ຮອງລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ທ່ານ Andrei Rudenko ກ່າວວ່າ ມົສກູ ຈະຜ່ານລາຍລະອຽດຂອງການຢ້ຽມຢາມ ຣັດເຊຍ ຂອງຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ທີ່ກຸງໂຊລ ຖ້າເກົາຫຼີໃຕ້ ຮ້ອງຂໍຂໍ້ມູນດັ່ງກ່າວ.
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈອງອຶນ ແລະ ປະທານາທິບໍດີ ປູຕິນ ພົບປະກັນ ທີ່ນະຄອນ ວລາດິໂວສະໂຕ, 2019. (ແຫຼ່ງຂ່າວ: AP) |
ສຳນັກຂ່າວ Interfax ໃນວັນທີ 12 ກັນຍານີ້ ໄດ້ອ້າງຄຳເວົ້າຂອງຮອງລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Andrei Rudenko ທີ່ກ່າວວ່າ ມົສກູ ຈະສົ່ງຕໍ່ໃຫ້ກຸງໂຊລ ລາຍລະອຽດຂອງຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ທີ່ວາງແຜນຈະໄປຢ້ຽມຢາມຣັດເຊຍ ຖ້າເກົາຫຼີໃຕ້ ຮ້ອງຂໍຂໍ້ມູນດັ່ງກ່າວ.
ທ່ານ Rudenko ກ່າວວ່າ "ພວກເຮົາມີສະຖານທູດເກົາຫຼີໃຕ້ໃນ Moscow, ຖ້າພວກເຂົາຕ້ອງການ, ພວກເຮົາສາມາດສະຫນອງຂໍ້ມູນທີ່ມີຢູ່," ທ່ານຍັງກ່າວເນັ້ນວ່າ, ຣັດເຊຍຈະສືບຕໍ່ຕິດຕໍ່ພົວພັນກັບສ.ເກົາຫຼີ ເພາະວ່າ ເຊອຸນແມ່ນຄູ່ຮ່ວມມືດ້ານການຄ້າຂອງມົສກູ ແລະ ທັງສອງຝ່າຍມີ “ຜົນປະໂຫຍດຮ່ວມໃນການຮັກສາສະຖຽນລະພາບຢູ່ອາຊີຕາເວັນອອກສຽງເໜືອ ແລະ ແຫຼມເກົາຫຼີ.”
ກ່ອນໜ້ານັ້ນ, ກອງທັບສ.ເກົາຫຼີ ໄດ້ປະກາດວ່າ ຜູ້ນຳສປປ ເກົາຫຼີ Kim Jong Un “ປາກົດວ່າ” ໄດ້ໄປຮອດຣັດເຊຍດ້ວຍລົດໄຟສ່ວນຕົວໃນຕອນເຊົ້າວັນທີ 12 ກັນຍານີ້ ແລະຄາດວ່າຈະຈັດການພົບປະທີ່ຫາຍາກກັບປະທານາທິບໍດີ Vladimir Putin ໃນວັນດຽວກັນ.
ຣັດເຊຍບໍ່ໄດ້ຢືນຢັນລາຍລະອຽດໃດໆກ່ຽວກັບການເດີນທາງດັ່ງກ່າວ, ແຕ່ວັງ Kremlin ໄດ້ອອກຖະແຫຼງການໃນວັນຈັນມື້ນີ້ໂດຍຢືນຢັນວ່າ ທ່ານ Kim ຈະໄປຢ້ຽມຢາມສະຫະພັນຣັດເຊຍຢ່າງເປັນທາງການໃນຊຸມມື້ຕໍ່ໜ້ານີ້ ຕາມຄຳເຊີນຂອງທ່ານ Putin.
ກ່ອນໜ້ານັ້ນ, ອົງການຂ່າວສູນກາງເກົາຫຼີເໜືອກ່າວວ່າ ທ່ານກິມໄດ້ເດີນທາງອອກຈາກເກົາຫຼີເໜືອໂດຍທາງລົດໄຟໃນວັນອາທິດວານນີ້ ແລະພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງຂອງພັກ, ລັດຖະບານ ແລະກຳລັງປະກອບອາວຸດ.
ສື່ມວນຊົນຂອງລັດເກົາຫຼີເໜືອໄດ້ສະແດງໃຫ້ເຫັນຮູບຂອງທ່ານ Kim ຍ່າງຜ່ານກອງກຽດຕິຍົດ ແລະຝູງຊົນທີ່ຖືທຸງຊາດ ແລະດອກໄມ້, ພ້ອມທັງທ່ານໄດ້ໂບກລົດໄຟຫຸ້ມເກາະສີຂຽວແລະສີເຫຼືອງ ກ່ອນອອກຈາກສະຖານີ. ຄະນະຜູ້ແທນຂອງທ່ານ Kim ອາດຈະປະກອບມີລັດຖະມົນຕີການຕ່າງປະເທດ Choe Sun Hui ແລະເຈົ້າໜ້າທີ່ ການທະຫານ ຂັ້ນສູງຂອງທ່ານ, ໃນນັ້ນມີນາຍພົນ Ri Pyong Chol ແລະ ທ່ານ Pak Jong Chol.
ໂຄສົກວັງ Kremlin ທ່ານ Dmitry Peskov ກ່າວຕື່ມວ່າ: ການເຈລະຈາລະຫວ່າງສອງປະເທດຈະສຸມໃສ່ການພົວພັນລະຫວ່າງສອງປະເທດ, "ເຊັ່ນດຽວກັບບັນດາປະເທດບ້ານໃກ້ເຮືອນຄຽງ, ພວກເຮົາຮູ້ສຶກມີພັນທະທີ່ຈະພັດທະນາການພົວພັນທີ່ດີ, ມີຜົນປະໂຫຍດເຊິ່ງກັນແລະກັນ."
ຕາມສຳນັກຂ່າວສານ TASS ຂອງຣັດເຊຍແລ້ວ, ສະຖານທີ່ພົບປະຂອງຜູ້ນຳສອງປະເທດອາດຈະແມ່ນນະຄອນ Vladivostok ພາກຕາເວັນອອກຂອງລັດເຊຍ, ບ່ອນທີ່ເວທີປາໄສເສດຖະກິດຕາເວັນອອກດຳເນີນໄປ. ນະຄອນ Vladivostok, ຫ່າງຈາກນະຄອນຫຼວງພຽງຢາງໄປທາງທິດເໜືອປະມານ 500 ກິໂລແມັດ, ຍັງເປັນບ່ອນພົບປະຄັ້ງທຳອິດຂອງທ່ານ Putin ກັບທ່ານ Kim ໃນປີ 2019.
ທີ່ມາ
(0)