ໃນລະຫວ່າງວັນທີ 19-22 ມິຖຸນານີ້, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຂອງປະທານາທິບໍດີສິງກະໂປ Halimah Yacob ຢູ່ Qatar, ສອງຝ່າຍໄດ້ບັນລຸຂໍ້ຕົກລົງຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄື: ຄວາມປອດໄພທາງອິນເຕີເນັດ, ເຕັກໂນໂລຢີກາກບອນຕ່ຳ, ຄວາມປອດໄພດ້ານສະບຽງອາຫານ ແລະ ນະວັດຕະກຳ.
ວັນທີ 21 ມິຖຸນານີ້, ປະທານາທິບໍດີສິງກະໂປ Halimah Yacob ຢ້ຽມຢາມຫໍສະໝຸດແຫ່ງຊາດກາຕາ. |
ຕາມຖະແຫຼງການຂອງກະຊວງ ການຕ່າງປະເທດ ສິງກະໂປ, ສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳ 5 ສະບັບ, ໃນນັ້ນມີບົດບັນທຶກຊ່ວຍຈຳລະດັບລັດຖະບານກ່ຽວກັບການຮ່ວມມືດ້ານຄວາມປອດໄພດ້ານພະລັງງານ, ໂຄງການຝຶກອົບຮົມໃຫ້ບັນດາປະເທດຄູ່ເຈລະຈາອາຊີ ແລະ ຕາເວັນອອກກາງຢູ່ສູນຝຶກຊ້ອມຢູ່ກາຕາ, ແລະ ບົດບັນທຶກຊ່ວຍຈຳຫຼາຍສະບັບກ່ຽວກັບນະວັດຕະກຳ, ການຮ່ວມມືດ້ານຄວາມປອດໄພທາງອິນເຕີແນັດ, ອາຍແກັສທຳມະຊາດແຫຼວ, ເຕັກໂນໂລຊີກາກບອນຕ່ຳ.
ສິງກະໂປ ແລະ ກາຕາ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນເດືອນ ພະຈິກ 1984. ມາຮອດປະຈຸບັນ, ກາຕາໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງສິງກະໂປ ຢູ່ຕາເວັນອອກກາງ.
ພິເສດ, ວົງເງິນການຄ້າລະຫວ່າງສອງປະເທດໃນປີກາຍບັນລຸ 8,2 ຕື້ USD. ນອກນີ້, ປະຈຸບັນ, ສິງກະໂປມີ 30 ກວ່າບໍລິສັດດຳເນີນທຸລະກິດຢູ່ກາຕາ.
ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງສຸດທ້າຍຂອງທ່ານນາງ Halimah Yacob ໃນຖານະເປັນປະທານາທິບໍດີສິງກະໂປ, ກ່ອນທີ່ອາຍຸການຂອງທ່ານນາງຈະສິ້ນສຸດລົງໃນວັນທີ 13 ກັນຍານີ້.
ທີ່ມາ
(0)