ກປ.ອອນໄລ - ຕອນບ່າຍວັນທີ 4 ທັນວາ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະສະຫະ ພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສາກົນກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະບັນດາຄູ່ຮ່ວມມືເພື່ອຄວາມວັດທະນາຖາວອນ ແລະຍືນຍົງ.

ທ່ານຮອງ ນາຍົກລັດຖະມົນຕີ ບຸ່ຍແທງເຊີນ ເຂົ້າຮ່ວມກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ NGO ແລະ ຄູ່ຮ່ວມມືພັດທະນາແບບຍືນຍົງ - ພາບ: VGP/Hai Minh
ກອງປະຊຸມສາກົນຄັ້ງທີ 5 ໄດ້ຈັດຂຶ້ນເພື່ອຕີລາຄາໝາກຜົນການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ ຕ່າງປະເທດ ໄລຍະ 2019-2025; ຊີ້ແຈງກ່ຽວກັບຜົນກະທົບ ແລະ ການປະກອບສ່ວນຂອງບັນດາໂຄງການ ແລະ ໂຄງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເຂົ້າໃນການພັດທະນາ ເສດຖະກິດ - ສັງຄົມ ຂອງຫວຽດນາມ; ແບ່ງປັນປະສົບການ ແລະ ບັນດາຮູບແບບການຮ່ວມມືຢ່າງມີປະສິດທິຜົນລະຫວ່າງບັນດາກະຊວງ, ສາຂາ, ທ້ອງຖິ່ນ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ;
ພ້ອມກັນນັ້ນ, ໄດ້ສະຫຼຸບຖອດຖອນບົດຮຽນພາກປະຕິບັດໃນການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊ່ວຍເຫຼືອຂອງຕ່າງປະເທດທີ່ບໍ່ຂຶ້ນກັບລັດຖະບານ, ສະເໜີທິດທາງ ແລະ ວິທີແກ້ໄຂເພື່ອຍົກສູງປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ.

ທ່ານຮອງນາຍົກລັດຖະມົນຕີ ບຸຍແທງເຊີນ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ - ພາບ: VGP/Hai Minh
ມາຮອດວັນທີ 30 ພະຈິກ 2025, ມີ 379 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເຄື່ອນໄຫວເປັນປະຈຳຢູ່ຫວຽດນາມ ດ້ວຍຍອດມູນຄ່າການຊ່ວຍເຫຼືອເກືອບ 1,14 ຕື້ USD ໃນໄລຍະ 2020-2024. ບັນດາໂຄງການໄດ້ແຜ່ຂະຫຍາຍໄປໃນທົ່ວປະເທດ, ໂດຍສຸມໃສ່ບັນດາຂົງເຂດທີ່ສຳຄັນຄື: ສາທາລະນະສຸກ, ພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂບັນຫາສັງຄົມ, ການສຶກສາ ແລະ ບຳລຸງສ້າງ, ຊັບພະຍາກອນສິ່ງແວດລ້ອມ, ການສ້າງຄວາມສາມາດຂອງອົງການ ແລະ ການໜູນຊ່ວຍດ້ານຕຸລາການ ແລະ ອື່ນໆ.
ໝາກຜົນການຮ່ວມມືບັນລຸໄດ້ຍ້ອນບັນດານະໂຍບາຍສະດວກຂອງຫວຽດນາມ, ໃນນັ້ນມີໂຄງການແຫ່ງຊາດກ່ຽວກັບການເພີ່ມທະວີການຮ່ວມມື ແລະ ລະດົມການຊ່ວຍເຫຼືອຈາກຕ່າງປະເທດທີ່ບໍ່ແມ່ນລັດຖະບານໄລຍະ 2019-2025. ການສົມທົບລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດນັບມື້ນັບໂປ່ງໃສ ແລະ ມີປະສິດທິຜົນ, ນັບແຕ່ການກຳນົດຄວາມຕ້ອງການ, ກໍ່ສ້າງບັນດາໂຄງການເຖິງການຈັດຕັ້ງກວດກາ.

ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແມ່ນສ່ວນທີ່ຂາດບໍ່ໄດ້ຂອງຍຸດທະສາດພັດທະນາແຫ່ງຊາດ - ພາບ: VGP/Hai Minh
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ ໄດ້ຮັບຮູ້ບັນດາການປະກອບສ່ວນອັນຕັ້ງໜ້າຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ ຫວຽດນາມ ໃນຫຼາຍທົດສະວັດ, ພິເສດແມ່ນໃນຂົງເຂດສາທາລະນະສຸກ, ສຶກສາ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາຊຸມຊົນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນໄພທຳມະຊາດ, ປົກປັກຮັກສາບັນດາກຸ່ມດ້ອຍໂອກາດ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ພັດທະນາຊົນນະບົດ.
ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ບັນດາ NGOs ຂອງຕ່າງປະເທດໄດ້ໜູນຊ່ວຍອັນສຳຄັນໃນການນຳເອົາຄວາມຮູ້, ເຕັກໂນໂລຊີ, ຂໍ້ລິເລີ່ມຄຸ້ມຄອງ ແລະ ປະສົບການສາກົນມາໃຫ້ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ : ການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການຕ່າງປະເທດບໍ່ພຽງແຕ່ໄດ້ສົມທົບກັນເທົ່ານັ້ນ, ຫາກຍັງແມ່ນພາກສ່ວນທີ່ຂາດບໍ່ໄດ້ຂອງຍຸດທະສາດພັດທະນາແຫ່ງຊາດ .
ໃນໄລຍະຈະມາເຖິງ, ຫວຽດນາມ ຫວັງວ່າ ບັນດາ NGOs ຕ່າງປະເທດ ຈະສືບຕໍ່ສົມທົບກັບບັນດາຂົງເຂດບຸລິມະສິດຄື: ການພັດທະນາມະນຸດ, ປະກັນສັງຄົມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ, ນະວັດຕະກໍາ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການພັດທະນາຊຸມຊົນແບບຍືນຍົງ. ລັດຖະບານໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ບັນດາອົງການຍົກສູງຄຸນຄ່າຂອງຕົນ, ພ້ອມທັງເພີ່ມທະວີການເຊື່ອມໂຍງເຂົ້າກັບເຄືອຂ່າຍນັກຊ່ຽວຊານສາກົນ ແລະ ຂໍ້ລິເລີ່ມຂອງໂລກ.

ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ ຖ່າຍຮູບທີ່ລະນຶກກັບບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ - ພາບ: VGP/Hai Minh
ພາຍຫຼັງການເປີດກອງປະຊຸມ, ກອງປະຊຸມໄດ້ດຳເນີນໄປດ້ວຍ 2 ກອງປະຊຸມຄົບຄະນະ ແລະ ກອງປະຊຸມສຳມະນາ 4 ຫົວຂໍ້, ສຸມໃສ່ເຂົ້າໃນຫົວຂໍ້ຄື: ພັດທະນາການສຶກສາ ແລະ ຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ; ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ແກ້ໄຂບັນຫາສັງຄົມ; ຊຸກຍູ້ເສດຖະກິດສີຂຽວ ແລະ ເສດຖະກິດວົງວຽນ; ຍົກສູງປະສິດທິຜົນການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ.
ຫງວຽນທ໋າວ






(0)