ການຊ້ອມຮົບຍິງປືນຂອງໄຕ້ຫວັນ (ຈີນ) ຢູ່ເຂດນ່ານນ້ຳອ້ອມຮອບເກາະ Ba Binh, ສ່ວນໝູ່ເກາະ ເຈື່ອງຊາ (ສະເປຕາລີ) ຂອງຫວຽດນາມ ແມ່ນການລະເມີດ ອະທິປະໄຕ ຂອງຫວຽດນາມ ຢ່າງຮ້າຍແຮງ.
ວັນທີ 8 ມິຖຸນານີ້, ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມຕໍ່ການຊ້ອມຮົບຍິງປືນຂອງໄຕ້ຫວັນ (ຈີນ) ໃນວັນທີ 7 ມິຖຸນານີ້ ຢູ່ເຂດນ່ານນ້ຳອ້ອມຮອບເກາະບາບິງ, ເຂດໝູ່ເກາະເຈື່ອງຊາ (ສະເປດລີ) ຂອງຫວຽດນາມ, ໂຄສົກ ກະຊວງການຕ່າງປະເທດ ຫວຽດນາມ Pham Thu Hang ໃຫ້ຮູ້ວ່າ:
“ຫວຽດນາມ ມີຫຼັກຖານດ້ານກົດໝາຍ ແລະ ຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນຢູ່ໝູ່ເກາະ Spratly”.
ການຊ້ອມຮົບຍິງປືນຂອງໄຕ້ຫວັນ (ຈີນ) ຢູ່ເຂດນ່ານນ້ຳອ້ອມຮອບໝູ່ເກາະ Ba Binh, ສ່ວນໝູ່ເກາະ Truong Sa (Spratly) ຂອງຫວຽດນາມ, ຖືວ່າເປັນການລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະນີ້ຢ່າງຮ້າຍແຮງ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພທາງທະເລ, ເຮັດໃຫ້ຄວາມເຄັ່ງຕຶງຢູ່ທະເລຈີນໃຕ້ເພີ່ມທະວີຂຶ້ນ.
ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ໄຕ້ຫວັນ (ຈີນ) ຍົກເລີກບັນດາການກະທຳຜິດກົດໝາຍທີ່ກ່າວມານີ້ ແລະ ຫຼີກເວັ້ນບໍ່ໃຫ້ມີການກະທຳລະເມີດຄືກັນອີກໃນອະນາຄົດ.
ທີ່ມາ











(0)