ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຫາກໍ່ລົງນາມໃນຂໍ້ຕົກລົງແຕ່ງຕັ້ງພົນໂທ ເລວັນເຮືອງ ຫົວໜ້າກົມພະນັກງານທະຫານ, ເສນາທິການໃຫຍ່ ໃຫ້ດຳລົງຕຳແໜ່ງຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ.

ເສນາທິການໃຫຍ່ແມ່ນອົງການບັນຊາການ ແລະ ຄວບຄຸມຂອງກອງທັບປະຊາຊົນ ແລະ ກອງກຳລັງປ້ອງກັນຕົນເອງ; ຈັດຕັ້ງ ແລະ ຊີ້ນຳການພັດທະນາກອງທັບປະຊາຊົນ ແລະ ກອງກຳລັງປ້ອງກັນຕົນເອງ, ແລະ ບັນຊາການປະຕິບັດງານ ທາງທະຫານ .

ເສນາທິການໃຫຍ່ປະກອບມີຫົວໜ້າເສນາທິການໃຫຍ່, ຮອງຫົວໜ້າເສນາທິການໃຫຍ່, ແລະ ພະແນກທີ່ຮັບຜິດຊອບດ້ານການປະຕິບັດງານ, ການຝຶກຊ້ອມການສູ້ຮົບ, ກຳລັງທະຫານ, ແລະອື່ນໆ.

ຫົວໜ້າເສນາທິການໃຫຍ່ - ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແມ່ນຜູ້ທີ່ແທນລັດຖະມົນຕີກະຊວງປ້ອງກັນປະເທດ ໃນການຄຸ້ມຄອງກິດຈະກຳຂອງກະຊວງປ້ອງກັນປະເທດ ໃນເວລາທີ່ລັດຖະມົນຕີບໍ່ຢູ່.

ຫົວໜ້າເສນາທິການໃຫຍ່ ຊີ້ນຳອົງການ ແລະ ໜ່ວຍງານພາຍໃຕ້ເສນາທິການໃຫຍ່ ພັດທະນາຍຸດທະສາດການທະຫານ; ວາງແຜນ ແລະ ປະຕິບັດແຜນການປ້ອງກັນປະເທດ; ເປັນປະທານໃນການປະສານງານ, ຊີ້ນຳ, ກວດກາ ແລະ ຊີ້ນຳບັນດາກະຊວງ, ອົງການລະດັບລັດຖະມົນຕີ ແລະ ຄະນະກຳມະການປະຊາຊົນທຸກຂັ້ນ ໃນການຈັດຕັ້ງປະບັດລະບຽບກົດໝາຍກ່ຽວກັບການປ້ອງກັນປະເທດ; ກວດກາ ແລະ ຊີ້ນຳບັນດາໜ່ວຍງານໃນການປະຕິບັດຕາມລະບຽບວິໄນທະຫານ, ກົດໝາຍຂອງລັດ ແລະ ຄຳສັ່ງຂອງລັດຖະມົນຕີກະຊວງປ້ອງກັນປະເທດ.

ຫົວໜ້າເສນາທິການໃຫຍ່ຄົນປັດຈຸບັນແມ່ນພົນເອກ ຫງວຽນ ເຕິນ ເກື່ອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

ແຫຼ່ງຂໍ້ມູນ: https://vietnamnet.vn/trung-tuong-le-van-huong-giu-chuc-pho-tong-tham-muu-truong-qdnd-viet-nam-2471927.html