ຫວຽດນາມ ແລະ ອິດສະຣາແອນ ຈະສົມທົບກັນປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນວິວັດການເລີ່ມຕົ້ນ ແລະ ປະດິດສ້າງ, ຖືວິທະຍາສາດ ແລະ ເຕັກໂນໂລຢີ (S&T) ແມ່ນບຸລິມະສິດສຳຄັນໃນການຮ່ວມມື 2 ຝ່າຍ ແລະ ແມ່ນໜຶ່ງໃນບັນດາເສົາຄ້ຳໃນການຮ່ວມມືລະຫວ່າງ 2 ປະເທດ. ນີ້ແມ່ນຂໍ້ມູນທີ່ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມື ດ້ານເສດຖະກິດ , S&T ແລະ ບັນດາຂົງເຂດອື່ນໆລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ.
ຕາມທ່ານລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ Huynh Thanh Dat ແລ້ວ, ການພົບປະຄັ້ງນີ້ມີຄວາມສຳຄັນເປັນພິເສດໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິດສະຣາແອນ (12/7/1993/12/7/2023). ກອງປະຊຸມເພື່ອແນໃສ່ປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຢີ ແລະ ຂົງເຂດອື່ນໆ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ທ່ານລັດຖະມົນຕີ Huynh Thanh Dat ໃຫ້ຮູ້ວ່າ: ຫວຽດນາມ ແລະ ອິດສະຣາແອນ ມີຈຸດຄ້າຍຄືກັນຫຼາຍຢ່າງ, ແຕ່ຄວາມຄ້າຍຄືກັນທີ່ພົ້ນເດັ່ນແມ່ນການຜ່ານຜ່າຄວາມຫຍຸ້ງຍາກ ແລະ ການເຕີບໂຕຂອງສອງປະເທດ. ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕີລາຄາສູງບັນດາຜົນງານຂອງ ອິດສະຣາແອນ ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ, ເພີ່ມທະວີທີ່ຕັ້ງສາກົນໃນພາກພື້ນ ແລະ ໃນ ໂລກ . ຫວຽດນາມ ມີຄວາມປະທັບໃຈຕໍ່ການພັດທະນາຢ່າງວ່ອງໄວຂອງປະເທດ ດ້ວຍຈິດໃຈ “ເລີ່ມຕົ້ນໃໝ່” ທີ່ເຂັ້ມແຂງ, ປະກອບສ່ວນເຮັດໃຫ້ ອິດສະຣາແອນ ກາຍເປັນປະເທດທີ່ມີເສດຖະກິດເຂັ້ມແຂງ ແລະ ມີການພັດທະນາດ້ານວິທະຍາສາດ ແລະ ເຕັກໂນໂລຊີສູງໃນໂລກ.
ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ ແລະຂົງເຂດອື່ນໆລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ. |
ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອິດສະຣາແອນ ແມ່ນເງື່ອນໄຂເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບຮອບດ້ານໃນສະພາບການໃໝ່.
ທີ່ການພົບປະ, ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອນ Nir Barkat ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ເຫັນຄວາມຄືບໜ້າໃນການຮ່ວມມືລະຫວ່າງ 2 ປະເທດ. ຍົກຕົວຢ່າງ, ໃນໄວໆນີ້ຈະມີສາຍການບິນໂດຍກົງລະຫວ່າງຫວຽດນາມ ແລະ ອິດສະຣາແອນ, ຊ່ວຍໃຫ້ 2 ປະເທດຜ່ານຜ່າໄລຍະຫ່າງທາງພູມສາດ, ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້ການທ່ອງທ່ຽວ, ການຄ້າ...
ທ່ານ Nir Barkat ຍັງເນັ້ນໜັກເຖິງບົດບາດຂອງລັດຖະບານ ແລະ ບັນດາອົງການລັດຖະບານໃນການໜູນຊ່ວຍການເລີ່ມຕົ້ນ, ສ້າງລະບົບນິເວດການເລີ່ມຕົ້ນທີ່ປະສົບຜົນສຳເລັດ.
ທີ່ການພົບປະ, 2 ຝ່າຍໄດ້ປຶກສາຫາລື ແລະ ຕີລາຄາບັນດາໝາກຜົນແຫ່ງການຜັນຂະຫຍາຍບັນດາບົດບັນທຶກກອງປະຊຸມຄັ້ງທີ 2, ແລະ ປຶກສາຫາລືບັນດາທິດທາງ, ມາດຕະການສະເພາະເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.
2 ຝ່າຍໄດ້ລົງນາມໃນບົດບັນທຶກຂອງກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ອິດສະຣາແອນ. |
ສອງຝ່າຍຢືນຢັນວ່າ, ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດຍັງມີຫຼາຍຢ່າງ. ສອງປະເທດມີທ່າໄດ້ປຽບຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືເຊິ່ງກັນແລະກັນ. ວຽກງານຂອງສອງຝ່າຍແມ່ນຊອກຫາມາດຕະການຂຸດຄົ້ນ ແລະ ຮັບຮູ້ຈຸດແຂງຂອງແຕ່ລະຝ່າຍເພື່ອຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດ.
ຕີລາຄາສູງຄວາມສຳຄັນຂອງການລົງນາມໃນ VIFTA, 2 ຝ່າຍຢືນຢັນວ່າ VIFTA ເປີດໂອກາດໃໝ່ເພື່ອຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ, ແມ່ນຈຸດໝາຍສຳຄັນເພື່ອບັນລຸເປົ້າໝາຍວົງເງິນສອງຝ່າຍໃຫ້ໄດ້ 3 ຕື້ USD. 2 ຝ່າຍໄດ້ເຫັນດີເປັນເອກະສັນວ່າ ຕ້ອງສຳເລັດບັນດາລະບຽບການໃຫ້ສັດຕະຍາບັນ VIFTA ໂດຍໄວ ແລະ ແຈ້ງໃຫ້ປະຊາຄົມວິສາຫະກິດຊາບກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດທີ່ໄດ້ນຳມາໂດຍຂໍ້ຕົກລົງນີ້...
ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ, ສອງຝ່າຍຈະສົມທົບກັນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນວິວັດການເລີ່ມຕົ້ນ ແລະ ນະວັດຕະກໍາ; ຖືວິທະຍາສາດ ແລະ ເຕັກໂນໂລຊີ ເປັນບຸລິມະສິດທີ່ສຳຄັນໃນການຮ່ວມມືສອງຝ່າຍ, ເປັນໜຶ່ງໃນບັນດາເສົາຄ້ຳໃນການຮ່ວມມືລະຫວ່າງສອງປະເທດ; ພິເສດແມ່ນໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງທ່າອ່ຽງເສດຖະກິດທີ່ພົ້ນເດັ່ນ ແລະ ສອດຄ່ອງກັບຍຸດທະສາດພັດທະນາຂອງຫວຽດນາມ, ໃນນັ້ນມີການພັດທະນາແບບຍືນຍົງ, ການຫັນເປັນດີຈີຕອນ, ເສດຖະກິດຂຽວ, ເສດຖະກິດວົງຈອນ ແລະ ຂົງເຂດອື່ນໆ.
2 ຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອິດສະຣາແອນ ແລະ ເປັນສັກຂີພິຍານພິທີລົງນາມໃນສັນຍາຮ່ວມມືລະຫວ່າງກົມຮັກສາຄວາມປອດໄພຂໍ້ມູນຂ່າວສານຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລະ ກົມຮັກສາຄວາມປອດໄພຂໍ້ມູນຂ່າວສານ ອິດສະຣາແອນ. 2 ຝ່າຍໄດ້ເຫັນດີດຳເນີນກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອິດສະຣາແອນ ໃນປີ 2025 ຢູ່ ອິດສະຣາແອນ.
ທູຮຽນ
* ກະລຸນາເຂົ້າໄປເບິ່ງພາກການສຶກສາວິທະຍາສາດເພື່ອເບິ່ງຂ່າວ ແລະ ບົດຄວາມທີ່ກ່ຽວຂ້ອງ.
ທີ່ມາ
(0)