
ພາຍຫຼັງໄດ້ຮັບຜົນສຳເລັດຢ່າງໃຫຍ່ຫຼວງຂອງງານວາງສະແດງຢູ່ນະຄອນ ໂຮ່ຈີມິນ ໃນເດືອນ 8/2025 ດ້ວຍຂະໜາດໃຫຍ່ທີ່ສຸດ, ງານວາງສະແດງອາຫານ ແລະ ເຄື່ອງດື່ມສາກົນຄັ້ງທີ 11 ຢູ່ ຮ່າໂນ້ຍ (Vietfood & Beverage - Propack Hanoi 2025) ຈະດຳເນີນແຕ່ວັນທີ 5 – 8/11 ຢູ່ສູນວາງສະແດງສາກົນ ICE ຢູ່ ຮ່າໂນ້ຍ. ເຫດການດັ່ງກ່າວແມ່ນບໍລິສັດ Vinexad ຈັດຕັ້ງ, ດ້ວຍການໜູນຊ່ວຍຂອງຫຼາຍສະມາຄົມອຸດສາຫະກຳທີ່ມີຊື່ສຽງ.
ດ້ວຍເນື້ອທີ່ວາງສະແດງ 6.500 ຕາແມັດ, ເຕົ້າໂຮມ 400 ຮ້ານຂອງ 350 ວິສາຫະກິດທີ່ມາຈາກ 10 ປະເທດ ແລະ ເຂດແຄ້ວນ, ເຫດການດັ່ງກ່າວໄດ້ສືບຕໍ່ຢືນຢັນທີ່ຕັ້ງຂອງຕົນແມ່ນງານວາງສະແດງການຄ້າອັນມີຊື່ສຽງແຖວໜ້າຂອງ F&B ແລະ ອຸດສາຫະກຳເຕັກໂນໂລຊີປຸງແຕ່ງ ແລະ ການຫຸ້ມຫໍ່ຢູ່ ຫວຽດນາມ.
ດ້ວຍການເຂົ້າຮ່ວມງານ Vietfood & Beverage - Propack Vietnam 2025 ຢູ່ຮ່າໂນ້ຍ, ບັນດາວິສາຫະກິດຈະມີໂອກາດເຊື່ອມຕໍ່ໂດຍກົງກັບບັນດາລູກຄ້າທີ່ມີທ່າແຮງ, ຜູ້ຈັດຈຳໜ່າຍ, ຜູ້ນຳເຂົ້າ ແລະ ລະບົບຂາຍຍ່ອຍນັບພັນຄົນ, ຜ່ານນັ້ນ ຂະຫຍາຍສ່ວນແບ່ງຕະຫຼາດຢ່າງມີປະສິດທິຜົນ.
ທັງນີ້ກໍແມ່ນໂອກາດເພື່ອຊຸກຍູ້ບັນດາຜະລິດຕະພັນ ແລະ ເຕັກໂນໂລຢີໃໝ່ໃຫ້ແກ່ກຸ່ມເປົ້າໝາຍທີ່ເໝາະສົມ, ຊ່ວຍເພີ່ມທະວີການແຂ່ງຂັນໃນຕະຫຼາດ.
ຂະນະທີ່ຕະຫຼາດນະຄອນ ໂຮ່ຈິມິນ ໄດ້ເຕີບໂຕຢ່າງແຂງແຮງ ແລະ ອີ່ມຕົວໜ້ອຍໜຶ່ງ, ຕະຫຼາດ F&B ຢູ່ພາກເໜືອ, ພິເສດແມ່ນຢູ່ຮ່າໂນ້ຍ ພວມມີການເຕີບໂຕຢ່າງບໍ່ຢຸດຢັ້ງ ດ້ວຍຄວາມຫຼາກຫຼາຍຂອງຜູ້ບໍລິໂພກໃນດ້ານຄຸນນະພາບ. ດ້ວຍຈຳນວນປະຊາກອນຫຼາຍ, ລາຍຮັບເພີ່ມຂຶ້ນ ແລະ ມີສະຕິສຸຂະພາບສູງ, ຜູ້ບໍລິໂພກຢູ່ທີ່ນີ້ມີທ່າອ່ຽງໃຫ້ບຸລິມະສິດບັນດາຜະລິດຕະພັນທີ່ມີແຫຼ່ງກຳເນີດທີ່ຈະແຈ້ງ, ໄດ້ມາດຕະຖານສາກົນ ແລະ ປະສົບການໃໝ່, ພິເສດແມ່ນສິນຄ້ານຳເຂົ້າ ຫຼື ຜະລິດຕະພັນທີ່ມີອົງປະກອບສາກົນ.
ໃນສະພາບການນັ້ນ, ງານວາງສະແດງໃຫ້ຄຳໝັ້ນສັນຍາຈະນຳມາເຊິ່ງຄຸນຄ່າອັນພົ້ນເດັ່ນໃນການເພີ່ມທະວີຄວາມຮັບຮູ້ຂອງຍີ່ຫໍ້ຢູ່ພາກເໜືອ - ຕະຫຼາດຜູ້ບໍລິໂພກທີ່ມີຊີວິດຊີວາ ແລະ ມີທ່າແຮງທີ່ສຸດໃນທົ່ວປະເທດ.
ຜ່ານການວາງສະແດງ, ບັນດາວິສາຫະກິດສາມາດເປີດກວ້າງການຮ່ວມມືກັບຕ່ອງໂສ້ F&B, ຮ້ານສັບພະສິນຄ້າ, ຮ້ານອາຫານ ແລະ ໂຮງແຮມ, ແລະ ຜູ້ສະໜອງວັດຖຸດິບຍຸດທະສາດ.
ການເຂົ້າຮ່ວມງານຄັ້ງນີ້ຍັງຊ່ວຍໃຫ້ວິສາຫະກິດກຳແໜ້ນທ່າອ່ຽງການພັດທະນາແບບຍືນຍົງ, ເຕັກໂນໂລຊີການປຸງແຕ່ງ ແລະການຫຸ້ມຫໍ່ທີ່ກ້າວໜ້າ ແລະ ເປັນມິດກັບສິ່ງແວດລ້ອມ, ແລະ ກ້າວໄປເຖິງທ່າອ່ຽງຂອງໂລກ.
ຄະນະຈັດຕັ້ງຖືວ່າ, ງານວາງສະແດງບໍ່ພຽງແຕ່ແມ່ນສະຖານທີ່ວາງສະແດງຜະລິດຕະພັນເທົ່ານັ້ນ, ຫາກຍັງເປັນຂົວເຊື່ອມຕໍ່ຍຸດທະສາດເພື່ອຊ່ວຍໃຫ້ບັນດາວິສາຫະກິດບຸກທະລຸ, ເປີດກວ້າງສ່ວນແບ່ງຕະຫຼາດ ແລະ ຍາດແຍ່ງເອົາຜູ້ບໍລິໂພກຢູ່ພາກເໜືອ; ພ້ອມກັນນັ້ນ, ຈະນຳມາເຊິ່ງກາລະໂອກາດໃຫ້ບັນດາວິສາຫະກິດນຳໜ້າບັນດາທ່າອ່ຽງການບໍລິໂພກໃໝ່ ແລະ ເປີດກວ້າງຕະຫຼາດຢ່າງໝັ້ນຄົງ, ຮັກສາການເຄື່ອນໄຫວຂອງອຸດສາຫະກຳ F&B ໃນທົ່ວໂລກ.
ພິເສດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ຫວຽດນາມ - ເຢຍລະມັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ຄະນະຜູ້ແທນວິສາຫະກິດຂອງລັດ Thuringia ຈະເຂົ້າຮ່ວມງານວາງສະແດງ, ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງວິສາຫະກິດຂອງ 2 ຝ່າຍ.
F&B ແມ່ນໜຶ່ງໃນບັນດາຂະແໜງການພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດຂອງພື້ນຖານເສດຖະກິດຫວຽດນາມ. ຕາມບົດລາຍງານຕະຫຼາດທຸລະກິດອາຫານຫວຽດນາມ ປີ 2024 ໂດຍ iPOS.vn ແລະ Nestlé Professional, ລາຍຮັບຂອງຂະແໜງອຸດສາຫະກຳໃນປີ 2024 ບັນລຸປະມານ 688.800 ຕື້ດົ່ງ, ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ປີ 2023, ມີຮ້ານຂາຍເຄື່ອງປະມານ 323.010 ແຫ່ງ, ເພີ່ມຂຶ້ນ 1,8% ເມື່ອທຽບໃສ່ໄລຍະດຽວກັນ.
ຄາດຄະເນວ່າ, ປີ 2025, ຖ້າປັດໄຈການໃຊ້ຈ່າຍພາຍໃນປະເທດ, ການສົ່ງອອກ ແລະ ທ່າອ່ຽງການບໍລິໂພກຍັງຄົງຕົວ, ອຸດສາຫະກຳທັງໝົດຈະສືບຕໍ່ເຕີບໂຕປະມານ 9,6%.
ທີ່ມາ: https://daibieunhandan.vn/co-hoi-don-dau-xu-huong-tieu-dung-moi-trong-nganh-fb-10387898.html
(0)