ເກົາຫຼີ ສືບຕໍ່ສະໜັບສະໜູນການພັດທະນາ ກະສິກຳ ຂອງ ຫວຽດນາມ ຜ່ານຫຼາຍໂຄງການຄື: ປັບປຸງລະບົບຕ່ອງໂສ້ມູນຄ່າ, ຊຸກຍູ້ການເຊື່ອມໂຍງຕະຫຼາດ, ຍົກສູງກຳລັງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການຄ້າກະສິກຳ.
ທ່ານ Chang Won Sam - ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໃຫ້ຮູ້ວ່າ KOICA ຈະສືບຕໍ່ໜູນຊ່ວຍການພັດທະນາກະສິກຳຂອງຫວຽດນາມ. |
ວັນທີ 18 ມີນາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສົມທົບກັບອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ຈັດຕັ້ງກອງປະຊຸມວິໄສທັດການຮ່ວມມື ຫວຽດນາມ - ສ.ເກົາຫຼີ ໃນຂົງເຂດກະສິກຳ ໄລຍະ 2024-2030.
ທ່ານ ຫງວຽນແອງຟອງ, ຮອງຫົວໜ້າສະຖາບັນນະໂຍບາຍ ແລະ ຍຸດທະສາດກະສິກຳ ແລະ ພັດທະນາຊົນນະບົດ (IPSARD) ໃຫ້ຮູ້ວ່າ: ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃນຂົງເຂດກະສິກຳ ແລະ ຊົນນະບົດໃນຊຸມປີມໍ່ໆມານີ້ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ.
ເກົາຫຼີ ແມ່ນຕະຫຼາດສົ່ງອອກທີ່ສຳຄັນຂອງບັນດາຜະລິດຕະພັນກະເສດຂອງຫວຽດນາມ. ມູນຄ່າການສົ່ງອອກຜະລິດຕະພັນກະເສດ, ປ່າໄມ້ ແລະ ການປະມົງຂອງ ຫວຽດນາມ ໄປຍັງ ສ.ເກົາຫຼີ ເພີ່ມຂຶ້ນ 3 ເທົ່າແຕ່ປີ 2010 – 2023. ໃນປີ 2022, ສ.ເກົາຫຼີ ໄດ້ນຳເຂົ້າສິນຄ້າ NLTS ທັງໝົດ 51,57 ຕື້ USD, ຫວຽດນາມ ແມ່ນປະເທດສະໜອງໃຫຍ່ອັນດັບທີ 5, ກວມປະມານ 5% ຂອງມູນຄ່າການນຳເຂົ້າທັງໝົດຂອງຜະລິດຕະພັນ NLTS ຂອງປະເທດນີ້.
ການຮ່ວມມືຫວຽດນາມ-ສ.ເກົາຫຼີ ໃນຂົງເຂດກະສິກຳຕົ້ນຕໍແມ່ນສຸມໃສ່ການຖ່າຍທອດເຕັກໂນໂລຢີໃນການພັດທະນາການປູກຝັງຊີວະພາບ, ແນວພັນພືດຜັກຄຸນນະພາບສູງ, ເຕັກໂນໂລຊີການຜະລິດເຫັດທີ່ກິນໄດ້ ແລະເປັນຢາ, ການຜະລິດສະບຽງອາຫານປອດໄພ, ຊຸກຍູ້ການຄ້າຜະລິດຕະພັນກະເສດທີ່ເປັນກຳລັງແຮງຂອງສອງປະເທດ.
ເຖິງຢ່າງໃດກໍຕາມ, ຕາມທ່ານ ຫງວຽນແອງຟອງ ແລ້ວ, ການຄ້າກະສິກຳລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຍັງມີຂໍ້ຈຳກັດບາງຢ່າງຄື: ການສົ່ງອອກກະສິກຳຂອງ ຫວຽດນາມ ໄປ ສ.ເກົາຫຼີ ຍັງກວມອັດຕາສ່ວນໜ້ອຍ, ຕົ້ນຕໍແມ່ນບັນດາຜະລິດຕະພັນດິບ ແລະ ກ່ອນປຸງແຕ່ງ, ສະນັ້ນມູນຄ່າຍັງຕ່ຳ.
ຮອດປີ 2022, ການລົງທຶນ FDI ຂອງ ສ.ເກົາຫຼີ ເຂົ້າໃນຂະແໜງກະສິກຳຢູ່ ຫວຽດນາມ ຍັງຂ້ອນຂ້າງໜ້ອຍ, ກວມພຽງ 0,42% ຂອງຈຳນວນໂຄງການ FDI ທັງໝົດ ແລະ 0,17% ຍອດຈຳນວນທຶນ FDI ຂອງ ສ.ເກົາຫຼີ ຢູ່ ຫວຽດນາມ (39 ໂຄງການທີ່ຖືກຕ້ອງ, ທຶນຈົດທະບຽນທັງໝົດ 134,05 ລ້ານ USD).
ບັນດາໂຄງການ FDI ຂອງ ສ.ເກົາຫຼີ ລົງທຶນເຂົ້າຂະແໜງກະສິກຳ ຢູ່ ຫວຽດນາມ ພຽງແຕ່ສຸມໃສ່ບາງຂະແໜງການຍ່ອຍຄື: ການປູກຝັງ, ລ້ຽງສັດ, ປ່າໄມ້… ຂາດບັນດາການເຄື່ອນໄຫວຖ່າຍທອດເຕັກໂນໂລຢີ ແລະ ບັນດາຮູບການລົງທຶນຮ່ວມ.
ທ່ານ Chang Won Sam - ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໃຫ້ຮູ້ວ່າ: ກະສິກຳສືບຕໍ່ແມ່ນຂົງເຂດສຳຄັນຂອງການຮ່ວມມືລະຫວ່າງ 2 ຝ່າຍ, ສະໜັບສະໜູນຕາມຍຸດທະສາດໄລຍະກາງ ແລະ ຍາວນານ.
ເຖິງວ່າອັດຕາສ່ວນຂອງ FDI ໃນການລົງທຶນຂອງຕ່າງປະເທດຍັງຕ່ຳກໍ່ຕາມ, ແຕ່ຂະໜາດຂອງ ODA ຍັງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ເຖິງຢ່າງໃດກໍຕາມ, ຄາດວ່າຮອດປີ 2030, ຫວຽດນາມ ຈະເຂົ້າໃນບັນຊີລາຍຊື່ບັນດາປະເທດມີລາຍຮັບປານກາງຂັ້ນເທິງ, ດັ່ງນັ້ນ, ຂະໜາດໂຄງການ ODA ຈະຖືກຫຼຸດລົງ.
ທ່ານຊາງເວີນຊຳແບ່ງປັນວ່າ, “ຊຸກຍູ້ການດຶງດູດບັນດາໂຄງການລົງທຶນຂອງຕ່າງປະເທດເຂົ້າໃນຂົງເຂດກະສິກຳ, ໃນໄລຍະຍາວແມ່ນຕ້ອງຄົ້ນຄວ້າ ແລະ ສະເໜີວິທີແກ້ໄຂເພື່ອນຳໃຊ້ທຶນ ODA ຢ່າງມີປະສິດທິຜົນ,”.
ຕາມທ່ານ Chang Won Sam ແລ້ວ, KOICA ຈະສືບຕໍ່ໜູນຊ່ວຍການພັດທະນາກະສິກຳຫວຽດນາມ ຜ່ານຫຼາຍໂຄງການຄື: ປັບປຸງລະບົບຕ່ອງໂສ້ມູນຄ່າ, ຊຸກຍູ້ການເຊື່ອມໂຍງຕະຫຼາດ, ຍົກສູງກຳລັງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນເປັນດິຈິຕອລ, ນະວັດຕະກຳ ແລະ ອື່ນໆ, ປະກອບສ່ວນເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ ຫວຽດນາມ, ຮັບປະກັນການພັດທະນາກະສິກຳ ຫວຽດນາມ ແບບຍືນຍົງ.
ທ່ານນາງ Lee Hye Jin - ມະຫາວິທະຍາໄລ Konkuk (ສ.ເກົາຫຼີ) ໃຫ້ຮູ້ວ່າ: ສະພາບແວດລ້ອມດ້ານນະໂຍບາຍ, ເສດຖະກິດ ຫວຽດນາມ ແລະ ໂລກພວມມີການປ່ຽນແປງ, ດັ່ງນັ້ນຕ້ອງມີຍຸດທະສາດຮ່ວມມືໃໝ່. ຂົງເຂດບຸລິມະສິດຮ່ວມມືດ້ານກະສິກຳ ຫວຽດນາມ - ສ.ເກົາຫຼີ ຕາມວິໄສທັດລວມມີ: ຕ່ອງໂສ້ມູນຄ່າກະສິກຳ, ພັດທະນາຊົນນະບົດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນເປັນສີຂຽວໃນຂົງເຂດກະສິກຳ, ການຄ້າກະສິກຳ, ການສ້າງຂີດຄວາມສາມາດໃຫ້ແກ່ຊາວກະສິກອນ ແລະ ບັນດາພາກສ່ວນກ່ຽວຂ້ອງໃນຕ່ອງໂສ້ມູນຄ່າ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລມິນຮວານ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ຫວຽດນາມ ແລະ ສ.ເກົາຫຼີ ໄດ້ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຂຶ້ນສູ່ລະດັບສູງ ແລະ ມີບາດກ້າວພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດຄື: ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ກະສິກຳ ແລະ ພັດທະນາຊົນນະບົດ.
ເຖິງຢ່າງໃດກໍຕາມ, ການຮ່ວມມືດ້ານກະສິກຳຂອງສອງປະເທດແມ່ນຍັງຄົງຕົວໜ້ອຍ ແລະ ຍັງມີຊ່ອງຫວ່າງຫຼາຍເພື່ອພັດທະນາ. ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ປ່ຽນແປງຍຸດທະສາດຂອງປະເທດຕ່າງໆເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຫັນຕະຫຼາດສະໜອງກະສິກຳໃຫ້ແຕກຕ່າງ, ສວຍໃຊ້ໂອກາດຕະຫຼາດໃໝ່. ນີ້ແມ່ນໂອກາດດີເພື່ອໃຫ້ຫວຽດນາມ ແລະ ສ.ເກົາຫຼີ ກວດກາ ແລະ ຕີລາຄາ, ສະເໜີຍຸດທະສາດຮ່ວມມືໃນຂົງເຂດຄົ້ນຄວ້າ ແລະ ພັດທະນາ, ດຶງດູດການລົງທຶນ, ຊຸກຍູ້ການຄ້າກະສິກຳລະຫວ່າງ 2 ປະເທດ.
ທ່ານລັດຖະມົນຕີ Le Minh Hoan ປາດຖະໜາວ່າ, ນອກຈາກບັນດາໂຄງການ ແລະ ໂຄງການຮ່ວມມືແບບດັ້ງເດີມ, “ວິໄສທັດການຮ່ວມມືຫວຽດນາມ - ສ.ເກົາຫຼີ ໃນຂົງເຂດກະສິກຳ ແລະ ພັດທະນາຊົນນະບົດໄລຍະ 2024 – 2030” ຄວນສຸມໃສ່ເພີ່ມທະວີຄວາມສາມາດບົ່ມຊ້ອນ ແລະ ຄວາມໄດ້ປຽບຂອງ 2 ຝ່າຍ, ຫັນບັນດາຮູບແບບການຮ່ວມມືນັບມື້ນັບແຕກຕ່າງກັນຈາກການຊ່ວຍເຫຼືອດ້ານເຕັກນິກ, ຖ່າຍທອດເຕັກໂນໂລຊີໃຫ້ບັນດາຮູບແບບການລົງທຶນໃໝ່ຄື: ສາຍພົວພັນຮ່ວມມືພາກລັດ - ເອກະຊົນ. ດຶງດູດການລົງທຶນໃນກະສິກໍາ.
ແຫຼ່ງທີ່ມາ
(0)