ການສະຫນອງພະລັງງານມີຄວາມຫຍຸ້ງຍາກ, ການແກ້ໄຂແມ່ນຫຍັງ?
ຕາມທ່ານ ເຈີ່ນຫວຽດຮວ່າ, ຫົວໜ້າກົມຄຸ້ມຄອງລະບົບໄຟຟ້າ ( ກະຊວງອຸດສາຫະກຳ ແລະ ການຄ້າ ) ໃຫ້ຮູ້ວ່າ: ປະຈຸບັນ, ອ່າງເກັບນ້ຳຂອງເຂື່ອນໄຟຟ້ານ້ຳຕົກແມ່ນລະດັບນ້ຳຫຼຸດລົງ, ອ່າງເກັບນ້ຳຫຼາຍແຫ່ງແມ່ນຕ່ຳກວ່າລະດັບນ້ຳຕາຍ, ເຮັດໃຫ້ເກີດຄວາມຫຍຸ້ງຍາກໃນວຽກງານສະໜອງໄຟຟ້າ.
ທ່ານ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຄາດຄະເນຄວາມຫຍຸ້ງຍາກ ແລະ ໄດ້ອອກຄຳສັ່ງຫຼາຍສະບັບກ່ຽວກັບການເຄື່ອນໄຫວສະໜອງນ້ຳມັນເຊື້ອໄຟຄື: ຖ່ານຫີນ ແລະ ອາຍແກັສເພື່ອຜະລິດໄຟຟ້າ. ເດືອນພຶດສະພານີ້, ກະຊວງຍັງໄດ້ພົບປະກັບບັນດາວິສາຫະກິດ, ຊີ້ນຳ ແລະ ຕັ້ງໜ້າຜັນຂະຫຍາຍຫຼາຍວິທີແກ້ໄຂ.
ການນຳອົງການຄຸ້ມຄອງໄຟຟ້າ ເນັ້ນໜັກທັດສະນະຂອງກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນຕ້ອງສູ້ຊົນຮັບປະກັນການສະໜອງໄຟຟ້າ, ປະຕິບັດວຽກງານສະໜອງຖ່ານຫີນເພື່ອຜະລິດກະແສໄຟຟ້າຢ່າງເຂັ້ມງວດ. ກຸ່ມອຸດສາຫະກຳຖ່ານຫີນ-ບໍ່ແຮ່ແຫ່ງຊາດຫວຽດນາມ ແລະ ກຸ່ມບໍລິສັດໄຟຟ້າຫວຽດນາມ ພະຍາຍາມຮັບໃຊ້ການສະໜອງ ແລະ ເລັ່ງລັດເຈລະຈາສະໜອງພະລັງງານທົດແທນ.
"ມາຮອດປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕົກລົງກ່ຽວກັບລາຄາຊົ່ວຄາວຂອງໂຮງງານໄຟຟ້າພະລັງງານລົມ ແລະ ແສງຕາເວັນໄລຍະຂ້າມຜ່ານ 8 ແຫ່ງ, ຕາມນັ້ນແລ້ວ, ເມື່ອປະຕິບັດຕາມລະບຽບການຢ່າງຄົບຖ້ວນແລ້ວ ໂຮງງານດັ່ງກ່າວຈະສາມາດລະດົມກະແສໄຟຟ້າເຂົ້າສູ່ຕາຂ່າຍໄຟຟ້າແຫ່ງຊາດໄດ້", ກ່າວຕື່ມອີກວ່າ: ລາຄາຊົ່ວຄາວດັ່ງກ່າວເປັນພຽງປັດໄຈໜຶ່ງເພື່ອຕອບສະໜອງມາດຖານການລະດົມກະແສໄຟຟ້າເຂົ້າສູ່ຕາຂ່າຍໄຟຟ້າ.
ກ່ຽວກັບການຂຶ້ນລາຄາໄຟຟ້າ 3% ແຕ່ວັນທີ 4 ພຶດສະພານີ້, ທ່ານ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ການຄິດໄລ່ປັບລາຄາໄຟຟ້າຂາຍຍ່ອຍແມ່ນອີງຕາມມະຕິເລກທີ 24 ຂອງ ນາຍົກລັດຖະມົນຕີ ກຳນົດກົນໄກດັດປັບລາຄາໄຟຟ້າຂາຍຍ່ອຍສະເລ່ຍ.
ທ່ານ ເຈີ່ນດ້າຍກວາງ ຖືວ່າ: ເພີ່ມຂຶ້ນ 3% ແມ່ນເພີ່ມຂຶ້ນຕ່ຳສຸດ; ເມື່ອດັດປັບ, ອຳນາດການປົກຄອງໄດ້ຄິດໄລ່ຫຼາຍປັດໄຈ, ໃນນັ້ນມີການຈຳກັດຜົນສະທ້ອນຕ່ຳສຸດຕໍ່ເສດຖະກິດມະຫາພາກ. ທ່ານ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: “ບໍ່ວ່າເສັ້ນທາງຈະເປັນແນວໃດກໍຕາມ, ກະຊວງອຸດສາຫະກຳ ແລະ ການຄ້າຈະປະຕິບັດຕາມມະຕິເລກທີ 24 ຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ, ໄດ້ກຳນົດຢ່າງຈະແຈ້ງບັນດາເງື່ອນໄຂເພື່ອພິຈາລະນາການດັດປັບລາຄາຂາຍຍ່ອຍໃນປະຈຸບັນ.
ເລັ່ງລັດປະຕິບັດແຜນການພະລັງງານ VIII
ກ່ຽວກັບບັນດາມາດຕະການແກ້ໄຂສະເພາະໃນແຜນງານໄຟຟ້າຊຸດທີ VIII ທີ່ນາຍົກລັດຖະມົນຕີ ໄດ້ຮັບການອະນຸມັດເມື່ອບໍ່ດົນມານີ້, ທ່ານ ຮ່ວາງຕຽນຢຸງ, ຫົວໜ້າກົມໄຟຟ້າ ແລະ ພະລັງງານທົດແທນ (ກະຊວງອຸດສາຫະກຳ ແລະ ການຄ້າ) ເນັ້ນໜັກວ່າ: ແຜນການນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງບັນດາທັດສະນະ, ເປົ້າໝາຍພັດທະນາ ແລະ ແຜນການພັດທະນາແຫຼ່ງກຳລັງ ແລະ ຕາຂ່າຍໄຟຟ້າຫວຽດນາມ ຈະປະຕິບັດໃນໄລຍະ 2021-2030.
ແຜນການນີ້ໄດ້ກຳນົດບັນຊີລາຍຊື່ບັນດາໂຄງການພັດທະນາບູລິມະສິດທີ່ສຳຄັນ ແລະ ໂຄງການພະລັງງານຄວາມຮ້ອນຈາກຖ່ານຫີນທີ່ຈະໄດ້ຮັບການພັດທະນາໃນໄລຍະຈະມາເຖິງ, ໂຄງການອາຍແກັສພາຍໃນປະເທດ, ແກ໊ສທຳມະຊາດນຳເຂົ້າ, ໂຄງການໄຟຟ້ານ້ຳຕົກຂະໜາດກາງ ແລະ ຂະໜາດໃຫຍ່ ແລະ ໂຄງການສາຍສົ່ງໄຟຟ້າ 200kV ຂຶ້ນໄປ. ບັນຊີລາຍຊື່ນີ້ແມ່ນພື້ນຖານທາງດ້ານກົດຫມາຍເພື່ອປະຕິບັດແຜນການ.
ຫົວໜ້າກົມໄຟຟ້າ ແລະ ພະລັງງານທົດແທນ ທ່ານ ຮວ່າງຕ໋ຽນຢຸງ ໃຫ້ຮູ້ຕື່ມອີກວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ມອບໜ້າທີ່ກົນໄກນະໂຍບາຍໃຫ້ສົມບູນແບບເຊັ່ນ: ປັບປຸງກົດໝາຍວ່າດ້ວຍໄຟຟ້າ (ສະບັບປັບປຸງ), ກໍ່ສ້າງກົນໄກການຄ້າໄຟຟ້າໂດຍກົງ... ກະຊວງອຸດສາຫະກຳ ແລະ ການຄ້າ ຈະເລັ່ງລັດປະຕິບັດທຸກວຽກງານທີ່ລັດຖະບານມອບໝາຍໃຫ້ ເພື່ອສ້າງພື້ນຖານນິຕິກຳໃຫ້ແກ່ການປະຕິບັດແຜນການໄຟຟ້າ ສະບັບທີ VIII.
PRAGUE
ທີ່ມາ
(0)