່ອງ, ການກິນອາຫານ ແລະ ການເຮັດທຸລະກຳດ້ວຍບັດທະນາຄານຕ່າງປະເທດ, ການຊຳລະເງິນຜ່ານມືຖື, ເງິນສົດ ແລະ ເງິນຢວນ.
ປະຈຸບັນ, ມີ 5 ຈຸດທຸລະກຳຂອງທະນາຄານ, ຕູ້ແລກປ່ຽນເງິນຕາ 7 ແຫ່ງ, ຕູ້ເອທີເອັມ 24 ໜ່ວຍ ແລະເຄື່ອງແລກປ່ຽນເງິນຕາ 1 ແຫ່ງຢູ່ສະໜາມບິນ 2 ແຫ່ງ. ບັດທະນາຄານຕ່າງປະເທດໄດ້ຮັບການຍອມຮັບໂດຍທຸລະກິດສ່ວນໃຫຍ່ຢູ່ທີ່ສະຫນາມບິນ.
ລຳ ຕາຍ
ທີ່ມາ
(0)