ທ່ານນາຍົກລັດຖະມົນຕີອີຕາລີ Giorgia Meloni ພວມຢ້ຽມຢາມຈີນແຕ່ວັນທີ 27-31 ກໍລະກົດ, ເພື່ອແນໃສ່ຊຸກຍູ້ການຮ່ວມມືກັບ ເສດຖະກິດ ໃຫຍ່ອັນດັບ 2 ຂອງໂລກ ກໍ່ຄືການດຸ່ນດ່ຽງການພົວພັນດ້ານການຄ້າ.
ນາຍົກລັດຖະມົນຕີ ອີຕາລີ Giorgia Meloni (ທີ່ສອງຈາກຂວາ) ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ພົບປະກັນຢູ່ນະຄອນຫຼວງປັກກິ່ງ, ວັນທີ 29 ກໍລະກົດ. (ແຫຼ່ງຂ່າວ: EPA) |
ເປົ້າໝາຍດັ່ງກ່າວໄດ້ປະກາດໂດຍທ່ານນາງ Meloni ເອງໃນເວລາຕອບສຳພາດຕໍ່ນັກຂ່າວຢູ່ປັກກິ່ງໃນວັນທີ 30 ກໍລະກົດນີ້, ພາຍຫຼັງການພົບປະກັບທ່ານປະທານປະເທດ Xi Jinping ແລະ ທ່ານນາຍົກລັດຖະມົນຕີ Li Qiang ຂອງປະເທດເຈົ້າພາບຈີນ.
ກ່ອນໜ້ານີ້, ວັນທີ 29 ກໍລະກົດ, ສຳນັກຂ່າວສານ Reuters ໄດ້ອ້າງຄຳເວົ້າຂອງສຳນັກງານນາຍົກລັດຖະມົນຕີອີຕາລີທີ່ກ່າວວ່າ, ທີ່ການພົບປະກັບທ່ານສີຈິ້ນຜິງ, ສອງຝ່າຍໄດ້ກ່າວເຖິງ "ບັນຫາບຸລິມະສິດໃນວາລະສາກົນຈາກສົງຄາມຢູ່ອູແກຣນເຖິງຄວາມສ່ຽງທີ່ຈະເພີ່ມຂຶ້ນຢູ່ຕາເວັນອອກກາງ."
ນອກນີ້, ຜູ້ນຳສອງປະເທດຍັງໄດ້ປຶກສາຫາລືກ່ຽວກັບ "ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ" ຢູ່ພາກພື້ນອິນໂດ ປາຊີຟິກ ແລະ ບາງບັນຫາການປົກຄອງທົ່ວໂລກທີ່ມີຄວາມສົນໃຈຮ່ວມກັນ, ນັບແຕ່ປັນຍາປະດິດ ເຖິງການຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປະຕິຮູບສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Meloni ໄດ້ຕີລາຄາສູງບົດບາດຂອງຈີນໃນການແກ້ໄຂຄວາມບໍ່ໝັ້ນຄົງຂອງໂລກ, ໂດຍກ່າວວ່າ, ສອງປະເທດຕ້ອງຮ່ວມກັນຄິດຫາວິທີຮັກສາສະຖຽນລະພາບແລະຮັບປະກັນສັນຕິພາບ.
ນອກຈາກນັ້ນ, ຕາມທ່ານນາງແລ້ວ, ອີຕາລີ, ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບ 3 ໃນເຂດເອີລົບ, ແມ່ນບົດບາດສຳຄັນໃນການພົວພັນລະຫວ່າງປັກກິ່ງກັບສະຫະພາບເອີລົບ (ອີຢູ); ສະແດງຄວາມຄາດຫວັງວ່າສອງຝ່າຍຈະສ້າງການພົວພັນດ້ານການຄ້າໃຫ້ສົມດຸນທີ່ສຸດທີ່ຈະເປັນໄປໄດ້.
ສ່ວນທ່ານສີຈິ້ນຜິງກ່າວວ່າ, ຫວັງວ່າອີຕາລີຈະມີບົດບາດທີ່ຕັ້ງໜ້າໃນການຊຸກຍູ້ການເຈລະຈາແລະການຮ່ວມມືລະຫວ່າງຈີນ-EU, ທ່ານສີຈິ້ນຜິງກ່າວວ່າ: "ຫວັງວ່າໂຣມຈະເຂົ້າໃຈແລະສະໜັບສະໜູນແນວຄິດການພັດທະນາຂອງປັກກິ່ງ...ເພື່ອສ້າງຄວາມສະດວກໃຫ້ແກ່ການພັດທະນາໃນທາງບວກແລະຍືນຍົງຂອງການພົວພັນຈີນ-ອີຢູ".
ທ່ານກ່າວເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງສອງປະເທດ, ຢືນຢັນວ່າຄວາມໄວ້ເນື້ອເຊື່ອໃຈແລະເຄົາລົບນັບຖືລະຫວ່າງສອງປະເທດໄດ້ປະກອບສ່ວນອັນສຳຄັນເຂົ້າໃນການແລກປ່ຽນແລະຮ່ຳຮຽນເຊິ່ງກັນແລະກັນລະຫວ່າງອາລະຍະທຳຕາເວັນອອກແລະຕາເວັນຕົກ, ປະກອບສ່ວນເຂົ້າໃນຄວາມກ້າວໜ້າຂອງມວນມະນຸດ.
ຕາມທ່ານປະທານາທິບໍດີຈີນແລ້ວ, ໃນສະພາບການຊຸກຍູ້ການປ່ຽນແປງທົ່ວໂລກ, ສອງປະເທດຈະກ້າວໄປສູ່ການພັດທະນາຮ່ວມກັນໂດຍຜ່ານການສື່ສານແລະຄວາມເຫັນດີເຫັນພ້ອມ. 2 ຝ່າຍຄວນເບິ່ງ ແລະ ພັດທະນາການພົວພັນລະຫວ່າງສອງປະເທດຈາກທັດສະນະປະຫວັດສາດ, ຄວາມສູງດ້ານຍຸດທະສາດ ແລະ ວິໄສທັດໄລຍະຍາວ, ຊຸກຍູ້ການພົວພັນຮ່ວມມືຢ່າງໝັ້ນຄົງ ແລະ ຮອບດ້ານ.
ທ່ານປະທານປະເທດຈີນຍັງກ່າວວ່າ, ໃນຍຸກໂລກາພິວັດເສດຖະກິດ, ການພັດທະນາທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດສາມາດບັນລຸໄດ້ພຽງແຕ່ຍຶດໝັ້ນເປີດກວ້າງການຮ່ວມມືດ້ານການຜະລິດແລະຕ່ອງໂສ້ການສະໜອງຂອງໂລກ.
ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ Meloni ໄດ້ມີການພົບປະກັບຄູ່ຕຳແໜ່ງຈີນ Li Qiang. ກ່າວຄຳເຫັນພາຍຫຼັງການພົບປະ, ຜູ້ນຳອີຕາລີກ່າວວ່າ, ການຢ້ຽມຢາມເປັນເວລາ 5 ວັນຂອງທ່ານນາງ "ສະແດງໃຫ້ເຫັນຄວາມມຸ່ງມາດປາຖະໜາທີ່ຈະເລີ່ມດຳເນີນໄລຍະໃໝ່, ເລີ່ ມ ດຳເນີນການຮ່ວມມືລະຫວ່າງສອງປະເທດຄືນໃໝ່,”.
ທ່ານນາງກ່າວຕື່ມວ່າ, ແຜນການດຳເນີນງານຈະແນໃສ່ທົດລອງຮູບແບບການຮ່ວມມືໃໝ່.
ສື່ມວນຊົນແຫ່ງລັດຈີນກ່າວວ່າ, ການຢ້ຽມຢາມຂອງທ່ານນາງນາຍົກລັດຖະມົນຕີ Meloni ແມ່ນເພື່ອແນໃສ່ "ແກ້ໄຂຄວາມເຂົ້າໃຈຜິດບາງຢ່າງ" ກ່ຽວກັບການຖອນຕົວຂອງອີຕາລີອອກຈາກຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນດ້ານເສດຖະກິດ.
ທີ່ມາ: https://baoquocte.vn/italian-prime-minister-of-italy-tham-trung-quoc-bat-cong-tac-khoi-dong-lai-hop-tac-song-phuong-northern-kinh-muon-rome-bac-cau-voi-eu-280686.html
(0)