ເຮືອບິນ A320 ຫາກໍ່ໄດ້ຮັບການເຊົ່າໂດຍ ບໍລິສັດການບິນຫວຽດນາມ.
ຕາມແຜນການແລ້ວ, ຍົນລຳໃໝ່ 2 ລຳນີ້ຈະເພີ່ມບ່ອນນັ່ງເຂົ້າຕະຫຼາດ 85.000 ກວ່າບ່ອນ, ເທົ່າກັບເກືອບ 500 ຖ້ຽວບິນ, ປະກອບສ່ວນຫຼຸດຜ່ອນຄວາມກົດດັນດ້ານຄົມມະນາຄົມໃນລະດູ ການທ່ອງທ່ຽວ ພາຍໃນປະເທດທີ່ຄຶກຄື້ນ. ເຮືອບິນເຫຼົ່ານີ້ຈະໄດ້ຮັບການເຄື່ອນໄຫວຕົ້ນຕໍໃນເສັ້ນທາງທີ່ສຳຄັນທີ່ເຊື່ອມຕໍ່ນະຄອນໂຮ່ຈິມິນກັບນະຄອນດ່ານັງ, ຝູ໋ກວກ, ແທງຮວາ, ດົ່ງໂຮ້ຍ ແລະ ຈູລາຍ. ຜູ້ໂດຍສານໃນຖ້ຽວບິນຈະໄດ້ຮັບການບໍລິການໂດຍພະນັກງານການບິນຫວຽດນາມ ໂດຍປະສານສົມທົບກັບພະນັກງານການບິນສາກົນ.
ໃນລະດູຮ້ອນປີນີ້, ບໍລິສັດການບິນຫວຽດນາມມີແຜນຈະດຳເນີນຖ້ຽວບິນ 43.000 ຖ້ຽວໃນເຄືອຂ່າຍພາຍໃນ ແລະ ຕ່າງປະເທດ, ເທົ່າກັບເກືອບ 9 ລ້ານບ່ອນນັ່ງ, ເພີ່ມຂຶ້ນເກືອບ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຄືອຂ່າຍພາຍໃນປະເທດດຽວຈະມີຖ້ຽວບິນປະມານ 33.000 ຖ້ຽວ, ສະໜອງໄດ້ກວ່າ 6,3 ລ້ານບ່ອນນັ່ງ, ເພີ່ມຂຶ້ນຫຼາຍກວ່າ 28% ເມື່ອທຽບໃສ່ແຜນການປົກກະຕິ.
ສາຍການບິນຍັງໄດ້ເພີ່ມຄວາມຖີ່ຂອງການຖ້ຽວບິນໃນຕອນເຊົ້າແລະຕອນແລງ, ພິເສດແມ່ນຢູ່ຕາມເສັ້ນທາງຕົ້ນຕໍ ແລະ ແຫຼ່ງທ່ອງທ່ຽວທີ່ນິຍົມຄື: ດາຫນັງ , ຍາຈາງ, ຟູກວກ, ດ່າລາດ, ເຫ້ວ, ກວຽດນາມ...
ໃນເຄືອຂ່າຍການບິນສາກົນ, ຫວຽດນາມແອລາຍຍັງໄດ້ເປີດຫຼາຍເສັ້ນທາງການບິນໃໝ່ໃນລະດູຮ້ອນຄື: ນະຄອນໂຮ່ຈິມິນ - ບາຫຼີ, ຍາຈາງ - Busan, ຮ່າໂນ້ຍ - Milan, ດາຫນັງ - Osaka, ເພື່ອຮັບໃຊ້ຄວາມຕ້ອງການການທ່ອງທ່ຽວ ແລະ ເຊື່ອມຕໍ່ການຄ້າລະຫວ່າງ ຫວຽດນາມ ກັບບັນດາຕະຫຼາດສາກົນທີ່ມີທ່າແຮງ.
BICH QYEN
ທີ່ມາ: https://www.sggp.org.vn/vietnam-airlines-thue-them-may-bay-phuc-vu-cao-diem-du-lich-he-post805256.html






(0)