
ຜູ້ຕາງຫນ້າຂອງມູນນິທິ ດິງທ້ຽນລີ ໄດ້ມອບທຶນການສຶກສາໃຫ້ນັກຮຽນທີ່ດ້ອຍໂອກາດ ທີ່ມີຜົນງານດີເດັ່ນໃນພິທີມອບລາງວັນທຶນການສຶກສາຄັ້ງທີ 22.
ປີນີ້, ມູນນິທິ ດິງທ້ຽນລີ ຈະມອບທຶນການສຶກສາ 113 ທຶນ, ມີມູນຄ່າທັງໝົດເກືອບ 3,8 ຕື້ດົ່ງ, ກວມເອົາຄ່າຮຽນທັງໝົດ 1 ປີການສຶກສາໃຫ້ນັກສຶກສາຢູ່ 10 ມະຫາວິທະຍາໄລທີ່ມາຈາກພື້ນຖານດ້ອຍໂອກາດ, ມີຜົນງານດີເດັ່ນດ້ານການສຶກສາ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຊຸມຊົນ.
ຄຽງຄູ່ກັນນັ້ນ, ຜ່ານມູນນິທິ ດິງທ້ຽນລີ, ບໍລິສັດ Phu My Hung ໄດ້ວາງແຜນມອບທຶນສຶກສາ 5 ຕື້ດົ່ງໃຫ້ບັນດາຮາກຖານ, ບັນດາອົງການກຸສົນ, ສະມາຄົມສົ່ງເສີມການສຶກສາໃນທົ່ວປະເທດ, ເພື່ອໃຫ້ບັນດາອົງການນີ້ສາມາດແຈກຢາຍທຶນສຶກສາຢູ່ທ້ອງຖິ່ນ.
20 ປີຜ່ານມາ, ບໍລິສັດ Phu My Hung ແລະ ມູນນິທິ ດິງທ້ຽນລີ ໄດ້ມອບທຶນການສຶກສາປະມານ 125.878 ທຶນ ທັງທາງກົງ ແລະ ທາງອ້ອມ, ດ້ວຍຍອດຈຳນວນເງິນເກືອບ 160 ຕື້ດົ່ງ, ໃຫ້ແກ່ນັກຮຽນທີ່ຜ່ານຜ່າຄວາມຫຍຸ້ງຍາກ, ເດັກນ້ອຍຊົນເຜົ່າ, ເດັກພິການ, ເດັກກຳພ້າ ແລະ ອື່ນໆ ເພື່ອໜູນຊ່ວຍເຂົາເຈົ້າສືບຕໍ່ຮໍ່າຮຽນ, ຍົກສູງກຳລັງຄວາມສາມາດໃຫ້ ຫວຽດນາມ.
ທີ່ມາ: https://thanhnien.vn/gan-88-ty-dong-hoc-bong-dinh-thien-ly-se-duoc-trao-tang-trong-nam-2025-185251001133630774.htm










(0)