ຕາມແຜນການທີ່ໄດ້ປັບປຸງແລ້ວ, ຮອດປີ 2030, ນອກຈາກທາງລົດໄຟ 7 ແຫ່ງທີ່ມີຢູ່ແລ້ວ, ຍັງຈະມີທາງລົດໄຟໃໝ່ 11 ເສັ້ນ, ມີຄວາມຍາວທັງໝົດປະມານ 3.207 ກິໂລແມັດ, ເພີ່ມຂຶ້ນ 2 ເສັ້ນເມື່ອທຽບໃສ່ກ່ອນ.
ພິເສດ, ເສັ້ນທາງລົດໄຟຄວາມໄວສູງເໜືອ-ໃຕ້ໄດ້ຮັບການປັບປຸງດ້ານຂະໜາດ, ຊື່ງແລະແຜນທີ່ການລົງທຶນ, ເປັນພື້ນຖານໂຄງລ່າງຂອງຕາໜ່າງເສັ້ນທາງລົດໄຟແຫ່ງຊາດ. ນອກນີ້, ວາງແຜນຈະເພີ່ມເສັ້ນທາງຄວາມໄວສູງຮ່າໂນ້ຍ - ກວາງນິງ, ສ້າງເສັ້ນທາງເຊື່ອມຕໍ່ທີ່ສຳຄັນລະຫວ່າງນະຄອນຫຼວງ ແລະ ເຂດ ເສດຖະກິດ ແຄມທະເລຕາເວັນອອກສ່ຽງເໜືອ.
ເສັ້ນທາງ ລາວກາຍ- ຮ່າໂນ້ຍ -ຫາຍຟ່ອງ ແລະ ນະຄອນໂຮ່ຈີມິນ-ລ໊ກນິງ ໄດ້ມີການດັດສົມຂະໜາດ ແລະ ຕາຕະລາງການລົງທຶນໃຫ້ແທດເໝາະກັບຄວາມຕ້ອງການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານທີ່ເພີ່ມຂຶ້ນ. ເສັ້ນທາງ ຮ່າໂນ້ຍ - ດົງດັງ, ຫາຍຟ່ອງ - ຮ້າລອງ - ມ໋ອງກ໋າຍ ແລະ ທ່າບົກ - ດ່າລາດ ໄດ້ກວດກາຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ, ຮັບປະກັນຄວາມເປັນໄປໄດ້ ແລະ ເຊື່ອມຈອດພື້ນຖານໂຄງລ່າງ.

ເສັ້ນທາງລົດໄຟອີກ 7 ເສັ້ນໄດ້ຮັບການປັບປຸງໃນຂອບເຂດ ແລະ ຂະໜາດ, ໃນນັ້ນມີເສັ້ນທາງເຊື່ອມຕໍ່ບັນດາແລວເສດຖະກິດສຳຄັນຄື: ອຽນວຽນ - ຜາໄລ - ຮ່າລອງ - ກ່າລານ, ເສັ້ນທາງທິດຕາເວັນອອກ ຮ່າໂນ້ຍ ຫຼື ດ່າໜັງ - ກອນຕູມ - ກ່າລາຍ - ດັກລັກ - ດັກນົງ - ບິ່ງເຟືອກ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ເຂດພູດອຍພາກຕາເວັນອອກສ່ຽງໃຕ້.
ກ່ຽວກັບການເຊື່ອມຈອດກັນຂ້າມຊາຍແດນ, ຫວຽດນາມ ຈະເປີດກວ້າງແລວທາງຄົມມະນາຄົມສາກົນດ້ວຍເສັ້ນທາງ ຫາຍຟ່ອງ - ຮ່າລອງ - ມົງກາຍ ເຊື່ອມຕໍ່ຈີນ ຜ່ານດ່ານຊາຍແດນ Mong Cai, ເສັ້ນທາງ ໂຮ່ຈີມິນ - ໄຕນິງ - ໂມກໄບ ທີ່ເຊື່ອມຕໍ່ກຳປູເຈຍ. ເສັ້ນທາງວັງແອງ-ມູ້ຈ່າຍ ແລະ ເມີທ້ວຍ-ດົງຮ່າ-ລາວບາວ ຈະສືບຕໍ່ຮັກສາບົດບາດເປັນຂົວຕໍ່ກັບລາວ.
ມະຕິເລກທີ 2404 ຍັງໄດ້ກຳນົດຢ່າງຈະແຈ້ງກ່ຽວກັບການຫັນເສັ້ນທາງ Thu Thiem - Long Thanh ເປັນເສັ້ນທາງລົດໄຟຕົວເມືອງ, ແລະ ເຊື່ອມໂຍງນະຄອນ ໂຮ່ຈີມິນ ແລະ ດົງນາຍ ເຂົ້າໃນການວາງແຜນກຳນົດທ້ອງຖິ່ນ. ພ້ອມກັນນັ້ນ, ເສັ້ນທາງ ອານບິ່ງ - ໄຊງ່ອນ (ຮ່ວາຮຶງ) - ເຕີນກຽນ ກໍ່ເພີ່ມທະວີຄວາມສາມາດເຊື່ອມຕໍ່ຂອງເຂດໃຈກາງພາກໃຕ້.

ພິເສດ, ຮ່າໂນ້ຍ ຈະສ້າງຕັ້ງເຂດອຸດສາຫະກຳທາງລົດໄຟໃນເນື້ອທີ່ 250 ເຮັກຕາຢູ່ເຂດ Chuyen My ແລະ Ung Hoa, ສ້າງພື້ນຖານໜູນຊ່ວຍອຸດສາຫະກຳ ແລະ ເຕັກໂນໂລຊີທາງລົດໄຟທີ່ທັນສະໄໝ.
ຢູ່ນະຄອນ ໂຮ່ຈີມິນ, ສະຖານີ ອານບິ່ງ ໄດ້ວາງແຜນໄວ້ເປັນຈຸດສິ້ນສຸດຂອງເສັ້ນທາງ ຮ່າໂນ້ຍ - ນະຄອນໂຮ່ຈີມິນ ແລະ ຈຸດເລີ່ມຕົ້ນຂອງເສັ້ນທາງ ບຽນຮວ່າ - ຫວຸງເຕົ່າ, ພ້ອມກັນນັ້ນ ກໍ່ເປັນຈຸດຕັດທີ່ສຳຄັນຂອງເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ຜ່ານ ຈາງບອມ - ແຄມຂອງ.
ຢູ່ນະຄອນ ດ່ານັງ, ແຜນການດັ່ງກ່າວລວມມີແຜນການເຄື່ອນຍ້າຍສະຖານີສູນກາງອອກຈາກຕົວເມືອງກ່ອນປີ 2030, ທັງຫຼຸດຜ່ອນຄວາມກົດດັນດ້ານການສັນຈອນ ແລະ ປົດປ່ອຍທີ່ດິນເພື່ອພັດທະນາຕົວເມືອງ.
ລັດຖະບານວາງແຜນຈະໃຫ້ບຸລິມະສິດລົງທຶນໃນເສັ້ນທາງລົດໄຟຄວາມໄວສູງເໜືອ-ໃຕ້, ພ້ອມກັບເສັ້ນທາງລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ແລະ ບຽນຮ່ວາ - ຫວຸງເຕົ່າ, ກໍ່ສ້າງຕາໜ່າງເຊື່ອມຈອດທ່າກຳປັ່ນ, ສະໜາມບິນ ແລະ 2 ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ.
ຍອດຈຳນວນທຶນທີ່ດິນຕ້ອງການພັດທະນາທາງລົດໄຟຮອດປີ 2030 ມີເກືອບ 21.887 ເຮັກຕາ, ດ້ວຍຍອດຈຳນວນທຶນລົງທຶນປະມານ 1,54 ລ້ານດົ່ງ, ລະດົມຈາກງົບປະມານ, ແຫຼ່ງທຶນບໍ່ແມ່ນງົບປະມານ ແລະ ບັນດາຊ່ອງທາງກົດໝາຍອື່ນໆ...
ທີ່ມາ: https://tienphong.vn/viet-nam-se-co-them-cac-tuyen-duong-sat-toc-do-cao-moi-post1791992.tpo






(0)