ວັນທີ 24 ຕຸລານີ້, ເຈົ້າໜ້າທີ່ອາວຸໂສ Hamas ກ່າວວ່າ, ການເຄື່ອນໄຫວດັ່ງກ່າວໄດ້ແຈ້ງໃຫ້ເອຢິບຮູ້ຄວາມພ້ອມທີ່ຈະຢຸດຕິການປະທະກັນຢູ່ເຂດກາຊາ, ໃນເງື່ອນໄຂທີ່ອິສຣາແອນບັນລຸໄດ້ຂໍ້ກຳນົດສຳຄັນຈຳນວນໜຶ່ງ.
ຊາວປາແລັດສະໄຕນໄດ້ຍົກຍ້າຍອອກຈາກພາກເໜືອຂອງເຂດ Gaza ຕາມຄຳສັ່ງຂອງກອງທັບອິດສະຣາແອນ, ວັນທີ 22 ຕຸລາ. |
ຂໍ້ຮຽກຮ້ອງດັ່ງກ່າວລວມມີ ອິດສະຣາແອນ ໃຫ້ຄຳໝັ້ນສັນຍາຢຸດຍິງ, ຖອນກຳລັງທະຫານອອກຈາກເຂດກາຊາ, ອະນຸຍາດໃຫ້ຜູ້ຖືກຍົກຍ້າຍຖິ່ນຖານກັບຄືນ, ເຫັນດີກັບຂໍ້ຕົກລົງແລກປ່ຽນນັກໂທດ ແລະ ເປີດຊ່ອງທາງໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ.
ມື້ດຽວກັນ, ຊ່ອງໂທລະພາບ Al-Qaahera News ຂອງເອຢິບລາຍງານວ່າ, ຄະນະຜູ້ແທນ Hamas ນຳໂດຍຮອງຜູ້ນຳ Khalil Al-Hayya ໄດ້ພົບປະກັບທ່ານ Hassan Mahmoud Rashad ຫົວໜ້າອົງການສືບລັບອີຢີບ ຢູ່ນະຄອນຫຼວງ Cairo ເພື່ອປຶກສາຫາລືບັນດາຂໍ້ສະເໜີກ່ຽວກັບການຢຸດຍິງ.
ແຫຼ່ງຂ່າວກ່າວວ່າ, ກອງປະຊຸມດັ່ງກ່າວເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງລັດຖະບານ Cairo ເພື່ອຟື້ນຟູການເຈລະຈາຢຸດຍິງ, ເພື່ອແນໃສ່ປັບປຸງສະຖານະການດ້ານມະນຸດສະທຳ ແລະ ຄວາມໝັ້ນຄົງໃນບໍລິເວນດັ່ງກ່າວ.
ອີຢິບສືບຕໍ່ໃຫ້ຄຳໝັ້ນສັນຍາໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ປະຊາຊົນເຂດກາຊາ, ສະໜອງການຊ່ວຍເຫຼືອເພື່ອຫຼຸດຜ່ອນຄວາມທຸກຍາກຂອງຊາວ ປາແລັດສະໄຕ ທ່າມກາງການປະທະກັນທີ່ເພີ່ມຂຶ້ນ.
ກ່ອນໜ້ານັ້ນ, ວັນທີ 22/10, Cairo ໄດ້ສະເໜີການຢຸດຍິງໃນໄລຍະສັ້ນ ແລະ ການແລກປ່ຽນນັກໂທດລະຫວ່າງ ອິດສະຣາແອນ ແລະ Hamas, ແມ່ນບາດກ້າວບຸກທະລຸເພື່ອບັນລຸຂໍ້ຕົກລົງໃຫຍ່ກວ່າອີກໃນອະນາຄົດ.
ໃນຂະນະນັ້ນ, ຕາມ ຂ່າວສານ AFP , ວັນທີ 24/10, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ: ວໍຊິງຕັນ ພວມເປີດ “ຫຼາຍທາງເລືອກ” ເພື່ອຢຸດຕິສົງຄາມຢູ່ເຂດ Gaza, ພາຍຫຼັງຫຼາຍເດືອນໄດ້ຊຸກຍູ້ແຜນການຢຸດຍິງທີ່ນຳພາໂດຍອາເມລິກາ.
ກ່າວຄຳເຫັນຕໍ່ນັກຂ່າວໃນຂະນະຢູ່ກາຕາ, ທ່ານ Blinken ໃຫ້ຮູ້ວ່າ: “ພວກເຮົາຍັງບໍ່ທັນໄດ້ກຳນົດຢ່າງແທ້ຈິງວ່າ Hamas ພ້ອມແລ້ວທີ່ຈະເຈລະຈາຫຼືບໍ່, ແຕ່ຂັ້ນຕອນຕໍ່ໄປແມ່ນການນຳບັນດານັກເຈລະຈາເຂົ້າຮ່ວມ... ພວກເຮົາຈະຮູ້ຕື່ມອີກໃນຊຸມມື້ຕໍ່ໜ້າ.”
ມື້ດຽວກັນ, ທ່ານ Blinken ຍັງໄດ້ປະກາດບ້ວງເງິນຊ່ວຍເຫຼືອ 135 ລ້ານໂດລາສະຫະລັດຕື່ມອີກເພື່ອສະໜອງນ້ຳສະອາດ, ສຸຂະອະນາໄມ ແລະ ການດູແລສຸຂະພາບ ໃຫ້ແກ່ຊາວປາແລັດສະໄຕຢູ່ເຂດ Gaza ແລະ West Bank ເຊັ່ນດຽວກັນໃນພາກພື້ນ, ເຊິ່ງນຳເອົາຍອດເງິນຊ່ວຍເຫຼືອຂອງອາເມລິກາເປັນ 1,2 ຕື້ USD ນັບຕັ້ງແຕ່ການບຸກໂຈມຕີຂອງ Hamas ເມື່ອວັນທີ 7 ຕຸລາປີກາຍນີ້.
ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດ ກາຕາ Mohammed bin Abdulrahman Al Thani ຖືວ່າ, ປະເທດຕົນ, ອາເມລິກາ ແລະ ອີຢິບ ພວມສືບຕໍ່ບັນລຸການຢຸດຍິງຢູ່ເຂດ Gaza ແລະ ປົດປ່ອຍຕົວປະກັນ ອິດສະຣາແອນ ແລະ ນັກໂທດ ປາແລັດສະຕີນ.
ໃນສະພາບການດັ່ງກ່າວ, ເວທີປາໄສອິດສະຣາແອນເພື່ອຄອບຄົວຕົວປະກັນແລະຜູ້ຫາຍສາບສູນໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ Benjamin Netanyahu ແລະ Hamas ບັນລຸໄດ້ຂໍ້ຕົກລົງປ່ອຍຕົວຕົວປະກັນໂດຍໄວ, ເນັ້ນໜັກວ່າ: “ເວລາໝົດໄປສຳລັບຕົວປະກັນ” ແລະ ຮຽກຮ້ອງປະຊາຄົມໂລກຕ້ອງກົດດັນ Hamas ເພື່ອຢຸດຕິໄພພິບັດດ້ານມະນຸດສະທຳ.
ທີ່ມາ: https://baoquocte.vn/xung-dot-o-gaza-hamas-thap-ngo-sao-hy-vong-to-thien-chi-ngung-ban-voi-israel-my-mo-nhieu-canh-cua-291296.html
(0)