ເຂົ້າຮ່ວມຄະນະຜູ້ແທນມີບັນດາຄະນະປະຈຳພັກນະຄອນ, ເລຂາຄະນະພັກເມືອງ ແທງຊວນ ບຸ່ຍຮຸຍເຍີນ; ທ່ານຮອງຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ຮ່າໂນ້ຍ ຟ້າມທິແທ່ງມາ; ການນຳຂອງຫ້ອງວ່າການສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນ; ບັນດາການນຳຂອງຄະນະກຳມະການກົດໝາຍຂອງສະພາປະຊາຊົນນະຄອນ ແລະ ບັນດາພະແນກ, ສາຂາຈຳນວນໜຶ່ງ.
ໃນຂອບເຂດການເຮັດວຽກຢູ່ ຈີເລ, ຄະນະຜູ້ແທນຮ່າໂນ້ຍ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ “ຊຸກຍູ້ການລົງທຶນ, ການຄ້າ ແລະ ການເຊື່ອມຕໍ່ວິສາຫະກິດ ຮ່າໂນ້ຍ - ຈີເລ”.
ເຂົ້າຮ່ວມລາຍການມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີເລ ຟ້າມເຈືອງຢາງ ແລະ ທ່ານປະທານສະພາການຄ້າ ຈີເລ - ຫວຽດນາມ, ທ່ານ Manuel Ubilla Espinnoza.
ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນງອກຕວນ ເນັ້ນໜັກເຖິງສາຍພົວພັນມິດຕະພາບທີ່ດີລະຫວ່າງຫວຽດນາມ ແລະ ຈີເລ, ຍ້ອນວ່າ ຈີເລ ແມ່ນປະເທດອາເມລິກາໃຕ້ທຳອິດສ້າງຕັ້ງການພົວພັນ ທາງການທູດ ກັບຫວຽດນາມ. ພ້ອມກັນນັ້ນ, ທ່ານໄດ້ຂອບອົກຂອບໃຈປະຊາຊົນ ຈີເລ ທີ່ໄດ້ສະເໝີຕົ້ນສະເໝີປາຍຄຽງຄູ່ກັບຊາວຫວຽດນາມ ໃນພາລະກິດປົດປ່ອຍຊາດ ແລະ ສ້າງສາປະເທດຊາດ.
ໂດຍໃຫ້ທັດສະນະກ່ຽວກັບການພົວພັນດ້ານການຄ້າຫວຽດນາມ - ຈີເລ ໃນໄລຍະມໍ່ໆມານີ້, ທ່ານປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ ຢືນຢັນວ່າ ສັນຍາການຄ້າເສລີ ຫວຽດນາມ - ຈີເລ (VCFTA) ໄດ້ຮັບການລົງນາມໃນວັນທີ 11 ພະຈິກ 2011 ແລະ ມີຜົນສັກສິດແຕ່ວັນທີ 1/1/2014, ເປີດກາລະໂອກາດອັນໃຫຍ່ຫຼວງໃຫ້ບັນດາວິສາຫະກິດຂອງ 2 ປະເທດຂຸດຄົ້ນຕະຫຼາດສອງປະເທດ. ເຖິງຢ່າງໃດກໍຕາມ, ການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ແລະ ຈີເລ ຍັງຄົງມີຄວາມສາມາດບົ່ມຊ້ອນລະຫວ່າງ 2 ຝ່າຍນັບມື້ນັບໃຫຍ່ຫຼວງ.
ຢືນຢັນວ່າ ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະແມ່ນບັນດາຈຸດໝາຍທີ່ປອດໄພ, ດຶງດູດໃຈ ແລະ ມີທ່າແຮງ; ສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນຕ່າງປະເທດ, ທ່ານປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນງອກຕ໋ວນ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນ ຮ່າໂນ້ຍ ແລະ ທ້ອງຖິ່ນຂອງ ຈີເລ; ພ້ອມກັນນັ້ນ, ແລກປ່ຽນ ແລະ ແນະນຳສະພາບແວດລ້ອມແຫ່ງການລົງທຶນ, ເຊື່ອມໂຍງທຸລະກິດ, ຊຸກຍູ້ການລົງທຶນ, ການຄ້າ ແລະ ການເຄື່ອນໄຫວສົ່ງເສີມ ການທ່ອງທ່ຽວ . ລັດຖະບານນະຄອນ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດມີຄວາມສົນໃຈລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ຮ່າໂນ້ຍ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຈີເລ ຟ້າມເຈືອງຢາງ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ - ຈີເລ ພວມພັດທະນາຢ່າງຕັ້ງໜ້າ. ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 5 ຂອງຈີເລຢູ່ອາຊີ, ຖັດຈາກຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ອິນເດຍ. ໃນອາຊຽນ, ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີເລ ແລະ ຍັງແມ່ນປະເທດສົ່ງອອກໄປຍັງຈີເລໃຫຍ່ທີ່ສຸດ. ໃນຂະນະນັ້ນ, ປະຈຸບັນ, ຈີເລ ແມ່ນໜຶ່ງໃນ 4 ຄູ່ຮ່ວມມືການຄ້າໃຫຍ່ຂອງຫວຽດນາມ ຢູ່ ອາເມລິກາລາຕິນ (ຖັດຈາກ ບຣາຊິນ, ເມັກຊິກ ແລະ ອາເຈນຕິນາ).
ຕາມທ່ານເອກອັກຄະລັດຖະທູດ ຟ້າມເຈືອງຢາງ ແລ້ວ, ຕ້ອງປະຕິບັດບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາ ແລະ ແນໃສ່ນຳບັນດາຄູ່ຮ່ວມມືຢູ່ຕະຫຼາດຕ່າງປະເທດ, ເພື່ອນຳໃຊ້ບັນດາກາລະໂອກາດທີ່ຫວຽດນາມ ມີໃນສະພາບຕ່ອງໂສ້ການສະໜອງ ແລະ ທ່າອ່ຽງຫັນການລົງທຶນ, ເປັນໂອກາດ ແລະ ທ່າໄດ້ປຽບຈາກ FTA ທີ່ຫວຽດນາມ ເຂົ້າຮ່ວມ. ຈາກນັ້ນ, ເພີ່ມທະວີການຮ່ວມມືດ້ານການລົງທຶນ, ດຳເນີນທຸລະກິດ, ການທ່ອງທ່ຽວ ແລະ ສິ່ງແວດລ້ອມ. ການສົ່ງເສີມ, ການຮ່ວມມືເພື່ອຊຸກຍູ້ການດຶງດູດການລົງທຶນ, ການສົ່ງອອກ ແລະ ການນຳເຂົ້າສິນຄ້າກັບຕະຫຼາດ ແລະ ຄູ່ຮ່ວມມືຂອງຈີເລເວົ້າສະເພາະ ແລະ ພາກພື້ນອາເມລິກາໃຕ້ເວົ້າລວມ.
ທີ່ມາ: https://kinhtedothi.vn/ha-noi-mong-muon-thuc-day-quan-he-hop-tac-voi-cac-dia-phuong-cua-chile.html
(0)