
ກ່າວຄຳເຫັນທີ່ພິທີມອບເງິນໜູນຊ່ວຍບັນດາແຂວງ, ທ່ານປະທານສະພາປະຊາຊົນນະຄອນ ຫງວຽນດິ່ງຢຸງ ແບ່ງປັນວ່າ, ໃນຊຸມປີມໍ່ໆມານີ້, ນະ ຄອນ ດ່າໜັງ ຍາມໃດກໍ່ໄດ້ຮັບຄວາມຮັກແພງ ແລະ ການໜູນຊ່ວຍອັນລ້ຳຄ່າຂອງປະຊາຊົນໃນທົ່ວປະເທດປະສົບກັບຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກໄພທຳມະຊາດ.
ສະນັ້ນ, ການໜູນຊ່ວຍແຂວງ ດ່າໜັງ ໃນຄັ້ງນີ້ ແມ່ນເພື່ອແບ່ງປັນຄວາມສູນເສຍ ແລະ ຄວາມເສຍຫາຍຂອງບັນດາແຂວງພາກເໜືອ, ສະແດງໃຫ້ເຫັນຈິດໃຈ “ຄວາມຮັກແພງເຊິ່ງກັນ ແລະ ກັນ”, ປາດຖະໜາຢາກສົມທົບກັບບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດໂດຍໄວ ແລະ ສະຖຽນລະພາບຊີວິດການເປັນຢູ່ຂອງປະຊາຊົນ.

ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຂອງນະຄອນ ດ່ານັ້ງ, ຜູ້ຕາງໜ້າການນຳແຂວງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄະນະພັກ, ລັດຖະບານ ແລະ ປະຊາຊົນນະຄອນ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດທີ່ໄດ້ມີຄວາມເອົາໃຈໃສ່ ແລະ ແບ່ງປັນໃຫ້ບັນດາແຂວງພາກເໜືອປະສົບກັບພາຍຸ ແລະ ໄພນ້ຳຖ້ວມ.
ທີ່ມາ: https://baodanang.vn/da-nang-ho-tro-cac-tinh-cao-bang-lang-son-bac-ninh-khac-phuc-hau-qua-bao-so-11-3306300.html
(0)