ປະທານາທິບໍດີ ເກົາຫຼີໃຕ້ Yoon Suk Yeol ຈະຈັດກອງປະຊຸມສຸດຍອດຄັ້ງທຳອິດຂອງທ່ານກັບ ນາຍົກລັດຖະມົນຕີ ຄົນໃໝ່ຂອງຍີ່ປຸ່ນ ທ່ານ Ishiba Shigeru ໃນວັນທີ 10 ຕຸລານີ້, ແຕ່ກຸງໂຊລ ໄດ້ກ່າວຫາໂຕກຽວວ່າ ກີດຂວາງການເຄື່ອນໄຫວຄົ້ນຄວ້າ ອ້ອມຮອບໝູ່ເກາະທີ່ຂັດແຍ້ງກັນ.
ໝູ່ເກາະ Dokdo ທີ່ມີການຂັດແຍ້ງກັນຢູ່ທະເລຕາເວັນອອກຂອງສ.ເກົາຫຼີ ທີ່ຍີ່ປຸ່ນຍັງ ອ້າງຊື່ເອງ ແລະ ຮຽກຮ້ອງ Takeshima. |
ອົງການຂ່າວ Yonhap ຂອງເກົາຫຼີໃຕ້ ໄດ້ອ້າງເອົາຂໍ້ມູນຈາກ ໜ່ວຍຍາມຝັ່ງຂອງປະເທດ ທີ່ກ່າວວ່າ ຍີ່ປຸ່ນ ໄດ້ແຊກແຊງ ການເຄື່ອນໄຫວ ການຄົ້ນຄວ້າທາງທະເລ ຂອງກຸງໂຊລ ອ້ອມຮອບໝູ່ເກາະ ທີ່ມີການຂັດແຍ້ງ ທີ່ຕົນເອີ້ນວ່າ Dokdo ໃນຂະນະທີ່ ໂຕກຽວ ຍັງອ້າງເອົາອະທິປະໄຕ ແລະເອີ້ນ Takeshima ຫຼາຍກວ່າ 70 ເທື່ອ ໃນ 5 ປີຜ່ານມາ.
ຕາມນັ້ນແລ້ວ, ກຳປັ່ນລາດຕະເວນຍີ່ປຸ່ນໄດ້ຕິດຕາມກຳປັ່ນຄົ້ນຄວ້າ ວິທະຍາສາດ ຂອງສ.ເກົາຫຼີ. Yonhap ກ່າວຫາໂຕກຽວວ່າໄດ້ແຊກແຊງປະມານເຄິ່ງນຶ່ງຂອງຈຳນວນທັງໝົດ 131 ເທື່ອທີ່ກຸງໂຊລ ດຳເນີນການຄົ້ນຄວ້າຮອບໝູ່ເກາະ Dokdo/Takeshima ໃນ 5 ປີຜ່ານມາ.
ປີນີ້, ສ.ເກົາຫຼີໄດ້ດຳເນີນການສຶກສາ 12 ຄັ້ງມາຮອດທ້າຍເດືອນກໍລະກົດ, ໃນນັ້ນ, ຍີ່ປຸ່ນໄດ້ພະຍາຍາມສະກັດກັ້ນ 4 ຄັ້ງ. ຍີ່ປຸ່ນບໍ່ໄດ້ຕອບສະໜອງຂໍ້ມູນດັ່ງກ່າວ.
ການກ່າວຫານີ້ ໄດ້ມີຂຶ້ນໃນສະພາບການທີ່ມີຄວາມສົນໃຈ ຢູ່ໃນກອງປະຊຸມສຸດຍອດ ຄັ້ງທີ 1 ລະຫວ່າງ ປະທານາທິບໍດີ ເກົາຫຼີໃຕ້ Yoon Suk Yeol ແລະ ນາຍົກລັດຖະມົນຕີຄົນໃໝ່ ຍີ່ປຸ່ນ ທ່ານ Ishiba Shigeru ທີ່ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ ຢູ່ຂ້າງນອກຂອງກອງປະຊຸມສຸດຍອດ ອາຊຽນ+ ທີ່ນະຄອນຫລວງວຽງຈັນ.
ນຶ່ງອາທິດກ່ອນໜ້ານັ້ນ, ຜູ້ນຳທັງສອງໄດ້ໂອ້ລົມທາງໂທລະສັບຄັ້ງທຳອິດ, ປຶກສາຫາລືກ່ຽວກັບຄວາມຈຳເປັນຂອງການຮ່ວມມືສອງຝ່າຍ ກໍ່ຄືການຮ່ວມມືສາມຝ່າຍກັບສະຫະລັດ ເພື່ອຮັບມືກັບໄພຂົ່ມຂູ່ຈາກເກົາຫຼີເໜືອ.
ໃນການໂອ້ລົມທາງໂທລະສັບ, 2 ຝ່າຍໄດ້ເຫັນດີສືບຕໍ່ຮັກສາ “ການເຄື່ອນໄຫວທາງການທູດ” ເປັນປະຈຳ ແລະ ໄດ້ພົບປະເຈລະຈາຢ່າງກົງໄປກົງມາກ່ຽວກັບການພົວພັນລະຫວ່າງສອງປະເທດ ແລະ ບັນດາບັນຫາອື່ນໆທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ການພົວພັນລະຫວ່າງຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ຮັບການປັບປຸງດີຂຶ້ນພາຍຫຼັງປະທານາທິບໍດີ Yoon ຕັດສິນໃຈແກ້ໄຂຂໍ້ຂັດແຍ່ງອັນຍາວນານກ່ຽວກັບເລື່ອງການບັງຄັບໃຊ້ແຮງງານໃນສະໄໝສົງຄາມຂອງ ໂຕກຽວ ດ້ວຍການຊົດເຊີຍຜູ້ເຄາະຮ້າຍໂດຍບໍ່ໄດ້ຮຽກຮ້ອງໃຫ້ບໍລິສັດຍີ່ປຸ່ນປະກອບສ່ວນ.
ເຖິງຢ່າງໃດກໍຕາມ, ຂໍ້ຂັດແຍ່ງໝູ່ເກາະ Dokdo/Takeshima ຍັງຄົງເປັນແຫຼ່ງຄວາມເຄັ່ງຕຶງໃນການພົວພັນລະຫວ່າງ 2 ປະເທດ ໃນຂະນະທີ່ ໂຕກຽວ ສືບຕໍ່ຢືນຢັນສິດອະທິປະໄຕຂອງໝູ່ເກາະດັ່ງກ່າວ ດ້ວຍບັນດາເອກະສານ, ນະໂຍບາຍ, ຖະແຫຼງການສາທາລະນະ ແລະ ປຶ້ມແບບຮຽນ.
ເກົາຫຼີໄດ້ຄວບຄຸມໝູ່ເກາະ Dokdo ຢ່າງມີປະສິດທິຜົນ ພາຍຫຼັງການປົດປ່ອຍຈາກການປົກຄອງຂອງຍີ່ປຸ່ນແຕ່ປີ 1910-45.
ທີ່ມາ: https://baoquocte.vn/truoc-them-cuoc-gap-thuong-dinh-dau-tien-giua-led-han-quoc-va-nhat-ban-seoul-lam-nong-van-de-tranh-chap-lanh-tho-289517.html
(0)