
ຕາມນັ້ນແລ້ວ, ອຳນາດການປົກຄອງ ແຂວງ ດົ່ງນາຍ ໄດ້ອອກຄຳຕັດສິນເກືອບ 50 ສະບັບເພື່ອຍຶດເອົາທີ່ດິນຄືນໃໝ່ຢູ່ເຂດອຸດສາຫະກຳ ບຽນຮ່ວາ 1; ມີວິສາຫະກິດຫຼາຍແຫ່ງໄດ້ມອບທີ່ດິນສະອາດຄື: ບໍລິສັດຫຸ້ນສ່ວນສາຍໄຟຟ້າຫວຽດນາມ, ບໍລິສັດຈີ່ແລະຊັກຈຳກັດ, ບໍລິສັດຫຸ້ນສ່ວນອຸດສາຫະກຳຢາງພາລາພາກໃຕ້. ນອກຈາກນັ້ນ, ບັນດາວິສາຫະກິດຍັງພວມຮື້ຖອນບັນດາໂຮງງານ, ມຸ່ງໄປເຖິງການສຳເລັດການຍົກຍ້າຍອອກຈາກເຂດອຸດສາຫະກຳ ບຽນຮວ່າ 1 ໃນເດືອນທັນວານີ້, ເຊັ່ນ: ບໍລິສັດຫຸ້ນສ່ວນ Tan Mai, ບໍລິສັດຫຸ້ນສ່ວນຄອນກີດ ບຽນຮວ່າ, ບໍລິສັດເຄມີພື້ນຖານພາກໃຕ້, ໂຮງງານ Bibica Bien Hoa (ບໍລິສັດຫຸ້ນສ່ວນ Bibica).
ປະຈຸບັນມີວິສາຫະກິດປະມານ 20 ແຫ່ງຢູ່ສວນອຸດສາຫະກຳ ບຽນຮ່ວາ 1 ທີ່ຍັງບໍ່ທັນໃຫ້ຄຳໝັ້ນສັນຍາຈະມອບສະຖານທີ່; ພ້ອມກັນນັ້ນ, ເຂົາເຈົ້າໄດ້ສະເໜີບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຊົດເຊີຍ ແລະ ໜູນຊ່ວຍເມື່ອເຄື່ອນໄຫວ. ອຳນາດການປົກຄອງແຂວງ ດົ່ງນາຍ ພວມສືບຕໍ່ສົມທົບກັບວິສາຫະກິດບັນລຸຄວາມເຫັນດີເຫັນພ້ອມ; ລະດົມ ແລະ ຊຸກຍູ້ວິສາຫະກິດເຄື່ອນໄຫວໂດຍໄວ. ໃນກໍລະນີບັນດາວິສາຫະກິດມີເຈດຕະນາຊັກຊ້າ ແລະ ບໍ່ເຄື່ອນໄຫວ, ແຂວງ ດົ່ງນາຍ ຈະສຳເລັດບັນດາເອກະສານ ແລະ ລະບຽບການເພື່ອຜັນຂະຫຍາຍບັນດາສິ່ງກໍ່ສ້າງ ແລະ ບັງຄັບຄືນທີ່ດິນ.
ຕາມສູນກາງກອງທຶນພັດທະນາທີ່ດິນແຂວງ ດົ່ງນາຍ ແລ້ວ, ເພື່ອປະຕິບັດໂຄງການຫັນສວນອຸດສາຫະກຳ ບຽນຮວ່າ 1 ໃຫ້ເປັນເຂດຕົວເມືອງ - ການຄ້າ - ການບໍລິການ ແລະ ປັບປຸງສິ່ງແວດລ້ອມ, ແຂວງ ດົ່ງນາຍ ຕ້ອງໄດ້ຍົກຍ້າຍບັນດາວິສາຫະກິດ ແລະ ຄອບຄົວອອກຈາກສວນອຸດສາຫະກຳ ບຽນຮວ່າ 1, ຢຶດເອົາເນື້ອທີ່ດິນເກືອບ 330 ເຮັກຕາ. ມາຮອດປະຈຸບັນ, ອຳນາດການປົກຄອງໄດ້ຍຶດເອົາເນື້ອທີ່ດິນຄືນໃໝ່ໄດ້ກວ່າ 150 ເຮັກຕາ.
ສວນອຸດສາຫະກຳ ບຽນຮ່ວາ 1 ໄດ້ຮັບການສ້າງຕັ້ງເມື່ອປີ 1963, ແມ່ນສວນອຸດສາຫະກຳເກົ່າແກ່ທີ່ສຸດຂອງຫວຽດນາມ, ດ້ວຍ 68 ວິສາຫະກິດດຳເນີນງານ. ສວນອຸດສາຫະກຳແຫ່ງນີ້ ຕັ້ງຢູ່ສະຖານທີ່ສຳຄັນ, ຕິດກັບທາງຫຼວງແຫ່ງຊາດ 1A, ເສັ້ນທາງຫຼວງແຫ່ງຊາດ 51 ແລະ ແມ່ນ້ຳດົ່ງນາຍ.
ໃນຕົ້ນປີ 2024, ແຂວງ ດົ່ງນາຍ ໄດ້ອະນຸມັດໂຄງການຫັນສວນອຸດສາຫະກຳ ບຽນຮ່ວາ 1 ເປັນເຂດຕົວເມືອງ - ການຄ້າ - ການບໍລິການ ແລະ ປັບປຸງສະພາບແວດລ້ອມ. ຕາມໂຄງການແລ້ວ, ແຂວງຈະຍົກຍ້າຍບັນດາວິສາຫະກິດອອກຈາກເຂດອຸດສາຫະກຳ ບຽນຮ່ວາ 1, ແລ້ວກໍ່ສ້າງເປັນເຂດຕົວເມືອງ - ການຄ້າ - ການບໍລິການ ແລະ ສູນບໍລິຫານ.
ທີ່ມາ: https://baotintuc.vn/kinh-te/da-so-doanh-nghiep-cam-ket-di-doi-khoi-khu-cong-nghiep-bien-hoa-1-20251205162246747.htm










(0)