ຕອນບ່າຍວັນທີ 21/11, ຢູ່ທີ່ກອງປະຊຸມຂ່າວປະຈຳກະຊວງ ການຕ່າງປະເທດ , ທ່ານ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບຄຳຖາມກ່ຽວກັບຫວຽດນາມ ໄດ້ຮັບເຮືອບິນຝຶກຊ້ອມຂອງອາເມລິກາຈຳນວນໜຶ່ງ.

ຕາມທ່ານນາງຮ່ວາງຈູງຫາຍແລ້ວ, ບົນພື້ນຖານສັນຍາຮ່ວມມືດ້ານການປ້ອງກັນປະເທດລະຫວ່າງ ຫວຽດນາມ ແລະ ອາເມລິກາ, ວັນທີ 20/11, ຫວຽດນາມ ໄດ້ຮັບເຮືອບິນຮົບ T-6C ລຸ້ນໃໝ່ 5 ລຳ ຜະລິດໂດຍ ອາເມລິກາ.
ການເຄື່ອນໄຫວນີ້ແມ່ນຢູ່ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອາເມລິກາ ພັດທະນາຢ່າງຕັ້ງໜ້າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ກ່ອນໜ້ານັ້ນ, ພິທີມອບເຮືອບິນຝຶກຊ້ອມ T-6C 5 ລຳຂອງອາເມລິກາໄດ້ດຳເນີນຢູ່ນະຄອນ Phan Thiet (ບິ່ງທ້ວນ).
ນີ້ແມ່ນເຮືອບິນ 5 ລຳທຳອິດໃນຈຳນວນເຮືອບິນ T-6C 12 ລຳທີ່ອາເມລິກາຈະໂອນໃຫ້ຫວຽດນາມ, ໃນຂອບເຂດສັນຍາທີ່ໄດ້ລົງນາມລະຫວ່າງສອງປະເທດ.
Vietnamnet.vn
ທີ່ມາ: https://dantri.com.vn/xa-hoi/viet-nam-tiep-nhan-5-may-bay-huan-luyen-tu-my-20241121164803329.htm






(0)