ຫວຽດນາມ ແລະ ສະວິດ ໄດ້ເຫັນດີເປັນເອກະສັນກັນຍົກສູງການພົວພັນລະຫວ່າງສອງປະເທດຂຶ້ນສູ່ຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ, ສະແດງໃຫ້ເຫັນບັນດາບຸລິມະສິດຮ່ວມມືໃນປະຈຸບັນ.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 55 ຂອງເວທີປາໄສ ເສດຖະກິດ ໂລກ (WEF) ຢູ່ Davos, ວັນທີ 21 ມັງກອນ 2025, ທ່ານນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຟ້າມມີງຈີງ ໄດ້ເຈລະຈາກັບທ່ານ Karin Keller-Sutter ປະທານສະຫະພັນສະຫະພັນສະວິດ.
ການນຳສອງທ່ານໄດ້ແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ, ສະພາບການຢູ່ແຕ່ລະປະເທດ ແລະ ບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເນັ້ນໜັກເຖິງຄວາມສຳຄັນຂອງການສົນທະນາ ແລະ ການຮ່ວມມືບົນຈິດໃຈມິດຕະພາບ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນ.
ທ່ານປະທານປະເທດ Karin Keller-Sutter ໄດ້ຕີລາຄາສູງບົດບາດນັບມື້ນັບໃຫຍ່ຂອງຫວຽດນາມ ໃນຖານະເປັນຄູ່ຮ່ວມມືສຳຄັນໃນພາກພື້ນຂອງສະວິດ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານກັບ ສະວິດ. 2 ຝ່າຍເຫັນດີເປັນເອກະສັນກັນຍົກສູງການພົວພັນລະຫວ່າງສອງປະເທດຂຶ້ນສູ່ຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ, ສະແດງໃຫ້ເຫັນບັນດາບຸລິມະສິດຮ່ວມມືໃນປະຈຸບັນ.
ແບ່ງປັນຄວາມຮັບຮູ້ກ່ຽວກັບບົດບາດໃຈກາງຂອງການຮ່ວມມືດ້ານເສດຖະກິດໃນການພົວພັນສອງຝ່າຍ, ການນຳ 2 ປະເທດໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຂຸດຄົ້ນບັນດາກາລະໂອກາດໃໝ່ເພື່ອນຳໃຊ້ເຂົ້າໃນການສົມທົບກັນລະຫວ່າງ 2 ພື້ນຖານເສດຖະກິດຢ່າງມີປະສິດທິຜົນ.
2 ຝ່າຍເຫັນດີເພີ່ມທະວີຄວາມມານະພະຍາຍາມ ແລະ ດຳເນີນບັນດາບາດກ້າວຢ່າງແທດຈິງເພື່ອສິ້ນສຸດການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະມາຄົມການຄ້າເສລີເອີລົບ (EFTA).
ທ່ານປະທານາທິບໍດີ Karin Keller-Sutter ໃຫ້ຮູ້ວ່າ, ສະວິດ ສືບຕໍ່ສະໜັບສະໜູນ ຫວຽດນາມ ຜ່ານໂຄງການຮ່ວມມືພັດທະນາ 2025 – 2028 ພາຍໃຕ້ການໜູນຊ່ວຍຂອງ ກົມເສດຖະກິດແຫ່ງລັດ ສະວິດ, ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນພື້ນຖານເສດຖະກິດທີ່ມີລາຍຮັບສູງແບບຍືນຍົງ ແລະ ເປັນເອກະລາດ.
2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການເຈລະຈາ ແລະ ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄືຫົວຄິດປະດິດສ້າງ, ການເງິນສີຂຽວ, ຊັບສິນທາງປັນຍາ, ແລກປ່ຽນບົດຮຽນໃນການກໍ່ສ້າງ ແລະ ພັດທະນາສູນການເງິນສາກົນຢູ່ຫວຽດນາມ.
ຮັບຮູ້ໄດ້ຜົນປະໂຫຍດຂອງການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳ, ສອງຝ່າຍເຫັນດີຈະສືບຕໍ່ພິຈາລະນາທ່າແຮງບົ່ມຊ້ອນເພື່ອຜັນຂະຫຍາຍບັນດາຂໍ້ລິເລີ່ມຮ່ວມມືດ້ານການສຶກສາ, ໂຄງການຝຶກອົບຮົມ ແລະ ການຮ່ວມມືດ້ານການທ່ອງທ່ຽວ. ພ້ອມທັງເຫັນດີກຳນົດນະວັດຕະກຳ, ວິທະຍາສາດ ແລະ ເຕັກໂນໂລຢີ ແລະ ການແລກປ່ຽນຄວາມຮູ້ເປັນຂົງເຂດບຸລິມະສິດໃຫ້ແກ່ການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.
2 ຝ່າຍຢືນຢັນວ່າ, ການພົບປະແລກປ່ຽນປະຊາຊົນ ແລະ ປະຊາຄົມຊາວຫວຽດນາມ ແລະ ສະວິດ ດຳລົງຊີວິດຢູ່ແຕ່ລະປະເທດຖືເປັນສຳຄັນການຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ສ້າງຂົວຕໍ່ລະຫວ່າງ 2 ປະເທດ.
ສອງຝ່າຍໄດ້ຮັບຮູ້ບັນດາກາລະໂອກາດຊຸກຍູ້ການປະດິດສ້າງ, ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ໃນນັ້ນມີການພົວພັນຄູ່ຮ່ວມມືລະຫວ່າງບັນດາສະຖາບັນຄົ້ນຄວ້າ ແລະ ບັນດາຂໍ້ລິເລີ່ມຮ່ວມເພື່ອໜູນຊ່ວຍການພັດທະນາວິທະຍາສາດ, ເປັນຕົ້ນແມ່ນບັນດາຂໍ້ລິເລີ່ມເພື່ອສະໜອງທຶນສົມທົບກັບບັນດາການເຄື່ອນໄຫວຄົ້ນຄວ້າວິທະຍາສາດຜ່ານກອງທຶນວິທະຍາສາດແຫ່ງຊາດ Swiss National Science and Technology Foundation (NAFOSTED).
ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການເພີ່ມທະວີຄວາມມານະພະຍາຍາມແກ້ໄຂສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະ ຊຸກຍູ້ການທົນທານຕໍ່ດິນຟ້າອາກາດ, ສອດຄ່ອງກັບສັນຍາປາຣີ.
ສອງຝ່າຍຢືນຢັນຄືນຄວາມສຳຄັນຂອງການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ, ເພີ່ມທະວີຄວາມມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ໃນນັ້ນມີການປົກປ້ອງສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງທາງນ້ຳ.
2 ຝ່າຍສະແດງຄວາມສະໜັບສະໜູນຕໍ່ລັດທິຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງໂລກບົນພື້ນຖານກົດໝາຍສາກົນ ແລະ ຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ. ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ແລະ ການແກ້ໄຂການພິພາດໂດຍສັນຕິວິທີຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982).
2 ຝ່າຍເຊື່ອໝັ້ນໃນອະນາຄົດຂອງການພົວພັນຫວຽດນາມ - ສະວິດ ແລະ ປາດຖະໜາວ່າຈະຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ ເພື່ອແນໃສ່ຊຸກຍູ້ບັນດາຜົນປະໂຫຍດລວມຂອງ 2 ປະເທດ./.
ທີ່ມາ
(0)