ອົງການຂ່າວ TASS ຂອງຣັດເຊຍ ລາຍງານວ່າ ຄັງເກັບເຄື່ອງແລະຄ້າຍຝຶກອົບຮົມຂອງພວກກໍ່ການຮ້າຍ ຢູ່ແຂວງ Idlib ປະເທດຊີເຣຍ ຖືກໂຈມຕີທາງອາກາດໃນວັນທີ 8 ຕຸລານີ້.
ຣັດເຊຍໂຈມຕີບ່ອນເກັບມ້ຽນແລະຄ້າຍຝຶກອົບຮົມຂອງພວກກໍ່ການຮ້າຍຢູ່ແຂວງ Idlib ປະເທດຊີຣີ, ວັນທີ 8 ຕຸລານີ້. |
ພົນເຮືອເອກ Vadim Kulit, ຮອງຫົວໜ້າສູນແກ້ໄຂຄວາມຂັດແຍ້ງຂອງບັນດາຝ່າຍຢູ່ຊີຣີ ຢືນຢັນວ່າ, ກອງທັບອາກາດລັດເຊຍ ໄດ້ຍິງບຸກໂຈມຕີທັງໝົດ 5 ບັ້ນໃສ່ບັນດາຄ້າຍຝຶກຊ້ອມກໍ່ການຮ້າຍຢູ່ແຂວງ Idlib, ປະເທດ ຊີຣີ.
ທ່ານ Kulit ກ່າວອີກວ່າ ພວກກະບົດໄດ້ທໍາການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຈາກເຂດອ້ອມແອ້ມບ້ານ Habulla ໃນແຂວງ Latakia ແລະທີ່ຕັ້ງຂອງກອງທັບຊີເຣຍ ໃນເຂດ Sheikh Mohammed ເຮັດໃຫ້ທະຫານຊີເຣຍຄົນນຶ່ງເສຍຊີວິດ ແລະອີກສອງຄົນໄດ້ຮັບບາດເຈັບ.
ນອກຈາກນັ້ນ, ຕາມທ່ານພົນເຮືອເອກ Kulit ແລ້ວ, ບັນດາກຳລັງປະສົມທີ່ສະໜັບສະໜູນ ອາເມລິກາ ໄດ້ປະຕິບັດບັນດາການກະທຳລະເມີດບັນດາຂໍ້ຕົກລົງການຂັດແຍ້ງຢູ່ເຂດ Al-Tanf ຢູ່ ຊີຣີ, ນຳໃຊ້ກຳລັງນີ້ເພື່ອຕ້ານກັບອົງການລັດອິດສະລາມ (IS).
ທີ່ມາ
(0)