ວັນທີ 21 ມັງກອນນີ້, ສຳນັກຂ່າວສານສູນກາງສ.ເກົາຫຼີ (KCNA) ໄດ້ລາຍງານວ່າ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ສະແດງເຈດຈຳນົງຈະຢ້ຽມຢາມນະຄອນຫຼວງພຽງຢາງໂດຍໄວ.
ປະທານາທິບໍດີ ຣັດເຊຍ ທ່ານ ປູຕິນ (ຊ້າຍ) ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ເກົາຫຼີເໜືອ Choe Son Hui ທີ່ວັງ Kremlin ໃນນະຄອນຫຼວງມົສກູ, ວັນທີ 16 ມັງກອນ. (ແຫຼ່ງຂ່າວ: Sputnik) |
KCNA ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ທ່ານນຶ່ງ ທີ່ກ່າວວ່າ ປະທານາທິບໍດີ ປູຕິນ ໄດ້ຂອບໃຈຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ສຳລັບຄຳເຊີນ ໃນເວລາທ່ານພົບປະກັບລັດຖະມົນຕີຕ່າງປະເທດເກົາຫຼີເໜືອ ທ່ານ Choe Son Hui ທີ່ຢ້ຽມຢາມຣັດເຊຍ ໃນອາທິດແລ້ວນີ້.
ຕາມ KCNA ແລ້ວ, ລັດເຊຍ ຂອບອົກຂອບໃຈ ສປປ ເກົາຫຼີ ສຳລັບການສະໜັບສະໜູນ ແລະ ຄວາມສາມັກຄີຂອງ ພຽງຢາງ ໃນການປະທະກັນຢູ່ ຢູແກຼນ, ສອງຝ່າຍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການກະທຳຂອງ ອາເມລິກາ ແລະ ພັນທະມິດ ຕໍ່ກັບບັນດາປະເທດອາຊີຕາເວັນອອກສ່ຽງເໜືອ.
2 ປະເທດກໍ່ເຫັນດີເປັນເອກະພາບການຮ່ວມມືໃນບັນດາບັນຫາພາກພື້ນ.
ສຳນັກຂ່າວສານສູນກາງເກົາຫຼີເໜືອເນັ້ນໜັກວ່າ, ການຮ່ວມມືລະຫວ່າງພຽງຢາງກັບມົສກູຈະສອດຄ່ອງກັບກົດບັດຂອງສະຫະປະຊາຊາດແລະກົດໝາຍສາກົນ.
ກ່ອນໜ້ານີ້, ໃນເດືອນຕຸລາປີ 2023, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ໄປຢ້ຽມຢາມພຽງຢາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາຍພົວພັນ ທາງການທູດ ລະຫວ່າງ ລັດເຊຍ ແລະ ສ.ເກົາຫຼີ.
ຕາມຂ່າວສານ TASS ຂອງຣັດເຊຍ, ທ່ານ Lavrov ຢືນຢັນວ່າ ການພົວພັນລະຫວ່າງສອງປະເທດໄດ້ບັນລຸລະດັບຍຸດທະສາດໃໝ່ຢ່າງມີຄຸນນະພາບ ພາຍຫຼັງກອງປະຊຸມສຸດຍອດຄັ້ງປະຫວັດສາດລະຫວ່າງປະທານາທິບໍດີ Putin ແລະ ການນຳ ສປປ ເກົາຫຼີ Kim Jong Un ຢູ່ Vostochny Cosmodrome ໃນວັນທີ 13 ກັນຍາ 2023.
ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ເນັ້ນໜັກວ່າ ມົດສະກູ ສະໜັບສະໜູນນະໂຍບາຍ ແລະ ຄວາມຕັດສິນໃຈຂອງ ພຽງຢາງ ເພື່ອປົກປັກຮັກສາເອກະລາດ ແລະ ສິດຂອງປະຊາຊົນໃນການຕັດສິນຈຸດໝາຍຈຸດໝາຍປາຍທາງຂອງຕົນ ແລະ ເລືອກເສັ້ນທາງພັດທະນາຂອງຕົນ.
ທີ່ມາ
(0)