Vietnam.vn - Nền tảng quảng bá Việt Nam

UNCTAD ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ການ​ຄ້າ ​ແລະ ພັດທະນາ​ສາກົນ

ທ່ານ​ເລຂາທິການ​ໃຫຍ່​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ພັດທະນາ (UNCTAD) ຕີ​ລາຄາ​ວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ຫັນປ່ຽນ​ດ້ວຍ​ຕົນ​ເອງ​ຍ້ອນ​ການ​ຄ້າ ​ແລະ “ແມ່ນ​ກຳລັງ​ໃຈ​ໃຫ້​ພວກ​ເຮົາ​ທຸກ​ຄົນ”.

VietnamPlusVietnamPlus29/03/2025

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ່​ວາງ​ຢາງ, ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ສົນ​ທະ​ນາ. (ພາບ: TTXVN)

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ່​ວາງ​ຢາງ, ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ສົນ​ທະ​ນາ. (ພາບ: TTXVN)

ວັນ​ທີ 28 ມີນາ​ນີ້, ການ​ສົນທະນາ​ລະຫວ່າງ​ທ່ານ​ເລຂາທິການ​ໃຫຍ່​ກອງ​ປະຊຸມ​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ຄ້າ​ແລະ​ການ​ພັດທະນາ (UNCTAD) ກັບ​ປະ​ເທດ​ສະມາຊິກ​ກຸ່ມ 77 (G77) ​ແລະ ຈີນ ກ່ຽວ​ກັບ​ການ​ທ້າ​ທາຍ​ຕໍ່​ການ​ຄ້າ​ແລະ​ການ​ພັດທະນາ​ສາກົນ​ໃນ​ປະຈຸ​ບັນ​ໄດ້​ໄຂ​ຂຶ້ນ​ຢູ່​ນິວຢອກ (ອາ​ເມ​ລິ​ກາ).

​ໃນ​ບົດ​ກ່າວ​ປາ​ໄສ​ດັ່ງກ່າວ, ທ່ານ​ນາງ Rebecca Grynspan ​ເລຂາທິການ​ໃຫຍ່ UNCTAD ກ່າວ​ວ່າ ການ​ຄ້າ​ໂລກ​ຈະ​ບັນລຸ​ເຖິງ 33 ພັນ​ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2024, ​ໂດຍ​ບັນດາ​ປະ​ເທດ​ພວມ​ພັດທະນາ​ເຕີບ​ໂຕ​ໄວ​ກວ່າ​ລະດັບ​ສະ​ເລ່ຍຂອງ​ໂລກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່າ​ອ່ຽງ​ໃໝ່​ເຊັ່ນ: ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ, ສິ່ງ​ກີດຂວາງ​ດ້ານ​ພາສີ, ການ​ລົງທຶນ​ທີ່​ຫຼຸດ​ລົງ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ບັນດາ ​ພື້ນຖານ​ເສດຖະກິດ ​ທີ່​ສ່ຽງ​ທີ່​ສຸດ.

ທ່ານ​ເລຂາທິການ​ໃຫຍ່ Grynspan ຖື​ວ່າ ລັດທິ​ຫຼາຍ​ຝ່າຍ, ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ, ​ແຕ່​ແມ່ນ​ເຄື່ອງ​ມື​ດຽວ​ທີ່ ​ໂລກ ​ຕ້ອງ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ໃນ​ປະຈຸ​ບັນ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ Grynspan ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງທີ່ ຫວຽດນາມ ​ໄດ້​ຮັບ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ລັດຖະມົນຕີ UNCTAD ຄັ້ງທີ 16 ​ໃນ​ປີ 2025, ຕີ​ລາຄາ​ຫວຽດນາມ ​ເປັນ​ປະ​ເທດ​ທີ່​ມີ​ການ​ຫັນປ່ຽນ​ຍ້ອນ​ການ​ຄ້າ ​ແລະ “ແມ່ນ​ກຳລັງ​ໃຈ​ໃຫ້​ພວກ​ເຮົາ​ທຸກ​ຄົນ”. ບັນດາ​ປະ​ເທດ​ສະມາຊິກ G77 ກໍ່​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ​ແລະ ​ເຊື່ອ​ໝັ້ນ​ວ່າ ກອງ​ປະຊຸມ​ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ່​ວາງ​ຢາງ - ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ແບ່ງ​ປັນ​ບົດ​ລາຍ​ງານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ UNCTAD ແລະ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສົງ​ຄາມ​ການ​ຄ້າ​ທີ່​ພວມ​ດຳ​ເນີນ​ໄປ​ພ້ອມ​ກັບ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຂອງ​ບັນ​ດາ​ມາດ​ຕະ​ການ​ແກ້​ແຄ້ນ, ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ.

ການຂັດຂວາງກະແສການຄ້າທີ່ເກີດຈາກອັດຕາພາສີ, ລັດທິປົກປ້ອງແລະສົງຄາມການຄ້າສາມາດຂັດຂວາງການເຕີບໂຕແລະການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ. ຕ້ອງ​ມີ​ວິ​ທີ​ການ​ຮອບດ້ານ ​ແລະ ຫຼາຍ​ຝ່າຍ ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້.

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຈູງ ​ເນັ້ນ​ໜັກ​ວ່າ: ສຳລັບ ຫວຽດນາມ, ອະນາຄົດ​ຂອງ​ການ​ຄ້າ​ສາກົນ​ແມ່ນ​ຂຶ້ນ​ກັບ 3 ​ປັດ​ໄຈ​ສຳຄັນ​ຄື: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ, ຕ້ານ​ລັດທິ​ປົກ​ປັກ​ຮັກສາ, ຊຸກຍູ້​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ຍຸຕິ​ທຳ ​ເພື່ອ​ໃຫ້​ບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ພວມ​ພັດທະນາ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຂອບ​ການ​ຄ້າ​ໂລກ​ຢ່າງ​ສົມ​ກຽດ ​ແລະ ວັດທະນາ​ຖາວອນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ່​ວາງ​ຢາງ ໄດ້​ຂອບ​ໃຈ​ບັນ​ດາ​ປະ​ເທດ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ UNCTAD ຄັ້ງ​ທີ 16 ແລະ ປາດ​ຖະ​ໜາ​ວ່າ ບັນ​ດາ​ປະ​ເທດ​ຈະ​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ໃຫ້​ກອງ​ປະ​ຊຸມ​ສຳ​ເລັດ​ຜົນ./.

(TTXVN/Vietnam+)

ທີ່ມາ: https://www.vietnamplus.vn/unctad-danh-gia-cao-dong-gop-cua-viet-nam-cho-thuong-mai-va-phat-trien-quoc-te-post1023426.vnp




(0)

ດອນ​ແດນ – “ລະ​ບຽງ​ທ້ອງ​ຟ້າ” ແຫ່ງ​ໃໝ່​ຂອງ​ໄທ ຫງວຽນ​ໄດ້​ດຶງ​ດູດ​ນັກ​ລ່າ​ເມກ​ໜຸ່ມ
ນັກສິລະປິນປະຊາຊົນ ຊວນບັກ ເປັນ “ເຈົ້າພິທີ” ໃຫ້ 80 ຄູ່ແຕ່ງງານຢູ່ຖະໜົນຄົນຍ່າງທະເລສາບ ຮວ່າງກຽນ.
ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ

ມໍລະດົກ

ຮູບ

ທຸລະກິດ

ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC