ສະເພາະ ກົມພາສີ ໄດ້ແຈ້ງໃຫ້ຮູ້ວ່າ: ຍອດມູນຄ່າ ການນຳເຂົ້າ ແລະ ສົ່ງອອກ ສິນຄ້າໃນເດືອນ 11/2025 ບັນລຸ 77,09 ຕື້ USD, ຫຼຸດລົງ 5,4% (ຫຼຸດລົງ 4,4 ຕື້ USD) ເມື່ອທຽບໃສ່ເດືອນກ່ອນ. ໃນນັ້ນ, ວົງເງິນສົ່ງອອກບັນລຸ 39,11 ຕື້ USD, ຍອດມູນຄ່າການນຳເຂົ້າບັນລຸ 37,98 ຕື້ USD. ຍອດວົງເງິນການຄ້າຂອງຫວຽດນາມ ໃນເດືອນພະຈິກ 2025 ໄດ້ເກີນດຸນ 1,13 ຕື້ USD, ຫຼຸດລົງ 56,7% ເມື່ອທຽບໃສ່ຍອດມູນຄ່າເກີນດຸນ 2,6 ຕື້ USD ຂອງເດືອນກ່ອນ.

ມາຮອດທ້າຍເດືອນພະຈິກນີ້, ຍອດມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າບັນລຸ 839,78 ຕື້ໂດລາສະຫະລັດ. ພາບ: TBKT
ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກໃນ 11 ເດືອນຕົ້ນປີ 2025 ບັນລຸ 839,78 ຕື້ USD (ເພີ່ມຂຶ້ນ 17,2%, ເທົ່າກັບການເພີ່ມຂຶ້ນ 123,41 ຕື້ USD ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ). ໃນນັ້ນ, ມູນຄ່າ ການສົ່ງອອກ ບັນລຸ 430,17 ຕື້ USD (ເພີ່ມຂຶ້ນ 16,1%, ເທົ່າກັບ 59,80 ຕື້ USD ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ) ແລະ ມູນຄ່າການນໍາເຂົ້າບັນລຸ 409,61 ຕື້ USD (ເພີ່ມຂຶ້ນ 18,4%, ເທົ່າກັບ 63,61 ຕື້ USD ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ). ຍອດວົງເງິນການຄ້າຂອງຫວຽດນາມ ໃນ 11 ເດືອນຕົ້ນປີ 2025 ມີຍອດມູນຄ່າເກີນດຸນ 20,56 ຕື້ USD...
ໃນ 11 ເດືອນຂອງປີ 2025, ຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງບັນດາວິສາຫະກິດລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸ 607,7 ຕື້ USD, ເພີ່ມຂຶ້ນ 25,5%...
ລາຍຮັບງົບປະມານແຫ່ງລັດຈາກການເຄື່ອນໄຫວນຳເຂົ້າ-ສົ່ງອອກໃນເດືອນພະຈິກ 2025 ບັນລຸ 39.118 ຕື້ດົ່ງ. ສະສົມໃນ 11 ເດືອນຕົ້ນປີ 2025 ບັນລຸ 420.634 ຕື້ດົ່ງ.
ມິນທູ
ທີ່ມາ: https://congthuong.vn/kim-ngach-xuat-nhap-khau-hang-hoa-dat-839-75-ty-usd-434068.html










(0)