Vietnam.vn - Nền tảng quảng bá Việt Nam

ອາ​ຊຽນ​ຮັກ​ສາ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ໃນ​ບັນ​ດາ​ການ​ຜັນ​ແປ​ຂອງ​ໂລກ

ກປ.ອອນໄລ - ພາກພື້ນ ອາຊຽນ ຮັກສາການເຕີບໂຕຢ່າງໝັ້ນຄົງ ທ່າມກາງການຜັນແປຂອງໂລກ, ດ້ວຍຫວຽດນາມ ເປັນແຖວໜ້າໃນອັດຕາການເຕີບໂຕເສດຖະກິດ.

Đài truyền hình Việt NamĐài truyền hình Việt Nam17/10/2025

Ảnh minh họa

ຮູບປະກອບ

ບົດ​ລາຍ​ງານ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເງິນ ອາ​ຊຽນ+3 ປີ 2025 ທີ່​ສິງ​ກະ​ໂປ​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ບໍ່​ດົນ​ມາ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ, ພາກ​ພື້ນ ອາ​ຊຽນ ສືບ​ຕໍ່​ຮັກ​ສາ​ທ່າ​ແຮງ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ຄົງ​ໃນ​ສະ​ພາບ​ການ​ຜັນ​ແປ​ຂອງ​ຫລາຍ​ປະ​ເທດ​ໃນ​ໂລກ, ໃນ​ນັ້ນ​ຫວຽດ​ນາມ ຢືນ​ຢັນ​ແມ່ນ ​ປະ​ເທດ​ເສດ​ຖະ​ກິດ ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ.

ຕາມ​ກົມ​ຄົ້ນ​ຄ້ວາ​ເສດຖະກິດ​ມະຫາ​ພາກ​ອາ​ຊຽນ+3 ຫຼື AMRO, ການ​ເຕີບ​ໂຕ​ຂອງ​ພາກ​ພື້ນ​ໄດ້​ຮັບ​ການ​ປັບປຸງ​ຂຶ້ນ​ເຖິງ 4,1% ​ໃນ​ປີ 2025, ຍ້ອນ​ການ​ຟື້ນ​ຕົວ​ຂອງ​ການ​ສົ່ງ​ອອກ, ຄວາມ​ຕ້ອງການ​ພາຍ​ໃນ​ທີ່​ແຂງ​ແຮງ ​ແລະ ອັດຕາ​ເງິນ​ເຟີ້​ທີ່​ໝັ້ນຄົງ.

AMRO ​ໃຫ້​ຮູ້​ວ່າ: ພື້ນຖານ​ເສດຖະກິດ​ທີ່​ໝັ້ນຄົງ, ລະບົບ​ການ​ທະນາຄານ​ທີ່​ມີ​ສຸຂະພາບ​ດີ ​ແລະ ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ທີ່​ອຸດົມສົມບູນ ​ໄດ້​ຊ່ວຍ​ໃຫ້​ອາ​ຊຽນ ຢືນ​ຢັນ​ຕໍ່​ການ​ຜັນ​ແປ​ຈາກ​ນະ​ໂຍບາຍ​ການ​ຄ້າ​ໂລກ.

ທ່ານດຣ Dong He, ຫົວໜ້ານັກເສດຖະສາດຂອງ AMRO ກ່າວວ່າ “ພາກພື້ນ ອາຊຽນ +3 ໄດ້ສະແດງໃຫ້ເຫັນຄວາມຢືດຢຸ່ນທີ່ໂດດເດັ່ນ. ເຖິງວ່າຈະມີການເໜັງຕີງຂອງການຄ້າທົ່ວໂລກ, ແຕ່ບັນດາພື້ນຖານເສດຖະກິດຍັງມີພື້ນຖານ ແລະ ພື້ນທີ່ນະໂຍບາຍພຽງພໍເພື່ອຜ່ານຜ່າສິ່ງທ້າທາຍຕ່າງໆ”.

ກ່ຽວກັບອັດຕາການເຕີບໂຕແຖວໜ້າຂອງຫວຽດນາມໃນພາກພື້ນ, AMRO ໃຫ້ຮູ້ວ່າ, ການສົ່ງອອກທີ່ເຂັ້ມແຂງ, ແຫຼ່ງທຶນ FDI ອຸດົມສົມບູນ ແລະ ການບໍລິໂພກພາຍໃນຢ່າງໝັ້ນຄົງແມ່ນກຳລັງຂັບເຄື່ອນຕົ້ນຕໍ, ແຕ່ກໍ່ເນັ້ນໜັກວ່າ ຫວຽດນາມ ຕ້ອງຫັນບັນດາຕະຫຼາດ, ຍົກສູງມູນຄ່າການຜະລິດພາຍໃນເພື່ອພັດທະນາແບບຍືນຍົງ.

“ຫວຽດນາມ ແມ່ນເສດຖະກິດດາວຂອງ ອາຊຽນ+3 ທີ່ມີອັດຕາການເຕີບໂຕສູງທີ່ສຸດ. ສິ່ງທ້າທາຍໃນປະຈຸບັນແມ່ນມີຄວາມຫຼາກຫຼາຍຂອງການສົ່ງອອກ, ຍົກລະດັບອຸດສາຫະກຳ ແລະ ລົງທຶນໃນພື້ນຖານໂຄງລ່າງ ແລະ ທັກສະແຮງງານເພື່ອຮັກສາການເຕີບໂຕໃນໄລຍະຍາວ”.

ດ້ວຍພື້ນຖານອັນໜັກແໜ້ນ ແລະ ນະໂຍບາຍປະຕິຮູບທີ່ຖືກຕ້ອງ, AMRO ຖືວ່າ ຫວຽດນາມ ມີຄວາມສາມາດຫັນບັນດາສິ່ງທ້າທາຍດ້ານການຄ້າທົ່ວໂລກໃຫ້ກາຍເປັນກາລະໂອກາດໃນໄລຍະຍາວ, ສືບຕໍ່ຢັ້ງຢືນທີ່ຕັ້ງເປັນພື້ນຖານເສດຖະກິດແຖວໜ້າຂອງ ອາຊຽນ.

ທີ່ມາ: https://vtv.vn/asean-duy-tri-tang-truong-on-dinh-giua-bien-dong-toan-cau-100251017151937802.htm


(0)

ນັກສິລະປິນປະຊາຊົນ ຊວນບັກ ເປັນ “ເຈົ້າພິທີ” ໃຫ້ 80 ຄູ່ແຕ່ງງານຢູ່ຖະໜົນຄົນຍ່າງທະເລສາບ ຮວ່າງກຽນ.
ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.

ມໍລະດົກ

ຮູບ

ທຸລະກິດ

ຮ້ານ​ກາ​ເຟ​ຢູ່​ຮ່າ​ໂນ້ຍ​ເຮັດ​ໃຫ້​ເປັນ​ໄຂ້​ຍ້ອນ​ສະ​ພາບ​ວັນ​ຄຣິດ​ສະ​ມາດ​ຄ້າຍ​ຄື​ຊາວ​ເອີ​ລົບ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC