ເຂົ້າຮ່ວມພິທີມີທ່ານສາດສະດາຈານ ດຣ ຫງວຽນຊວນແທ່ງ, ກຳມະການ ກົມການເມືອງ , ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ; ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີລາວ; ສະຫາຍ ພູວົງ ອຸດົມຄຳແສນ, ກໍາມະການສູນກາງພັກ, ຫົວຫນ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນເຂົ້າຮ່ວມ.
ກ່າວຄຳເຫັນທີ່ພິທີ, ທ່ານສາດສະດາຈານ ຫງວຽນຊວນແທ່ງ ຢືນຢັນວ່າ: ນີ້ແມ່ນເຫດການທີ່ມີຄວາມໝາຍໃຫຍ່ຫຼວງ ແລະ ເລິກເຊິ່ງ, ບໍ່ພຽງແຕ່ໃນການຮ່ວມມື ດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງສອງພັກ ແລະ ສອງລັດເທົ່ານັ້ນ ຫາກຍັງແມ່ນສັນຍາລັກອັນລ້ຳຄ່າຂອງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ພ້ອມກັນນັ້ນ, ຍັງມີຄວາມໝາຍຍຸດທະສາດ, ສະແດງໃຫ້ເຫັນວິໄສທັດອັນຍາວນານກ່ຽວກັບການຮ່ວມມືດ້ານການຝຶກອົບຮົມ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ.
ທ່ານສາດສະດາຈານ ຫງວຽນຊວນແທ່ງ ເນັ້ນໜັກວ່າ, ນີ້ບໍ່ພຽງແຕ່ແມ່ນວຽກງານລົງທຶນ ແລະ ກໍ່ສ້າງເທົ່ານັ້ນ ຫາກຍັງແມ່ນພາລະກິດການເມືອງ ແລະ ຄວາມຮັບຜິດຊອບສາກົນອັນສູງສົ່ງທີ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໝາຍໃຫ້. ພິທີລົງນາມຄັ້ງນີ້ເປັນຂີດໝາຍເປີດໄລຍະໃໝ່ໃນການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງສອງປະເທດ. ດ້ວຍຈິດໃຈສາມັກຄີແບບພິເສດ ແລະ ຄວາມຕັດສິນໃຈຂອງສອງຝ່າຍ, ຂະແໜງການ, ຄວາມເຫັນດີເຫັນພ້ອມຂອງລັດຖະບານ ແລະ ປະຊາຊົນແຂວງຈຳປາສັກ, ໂຄງການຈະໄດ້ຮັບການຜັນຂະຫຍາຍຢ່າງສະດວກ, ປອດໄພ, ຮັບປະກັນຄຸນນະພາບ ໂດຍສະເພາະແມ່ນໂຄງການກໍ່ສ້າງໄລຍະ I ໃນປີ 2028.
ຕາງໜ້າພັກ, ລັດຖະບານ , ພະນັກງານ, ຄູ-ອາຈານ, ສະຫາຍ ພູວົງ ອຸດົມຄຳແສນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຈິງໃຈ ແລະ ສຸດຈິດສຸດໃຈຂອງຕົນ. ເນັ້ນໜັກວ່າ, ໂຄງການດັ່ງກ່າວແມ່ນສັນຍາລັກແຫ່ງການຮ່ວມມືແບບພິເສດລະຫວ່າງລາວ ແລະ ຫວຽດນາມ; ພ້ອມກັນນັ້ນ, ທ່ານຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດແຜນການດັ່ງກ່າວ. ການນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຊື່ອໝັ້ນວ່າ ໂຄງການດັ່ງກ່າວ ດ້ວຍການຊີ້ນຳຂອງສອງລັດຖະບານ ແລະ ການໜູນຊ່ວຍຂອງກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຈະສຳເລັດຕາມກຳນົດເວລາ, ກາຍເປັນສູນຝຶກອົບຮົມຊັບພະຍາກອນມະນຸດພາກໃຕ້, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ ແລະ ຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ.
ໂຄງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ພາກໃຕ້ ມີມູນຄ່າການລົງທຶນທັງໝົດ 750.813 ຕື້ດົ່ງ, ໃນນັ້ນມີ 737.141 ຕື້ດົ່ງ ເປັນການຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມ; ທຶນສົມທົບ 11.786.017.941 ກີບ (ເທົ່າກັບ 13.672 ຕື້ດົ່ງ).
ໂຄງການດັ່ງກ່າວໄດ້ແບ່ງອອກເປັນ 2 ໄລຍະ. ໄລຍະທີ 1 (2026 – 2030) ດ້ວຍຍອດຈຳນວນທຶນຊ່ວຍເຫຼືອ 487.753 ຕື້ດົ່ງ, ລົງທຶນເຂົ້າບັນດາລາຍການຕົ້ນຕໍຄື: ອາຄານຫ້ອງການ, ຫ້ອງບັນຍາຍ, ເຮືອນສາທາລະນະ, ຫໍພັກ (ໜ່ວຍ 1 ແລະ 2) ແລະ ລະບົບພື້ນຖານໂຄງລ່າງດ້ານວິຊາການ. ໄລຍະທີ 2 (2031 – 2035) ດ້ວຍຍອດຈຳນວນທຶນຊ່ວຍເຫຼືອ 249.388 ຕື້ດົ່ງ, ລົງທຶນໃສ່ຫ້ອງປະຊຸມ, ສູນຂໍ້ມູນຂ່າວສານ, ຮ້ານອາຫານ, ຫໍພັກ (ໜ່ວຍ 3) ແລະ ລະບົບພື້ນຖານໂຄງລ່າງດ້ານວິຊາການ.
ທີ່ມາ: https://baotintuc.vn/thoi-su/viet-nam-giup-lao-xay-dung-du-an-hoc-vien-chinh-tri-va-hanh-chinh-quoc-gia-khu-vuc-phia-nam-20251203154149955.htm






(0)