Vietnam.vn - Nền tảng quảng bá Việt Nam

ຫວຽດນາມ ຊົມ​ເຊີຍ​ມະຕິ​ຢຸດ​ຍິງ​ຢູ່​ເຂດ Gaza

Cổng thông tin điện tử Đảng cộng sản Việt NamCổng thông tin điện tử Đảng cộng sản Việt Nam28/03/2024

(VOVWORLD) - ຫວຽດນາມ ຊົມເຊີຍມະຕິເລກທີ 2728 ວ່າດ້ວຍການຢຸດຍິງຢູ່ເຂດກາຊາ ໂດຍສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາໃນວັນທີ 25 ມີນາ 2024, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດມະຕິຕົກລົງຢຸດຍິງຢູ່ເຂດກາຊາໂດຍໄວ ແລະ ຍືນຍົງ.

Họp Tổ công tác triển khai Đề án 06 tháng 03/2024

ໂຄສົກ​ກະຊວງ ​ການ​ຕ່າງປະ​ເທດ ​ຫວຽດນາມ Pham Thu Hang.

ວັນ​ທີ 27 ມີນາ​ນີ້, ​ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ​ຕໍ່​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຮັບຮອງ​ມະຕິ​ເລກທີ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ​ກາຊາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Pham Thu Hang ຢືນຢັນ​ວ່າ: ຫວຽດນາມ​ຊົມ​ເຊີຍ​ມະຕິ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ​ກາຊາ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ວັນ​ທີ 25 ມີນາ​ນີ້. ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ປະຕິບັດ​ມະຕິ​ດັ່ງກ່າວ​ໂດຍ​ໄວ ​ເພື່ອ​ບັນລຸ​ໄດ້​ການ​ຢຸດ​ຍິງ​ຢູ່​ພາກ​ພື້ນ​ຢ່າງ​ໝັ້ນຄົງ ​ແລະ ໝັ້ນຄົງ, ຊຸກຍູ້​ການ​ໜູນ​ຊ່ວຍ​ດ້ານ​ມະນຸດສະທຳ, ປົກ​ປັກ​ຮັກສາ​ພົນລະ​ເຮືອນ ​ແລະ ພື້ນຖານ​ໂຄງ​ລ່າງ​ພົນລະ​ເຮືອນ. ຫວຽດນາມ ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ ​ໃນ​ການ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ປະຕິບັດ​ຄວາມ​ອົດ​ກັ້ນ, ປຶກສາ​ຫາລື, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ໂດຍ ​ສັນຕິ ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ບັນດາ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຍຸດຕິ​ທຳ, ພໍ​ໃຈ ​ແລະ ຍາວ​ນານ​ສຳລັບ​ຂະ​ບວນການ​ສັນຕິພາບ​ຕາ​ເວັນ​ອອກ​ກາງ./.

Manh Hung - ປະຕູ ​ພັກ​ກອມ​ມູນິດ​ຫວຽດ ນາມ

ທີ່ມາ

(0)

ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.
ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ມໍລະດົກ

ຮູບ

ທຸລະກິດ

ຮ້ານກາເຟ ດາລາດ ເຫັນວ່າມີລູກຄ້າເພີ່ມຂຶ້ນ 300% ຍ້ອນວ່າ ເຈົ້າຂອງຫຼິ້ນລະຄອນ 'ລະຄອນສິລະປະການຕໍ່ສູ້'

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ